ອາການເຫລົ່ານີ້ ອາດເກີດມາຈາກພາວະເລືອດຈາງ

 

ພາວະເລືອດຈາງ (Anemia) ແມ່ນພາວະທີ່ຮ່າງກາຍມີປະລິມານເມັດເລືອດແດງໜ້ອຍກວ່າປົກກະຕິ ເຮັດໃຫ້ອົກຊີແຊນໄປລໍ່ລ້ຽງສ່ວນຕ່າງໆໄດ້ບໍ່ພຽງພໍ, ຈະເຮັດໃຫ້ມີອາການໂຕຈືດ, ວິນຫົວ ແລະ ອ່ອນເພຍ.​ ຫລາຍຄົນອາດຈະໄດ້ຍິນຄໍາວ່າເລືອດຈາງ ມາແຕ່ນ້ອຍຈົນໃຫຍ່, ແຕ່ຮູ້ບໍ່ວ່າພາວະເລືອດຈາງນັ້ນ ເກີດມາຈາກຫລາຍສາເຫດ, ບາງຄົນເກີດອາດເປັນມາແຕ່ກໍເນີດ ແຕ່ບາງຄົນອາດເກີດມາຈາກການກິດຈະວັດປະຈໍາວັນ ແລະ ແຕ່ລະຄົນອາດມີອາການຮຸນແຮງແຕກຕ່າງກັນໄປ.

   ພາວະເລືອດຈາງເກີດມາຈາກສາເຫດຫຍັງ?

   ສາເຫດທີ່ເຮັດໃຫ້ເກີດພາວະເລືອດຈາງນັ້ນ ມາຈາກຫລາຍສາເຫດ ເຊິ່ງສາມາດແບ່ງອອກເປັນສາເຫດຫລັກໄດ້ດັ່ງນີ້:

1) ການສ້າງເມັດເລືອດແດງໜ້ອຍລົງ ເຊິ່ງມີສາເຫດມາຈາກ:

– ຂາດສານອາຫານທີ່ຈໍາເປັນຕໍ່ການສ້າງເມັດເລືອດແດງເຊັ່ນ: ທາດເຫລັກ, ວິຕາມິນບີ12.

– ພະຍາດຊໍາເຮື້ອບາງຊະນິດເຊັ່ນ ໄຕວາຍ, ພະຍາດຕັບ, ພະຍາດ HIV, ພະຍາດທີ່ກ່ຽວກັບພູມຄຸ້ມກັນເປັນຕົ້ນ ທີ່ອາດສົ່ງຜົນກະທົບໃນການສ້າງເມັດເລືອດແດງຫລຸດລົງ.

– ການຖືພາ ພະວາະເລືອດຈາງສາມາດເກີດຂຶ້ນໄດ້ກັບຜູ້ທີ່ຖືພາໂດຍສະເພາະຊ່ວງເວລາ 6 ເດືອນທໍາອິດ ເນື່ອງຈາກຂາດສານອາຫານປະເພດທາດເຫລັກ ແລະ ກົດຟໍລິກ ລວມໄປເຖິງການປ່ຽນແປງຕ່າງໆໃນເລືອດ.

2) ການທໍາລາຍເມັດເລືອດແດງໃນຮ່າງກາຍຫລາຍກວ່າປົກກະຕິ ພະຍາດທີ່ເປັນສາເຫດເຮັດໃຫ້ເມັດເລືອດແດງແຕກງ່າຍກວ່າປົກກະຕິ, ຄົນປ່ວຍຈະມີອາການຄື ໂຕເຫລືອງ, ຕາເຫລືອງເຊັ່ນ:

– ພະຍາດທາລາສຊີເມຍ (Thalassemias) ເປັນພະຍາດທີ່ແຜ່ຫລາຍທາງກໍາມະພັນເຊິ່ງອາດຈະມີອາການ ຫລື ບໍ່ມີອາການ, ບາງຄົນອາດມີອາການຕັບ, ມ້າມໃຫຍ່ແຕ່ອາຍຸຍັງນ້ອຍ.

– ຮູບຮ່າງເມັດເລືອດແດງຜິດປົກກະຕິ (Sickle Cell Anemia)

– ການຕິດເຊື້ອບາງຊະນິດເຊັ່ນ: ມາລາເຣຍ,​ Clostridium botulinum, Mycoplasma ເປັນຕົ້ນ.

  1. ການສູນເສຍເລືອດແບບກະທັນຫັນ ເຊັ່ນ ການເກີດອຸບັດເຫດ, ການຕົກເລືອດ, ພາວະເສຍເລືອດຫລັງຈາກເກີດລູກ ຫລື ອາດຈະຄ່ອຍໆ, ເຊິ່ງຜູ້ທີ່ເສຍເລືອດສ່ວນຫລາຍມັກຈະຂາດສານອາຫານປະເພດທາດເຫລັກ, ການສູນເສຍເລືອດຊໍາເຮື້ອເຊັ່ນ ເສຍເລືອດຈາກປະຈໍາເດືອນ, ເສຍເລືອດໃນລໍາໄສ້.

ມາເບິ່ງວ່າທ່ານເປັນຄົນໜຶ່ງທີ່ມີຄວາມສ່ຽງຕໍ່ການເປັນພາວະເລືອດຈາງ ຫລື ບໍ່?

– ເບື່ອອາຫານ

– ເມື່ອຍງ່າຍ, ອ່ອນເພຍ

– ໂຕຊີດ, ເຫລືອງ ຢ່າງເຫັນໄດ້ຊັດເຈນ

– ຫງຸດຫງິດງ່າຍ, ອາລົມປ່ຽນແປງງ່າຍ

– ຫາຍໃຈຍາກ ເມື່ອຕ້ອງອອກແຮງ

– ວິນຫົວ

– ແໜ້ນເອິກ, ໃຈສັ່ນ

– ຖ້າມີອາການຮຸນແຮງອາດເຮັດໃຫ້ຫົວໃຈລົ້ມເຫລວ

– ຫາກມີອາການຊໍາເຮື້ອ ອາດຈະມີອາການປາກເປື່ອຍ, ເລັບມີລັກສະນະບອບບາງ

ຈະປ້ອງກັນແນວໃດເພື່ອບໍ່ໃຫ້ເປັນພາວະເລືອດຈາງ?

+ ເລືອກກິນແຕ່ອາຫານທີ່ອຸດົມໄປດ້ຍທາດເຫລັກ, ວິຕາມິນ ແລະ ສານອາຫານ ເຊັ່ນ ຊີ້ນ, ຕັບໝູ, ນົມ, ໄຂ່, ເລືອດໝູ, ພືດທັນຍາຫານ ໂດຍສະເພາະຜູ້ຍິງທີ່ຖືພາ, ເດັກເກີດໃໝ່ ແລະ ໄວລຸ້ນ.

+ ກິນວິຕາມິນເສີມໂດຍຂໍຄໍາປຶກສາຈາກໝູຜູ້ຊ່ຽວຊານ ສໍາລັບຜູ້ທີ່ໄດ້ຮັບສານອາຫານບໍ່ພຽງພໍ.

+ ດື່ມນໍ້າໃຫ້ພຽງພໍຕໍ່ມື້.

+ ຜູ້ທີ່ກໍາລັງຖືພາ ຄວນກິນອາຫານທີ່ມີປະໂຫຍດ ແລະ ອຸດົມໄປດ້ວຍໂຟລິກ ແລະ ທາດເຫລັກເຊັ່ນ: ປາ, ຊີ້ນທີ່ບໍ່ຕິດມັນ, ໄຂ່, ຖົ່ວ ແລະ ຜັກໃບຂຽວ ເພື່ອປ້ອງກັນການເກີດພາວະເລືອດຈາງ. ກິນວິຕາມິນເສີມເພື່ອຮັກສາເຊວເມັດເລືອດແດງໃຫ້ຢູ່ໃນເກນປົກກະຕິ, ການກິນວິຕາມິນເສີມຄວນປຶກສາແພດໝໍກ່ອນສະເໝີ.

+ ຫາກຄົນໃນຄອບຄົວເຄີຍເປັນພາວະເລືອດຈາງ ຄວນປຶກສາແພດໝໍເພື່ອປ້ອງກັນຄວາມສ່ຽງໃນການສົ່ງຕໍ່ພະຍາດດັ່ງກ່າວ.

ຫາກທ່ານສົງໄສວ່າມີອາການທີ່ກ່າວມາຂ້າງເທິງນັ້ນຄວນໄປພົບແພດເພື່ອກວດສຸຂະພາບ ວ່າອາການດັ່ງກ່າວນັ້ນມາຈາກເລືອດຈາງແທ້ ຫລື ບໍ່, ບາງທີອາດເປັນພະຍາດອື່ນທີ່ຮ້າຍແຮງກວ່ານັ້ນກໍອາດເປັນໄດ້.