ປະທານປະເທດ ສປປ ລາວ ພົບປະກັບປະທານປະເທດ ສສ.ຫວຽດນາມ ທີ່ນະຄອນດານັງ

ໃນວັນທີ 11 ພະຈິກນີ້, ທີ່ນະຄອນດານັງ, ສສ.ຫວຽດນາມ, ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ, ໄດ້ພົບປະສອງຝ່າຍກັບ ພະນະທ່ານ ເຈິນ ດ້າຍ ກວາງ ປະທານປະເທດແຫ່ງ ສສ.ຫວຽດນາມ ໃນໂອກາດທີ່ພະນະທ່ານເດີນທາງເຂົ້າຮ່ວມກອງປະຊຸມເວທີສົນທະນາແບບບໍ່ເປັນທາງການລະຫວ່າງຜູ້ນໍາເສດຖະກິດອາເປັກ ແລະ ຜູ້ນຳອາຊຽນຢູ່ນະຄອນດານັງ, ໃນລະຫວ່າງວັນທີ 10-11 ພະຈິກ 2017.
ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ, ຊຶ່ງນັບມື້ມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງຂຶ້ນເລື້ອຍໆ. ພ້ອມນີ້, ທັງສອງຝ່າຍຍັງໄດ້ທົບທວນຄືນເຖິງເຫດການສຳຄັນໃນປີ 2017 ຊຶ່ງເປັນປີພິເສດທີ່ສອງປະເທດລາວ-ຫວຽດນາມ ໄດ້ຮ່ວມກັນສະເຫລີມສະຫລອງ 2 ວັນປະຫວັດສາດ ເຊັ່ນ: ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ 55 ປີ ແລະ ວັນຄົບຮອບ 40 ປີແຫ່ງສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ-ຫວຽດນາມຢ່າງຄຶກຄື້ນ ແລະ ມີຄວາມໝາຍ.
ໃນໂອກາດດັ່ງກ່າວ, ພະນະທ່ານ ເຈິນ ດ້າຍ ກວາງ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມເວທີສົນທະນາແບບບໍ່ເປັນທາງການລະຫວ່າງຜູ້ນໍາເສດຖະກິດອາເປັກ ແລະ ຜູ້ນຳອາຊຽນ ຢູ່ ສສ.ຫວຽດນາມ ຂອງພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍພັນລະຍາ ແລະ ຄະນະໃນຄັ້ງນີ້, ຊຶ່ງເປັນການຮັດແໜ້ນການຮ່ວມມືລະຫວ່າງສະມາຊິກອາເປັກກັບບັນດາປະເທດອາຊຽນໃນການສ້າງຄວາມເຂັ້ມແຂງໃໝ່ໃຫ້ແກ່ການເຊື່ອມຈອດ ແລະ ການເຊື່ອມໂຍງອາຊີ-ປາຊີຟິກ ແບບຮອບດ້ານ ອັນຈະນຳໄປສູ່ການພັດທະນາແບບຍືນຍົງໃຫ້ແກ່ອາຊຽນ ແລະ ອາເປັກ. ພ້ອມນີ້, ພະນະທ່ານ ເຈິນ ດ້າຍ ກວາງ ຍັງໄດ້ເຊື້ອເຊີນພະນະທ່ານ ບຸນຍັງ ວໍລະຈິດ ຢ້ຽມຢາມ ສສ.ຫວຽດນາມ ໃນທ້າຍປີ 2017 ນີ້, ເພື່ອເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ໃຫ້ນັບມື້ມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ກໍເພື່ອສະຫລຸບການສະເຫລີມສະຫລອງ 2 ວັນປະຫວັດສາດທີ່ສອງປະເທດລາວ-ຫວຽດນາມໄດ້ຮ່ວມກັນສະຫລອງຜ່ານມາ.
ໃນໂອກາດນີ້, ພະນະທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງພະນະທ່ານ ເຈິນ ດ້າຍ ກວາງ ແລະ ການເຊື້ອເຊີນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີສົນທະນາແບບບໍ່ເປັນທາງການລະຫວ່າງຜູ້ນໍາເສດຖະກິດອາເປັກ ແລະ ຜູ້ນຳອາຊຽນໃນຄັ້ງນີ້, ຊຶ່ງເປັນການເປີດໂອກາດໃຫ້ ສປປ ລາວ ໄດ້ແລກປ່ຽນຄວາມຄິດເຫັນກັບບັນດາສະມາຊິກອາເປັກກ່ຽວກັບການຮ່ວມມືໃນຍຸກແຫ່ງການເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນ ແລະ ສາກົນ, ພ້ອມທັງສະແດງຄວາມຍິນດີທີ່ ສສ.ຫວຽດນາມ ໄດ້ຮັບຜົນສຳເລັດຢ່າງຈົບງາມໃນການຈັດກອງປະຊຸມສຸດຍອດອາເປັກ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງໃນຄັ້ງນີ້, ຂໍຊົມເຊີຍ ແລະ ອວຍພອນໃຫ້ ສສ.ຫວຽດນາມ ຈົ່ງມີຜົນສຳເລັດອັນໃຫຍ່ຫລວງກວ່າເກົ່າໃນການພັດທະນາປະເທດຊາດ. ນອກນີ້, ພະນະທ່ານ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວາມເຫັນອົກເຫັນໃຈຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ຮັບຜົນກະທົບອັນໜັກໜ່ວງຈາກລົມພາຍຸດຳຣີ ຫວ່າງບໍ່ດົນມານີ້, ຊຶ່ງພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ກໍໄດ້ຖືໂອກາດນີ້, ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວກ່າວມອບເງິນຈຳນວນ 100.000 ໂດລາສະຫະລັດ, ເຂົ້າສານຈ້າວ, ໜຽວ ຈຳນວນ 20 ໂຕນ ແລະ ເຄື່ອງແຫ້ງອື່ນໆຕື່ມຈຳນວນໜຶ່ງໃຫ້ແກ່ລັດຖະບານ ແລະ ປະຊາຊົນຫວຽດນາມ ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພຈາກພະຍຸດັ່ງກ່າວທີ່ພັດເຂົ້າທຳລາຍ ແລະ ສ້າງຄວາມເສຍຫາຍໃຫ້ແກ່ພາກກາງຫວຽດນາມ. ພະນະທ່ານ ບຸນຍັງ ວໍລະຈິດ ໄດ້ຕອບຮັບການເຊີນພະນະທ່ານໄປຢ້ຽມຢາມ ສສ.ຫວຽດ ນາມ ດ້ວຍຄວາມຍິນດີ, ສ່ວນລາຍລະອຽດທັງສອງຝ່າຍຈະປະສານກັນໂດຍຜ່ານສາຍທາງການທູດຕື່ມອີກ.

