ກະຊວງສາທາລະນະສຸກຫວຽດນາມເນັ້ນໜັກໃຫ້ໂຮງໝໍທົ່ວປະເທດກຽມຮັບມືໂຄວິດ-19

ກະຊວງສາທາລະນະສຸກຫວຽດນາມສັ່ງໃຫ້ໂຮງໝໍທົ່ວປະເທດກະກຽມສິ່ງອໍານວຍຄວາມສະດວກທີ່ຈໍາເປັນ, ພື້ນທີ່ກັກຕົວ ແລະ ອຸປະກອນໃຫ້ພ້ອມ ເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນກໍລະນີເກີດການແຜ່ລະບາດຂຶ້ນ.
ສໍານັກຂ່າວຊິນຮົວລາຍງານວ່າ: ສູນເບິ່ງແຍງສຸຂະພາບໄດ້ຮັບຄໍາສັ່ງໃຫ້ຍົກລະດັບມາດຕະການປ້ອງກັນການຕິດເຊື້ອ ໂດຍສະເພາະການຕິດຕໍ່ຜ່ານລະບົບທາງເດີນຫາຍໃຈ ເພື່ອຫລຸດຄວາມສ່ຽງຂອງການແຜ່ລະບາດໃຫ້ເຫລືອໜ້ອຍທີ່ສຸດໃນພື້ນທີ່ກວດ ແລະ ປິ່ນປົວ.
ນອກຈາກນີ້, ກະຊວງສາທາລະນະສຸກຫວຽດນາມ ຍັງເນັ້ນເຖິງຄວາມຈໍາເປັນໃນການໃຊ້ມາດຕະການຄຸ້ມຄອງກຸ່ມສ່ຽງ ເຊິ່ງລວມທັງແມ່ຍິງຖືພາ, ຄົນເຈັບທີ່ມີບັນຫາສຸຂະພາບ, ຜູ້ທີ່ມີອາການປ່ວຍຮ້າຍແຮງ ແລະ ຜູ້ສູງອາຍຸ.
ທັງນີ້, ລາຍງານຂອງກະຊວງສາທາລະນະລະບຸວ່າ: ນັບແຕ່ຕົ້ນປີນີ້ ຫວຽດນາມລາຍງານຜູ້ຕິດເຊື້ອພະຍາດໂຄວິດ-19 ອີກ 148 ຄົນ ໃນ 27 ແຂວງ ແລະ ເມືອງ.

