ທ່ານ ປູຕິນ ແລະ ທ່ານ ທຣຳ ຕົກລົງຈະບໍ່ໃຊ້ ການທະຫານເປັນທາງອອກໃນສົງຄາມຊີຣີ

ປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ແລະ ປະທານາທິບໍດີ ວະລາດິເມຍ ປູຕິນ ແຫ່ງຣັດເຊຍ ມີຄວາມເຫັນກົງກັນວ່າ: ຈະບໍ່ໃຊ້ວິທີການທະຫານເປັນທາງອອກຈາກສົງຄາມຢູ່ຊີຣີ.
ທຳນຽບເກຣມລິນຂອງຣັດເຊຍຖະແຫລງໃນວັນທີ 11 ພະຈິກວ່າ: ຜູ້ນຳທັງສອງມີຖະແຫລງການຮ່ວມຈາກການພົບປະກັນນອກຮອບກອງປະຊຸມສຸດຍອດກຸ່ມການຮ່ວມມືທາງເສດຖະກິດໃນພາກພື້ນອາຊີ-ປາຊີຟິກ (ອາເປກ) ວ່າ: ຄວາມຂັດແຍ່ງຢູ່ຊີຣີບໍ່ຄວນໃຊ້ທາງອອກທາງທະຫານ ແລະ ໃຫ້ຄຳໝັ້ນຈະປາບປາມກຸ່ມລັດອິດສະລາມ (IS). ຜູ້ນຳອາເມລິກາ ແລະ ຣັດເຊຍໄດ້ເຈລະຈາກັນເປັນເວລາສັ້ນໆ ແລະ ຈັບມືກັນໃນກອງປະຊຸມສຸດຍອດອາເປກ ຢູ່ນະຄອນດານັງ ສສ ຫວຽດນາມ.

