ກິນເນີຍກ່ອນນອນ ເຮັດໃຫ້ນອນຫລັບງ່າຍຂຶ້ນ.

ກິນເນີຍກ່ອນນອນ ເຮັດໃຫ້ນອນຫລັບງ່າຍຂຶ້ນ.

ການນອນຫລັບໃຫ້ພຽງພໍ ເປັນອີກໜຶ່ງປັດໄຈທີ່ຈະຊ່ວຍເຮັດໃຫ້ທ່ານມີສຸຂະພາບທີ່ແຂງແຮງສົມບູນໄດ້, ແຕ່ຫາກໃຜມີບັນຫາເລື່ອງການນອນບໍ່ຫລັບ ການກິນເນີຍກ່ອນເຂົ້ານອນອາດຈະສາມາດຊ່ວຍໃຫ້ທ່ານຫລັບງ່າຍ ຫລື ຫລັບສະໜິດຂຶ້ນໄດ້ຄືກັນ ເພາະວ່າໃນເນີຍມີສ່ວນປະກອບຂອງສານ ທຣິບໂຕແຟນ ເຊິ່ງເປັນສານຕັ້ງຕົ້ນຂອງສານສື່ປະສາດ ທີ່ຊ່ວຍໃນເລື່ອງການນອນຫລັບ ໂດຍສານດັ່ງກ່າວນີ້ຍັງພົບໄດ້ໃນໝາກກ້ວຍນຳ້ ເຊິ່ງມີສັບພະຄຸນຊ່ວຍໃຫ້ເກີດຄວາມຮູ້ສຶກຜ່ອນຄາຍ ແລະ ສະກົດໃຫ້ນອນຫລັບໄດ້ງ່າຍ, ຫລັບສະໜິດດີຂຶ້ນນັ້ນເອງ. ຮູ້ແບບນີ້ແລ້ວ ກໍຄວນຫັນມາກິນເນີຍ ຫລື ໝາກກ້ວຍນຳ້ກ່ອນເຂົ້ານອນກັນດີກ່ວາ ແຕ່ແນວໃດກໍຕາມ…

ນຳເຂົ້າສິນຄ້າອີເລັກໂຕຣນິກ ຕ້ອງມີໃບຢັ້ງຢືນມາດຕະຖານເຕັກນິກ ຫາກບໍ່ມີບໍ່ອະນຸຍາດໃຫ້ນໍາເຂົ້າ ສປປ ລາວ ຢ່າງເດັດຂາດ

ນຳເຂົ້າສິນຄ້າອີເລັກໂຕຣນິກ ຕ້ອງມີໃບຢັ້ງຢືນມາດຕະຖານເຕັກນິກ ຫາກບໍ່ມີບໍ່ອະນຸຍາດໃຫ້ນໍາເຂົ້າ ສປປ ລາວ ຢ່າງເດັດຂາດ

ວັນທີ 13 ກຸມພາ 2023 ຜ່ານມານີ້ ກົມພາສີ ອອກແຈ້ງການເຖິງ ຫົວຫນ້າພາສີປະຈໍາແຂວງ, ນະຄອນຫຼວງ ແລະ ຫົວໜ້າດ່ານພາສີສາກົນໃນຂອບເຂດທົ່ວປະເທດໃຫ້ເອົາໃຈໃສ່ໃນການຄຸ້ມຄອງ, ກວດກາໃບຢັ້ງຢືນມາດຕະຖານເຕັກນິກສໍາລັບອຸປະກອນໂທລະຄົມມະນາຄົມ ແລະ ໄອຊີທີ (ICT) ຕາມຂໍ້ຕົກລົງວ່າດ້ວຍການຄຸ້ມຄອງອຸປະກອນໂທລະຄົມມະນາຄົມ ແລະ ໄອຊີທີ (ICT) ຂອງກະຊວງເຕັກໂນໂລຊີ…

ກະສັດປິດລ້ອມເມືອງ ໂດຍໃຫ້ຜູ້ຍິງໃນເມືອງແບກຫຍັງອອກມາກໍໄດ້

ກະສັດປິດລ້ອມເມືອງ ໂດຍໃຫ້ຜູ້ຍິງໃນເມືອງແບກຫຍັງອອກມາກໍໄດ້

ກະສັດປິດລ້ອມເມືອງ ໂດຍໃຫ້ຜູ້ຍິງໃນເມືອງແບກຫຍັງອອກມາກໍໄດ້ ເຊິ່ງສິ່ງທີ່ພວກເຂົາແບບອອກມາແມ່ນຜູ້ຊາຍໃນເມືອງ . ໃນປີ 1140 ຄອນຣາດ ທີ3 (Conrad III) ກະສັດແຫ່ງເຢຍລະມັນໄດ້ເຮັດສົງຄາມກັບດຸກເວບທີ 6 ແຫ່ງບາວາເລຍ (Welf VI of Bavaria) ເຊິ່ງກອງທັບຄອນຣາດໄດ້ປິດລ້ອມເມືອງ ວາຍເບີກ (Weinsberg)…

ຖໍ້າກອງລໍແຫລ່ງທ່ອງທ່ຽວປາຍທາງທີ່ຫລາຍຄົນຄວນໄປສໍາຜັດ

ຖໍ້າກອງລໍແຫລ່ງທ່ອງທ່ຽວປາຍທາງທີ່ຫລາຍຄົນຄວນໄປສໍາຜັດ

ໂດຍ: ທິດກໍ່າ ຫວ່າງທິດຫລັງມານີ້ ທິດກໍ່າໄດ້ມີໂອກາດໄປສໍາຜັດກັບຖໍ້າກອງລໍອີກຄັ້ງ ຕ້ອງຍອມຮັບວ່າຖໍ້າກອງລໍໃນແຕ່ລະໄລຍະໄດ້ມີການປັບປຸງປ່ຽນແປງ ແລະ ພັດທະນາໃຫ້ດີຂຶ້ນເລື້ອຍໆ. ສິ່ງທີ່ເຫັນວ່າມີການປັບປຸງໃຫ້ດີຂຶ້ນກໍແມ່ນໄດ້ສ້າງສິ່ງເອື້ອຍອໍານວຍໃຫ້ນັກທ່ອງທ່ຽວມີຄວາມສະດວກສະບາຍໃນການທ່ອງທ່ຽວໄປມາເຊັ່ນ: ນັບແຕ່ເສັ້ນທາງແວ່ຈາກເທສະບານເມືອງຄູນຄໍາຈົນໄປຮອດປາກຖໍ້າກອງລໍກໍໄດ້ປູຢາງມາດຕະຖານລ່ຽນໄຫລສົມຄວນ. ນອກຈາກນັ້ນກໍໄດ້ສ້າງຂົວຂ້າມນໍ້າໄຮໄດ້ມາດຕະຖານແທນຂົວເຫລັກເກົ່າທີ່ຊຸດໂຊມມາຫລາຍເດືອນ ອັນເປັນຂົວທີ່ງາມ ແລະ ໂດດເດັ່ນ. ນັກທ່ອງທ່ຽວທີ່ເດີນທາງຜ່ານໄປມາກໍສາມາດເກັບພາບໄວ້ເປັນອະນຸສອນກັບຂົວ ແລະ ສາຍນໍ້າໄຮທີ່ໄຫລຜ່ານໂຂດຫີນແກ້ງຫາດຕາດຄອນທີ່ສວຍງາມໃນທີ່ນັ້ນ. ນະທີ່ຖໍ້າກອງລໍ ກໍມີຫລາຍອັນໄດ້ປັບປຸງປ່ຽນແປງໃຫ້ສວຍງາມ ແລະ ດີຂຶ້ນ…

ພຣູເດັນໂຊລ໌ ລາວ ເປີດໂຕຜະລິດຕະພັນປະກັນໄພຊີວິດດິຈິຕ້ອນທຳອິດ ເພື່ອປິດຊ່ອງວ່າງດ້ານການຄຸ້ມຄອງ

ພຣູເດັນໂຊລ໌ ລາວ ເປີດໂຕຜະລິດຕະພັນປະກັນໄພຊີວິດດິຈິຕ້ອນທຳອິດ ເພື່ອປິດຊ່ອງວ່າງດ້ານການຄຸ້ມຄອງ

  ຜະລິດຕະພັນປະກັນໄພລາຄາບໍ່ເເພງ ເພື່ອໃຫ້ຄວາມຄຸ້ມຄອງການເກີດອຸບັດເຫດ ເເລະ ການເສຍອົງຄະເເບບສິ້ນເຊີງ ເເລະ ຖາວອນ ທີ່ທຸກຄົນສາມາດຊື້ໄດ້ຢູ່ເທິງເວັບໄຊ້ຂອງບໍລິສັດ ພຣູເດັນໂຊລ໌ ລາວ ບໍລິສັດ ພຣູເດັັນໂຊລ໌ ປະກັນໄພຊີວິດ ລາວ ຈຳກັດ (“ພຣູເດັນໂຊລ໌ ລາວ”) ໄດ້ມີການເປີດໂຕຜະລິດຕະພັນ ພຣູໄລ້ ກາດ…

ຂຸດຄົ້ນ-ນໍາໃຊ້ທ່າແຮງທີ່ບົ່ມຊ້ອນໃຫ້ກາຍເປັນຈຸດຂາຍ ໃນການທ່ອງທ່ຽວ

ຂຸດຄົ້ນ-ນໍາໃຊ້ທ່າແຮງທີ່ບົ່ມຊ້ອນໃຫ້ກາຍເປັນຈຸດຂາຍ ໃນການທ່ອງທ່ຽວ

ໂດຍ: ທິດກໍ່າ ນັບແຕ່ການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ເບົາບາງລົງ ແລະ ມະຫັບມະຫາຍໄປຈາກປະເທດເຮົາ, ພັກ ແລະ ລັດຖະບານກໍໄດ້ເລີ່ມເປີດປະເທດຄືນໃໝ່ມາແຕ່ທ້າຍເດືອນພຶດສະພາ 2022 ຈົນມາຮອດປັດຈຸບັນ ກໍເຫັນວ່າຂະແໜງການທ່ອງທ່ຽວຂອງບ້ານເຮົາເລີ່ມມີບັນຍາກາດໃໝ່ເປັນໄລຍະໆຕະຫລອດມາ ອັນທີ່ໂດດເດັ່ນທີ່ສຸດໃນຍາມເທດສະການໄດ້ມີນັກທ່ອງທ່ຽວເດີນທາງໄປມາຜ່ານສາຍທາງລົດໄຟຄວາມໄວສູງ ລາວ-ຈີນ ຈົນໄດ້ລຽນຄິວອັ່ງອໍ ແລະ ເພີ່ມທ່ຽວ ເພື່ອສະໝອງກັບຄວາມຮຽກຮ້ອງຕ້ອງການຂອງມວນຊົນ. ນີ້ມັນເປັນສັນຍານເຕືອນວ່າອຸດສາຫະກໍາການທ່ອງທ່ຽວຢູ່ບ້ານເຮົາພວມນັບມື້ຈະເຕີບໃຫຍ່ ແລະ…

ນອນໜ້ອຍສົ່ງຜົນຕໍ່ພຶດຕິກໍາ

ນອນໜ້ອຍສົ່ງຜົນຕໍ່ພຶດຕິກໍາ

ເຖິງແມ່ນວ່າເຮົາຈະບໍ່ໄດ້ນອນ 1 ຊົ່ວໂມງ ກໍມີຜົນຕໍ່ພຶດຕິກໍາໃນການໃຊ້ຊີວິດໄດ້ ເຊັ່ນການຊ່ວຍເຫລືອຄົນອື່ນ ແລະ ການອົດນອນຈະສົ່ງຜົນຕໍ່ສະໝອງເຊິ່ງກົງກັບທິດສະດີຈິດໃຈ ທີ່ເຮັດໃຫ້ຄົນເຮົາມີຄວາມກະຕືລືລົ້ນໃນການໃຊ້ຊີວິດໜ້ອຍລົງ, ຖືໄດ້ວ່າການນອນເປັນໜຶ່ງໃນວິທີພັກຜ່ອນທີ່ສົ່ງຜົນດີຕໍ່ຮ່າງກາຍ ແລະ ຈິດໃຈ, ເມື່ອເຮົານອນເຕັມອີ່ມ ຫລື ພັກຜ່ອນຢ່າງພຽງພໍ ຈະເຮັດໃຫ້ຊີວິດໃນແຕ່ລະມື້ນັ້ນມີຊີວິດຊີວາຂຶ້ນ . ເວົ້າມາແລ້ວກະຂໍຕົວໄປພັກຜ່ອນກ່ອນ ຂໍ້ມູນຈາກ CNN Health…

ອຸດົມໄຊ ອະນຸຍາດໃຫ້ເອກະຊົນ ສຳປະທານ ເຂດພູຫຍ້າຄາ ເພື່ອພັດທະນາເປັນແຫລ່ງທ່ອງທ່ຽວແບບຍືນຍົງ  50 ປີ ມູນຄ່າ 2.2 ລ້ານກວ່າໂດລາ

ອຸດົມໄຊ ອະນຸຍາດໃຫ້ເອກະຊົນ ສຳປະທານ ເຂດພູຫຍ້າຄາ ເພື່ອພັດທະນາເປັນແຫລ່ງທ່ອງທ່ຽວແບບຍືນຍົງ 50 ປີ ມູນຄ່າ 2.2 ລ້ານກວ່າໂດລາ

ວັນທີ 24 ກຸມພາ 2023 ນີ້  ພະແນກແຜນ ການ ແລະ ການລົງທຶນ ແຂວງອຸດົມໄຊ ເຊັນສັນຍາວ່າດ້ວຍການລົງທຶນພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ຢູ່ເຂດພູຫຍ້າຄາ, ບ້ານຫລັກ 32, ເມືອງໄຊ, ແຂວງອຸດົມໄຊ. ເນື້ອທີ່ທັງໝົດ…

10 ຄຸນປະໂຫຍດຂອງສະຕໍເບີລີ່ຕໍ່ຮ່າງກາຍ

10 ຄຸນປະໂຫຍດຂອງສະຕໍເບີລີ່ຕໍ່ຮ່າງກາຍ

ສະຕໍເບີລີ່ ເປັນໝາກໄທ້ທີ່ມີແຄວລໍລີ່ໜ້ອຍ ມີລົດຊາດແຊບ ແລະ ດີຕໍ່ສຸຂະພາບ, ເຖິງຈະເປັນສະຕໍເບີລີ່ສົດ ຫລື ແຊ່ແຂງກໍລ້ວນແລ້ວແຕ່ມີຄຸນປະໂຫຍດ ເພາະໃນສະຕໍເບີລີ່ອຸດົມໄປດ້ວຍ ວິຕາມິນເອ, ວິຕາມິນບີ, ວິຕາມິນຊີ ແລະ ກາກໃຍອາຫານ (Fiber). ນອກຈາກສານອາຫານແລ້ວຍັງມີຜົນຕໍ່ສຸຂະພາບເຮົາດັ່ງນີ້: 1 ເສີມສ້າງພູມຄຸ້ມກັນ 2 ປົກປ້ອງສຸຂະພາບດວງຕາ…

ປະໂຫຍດຂອງການສີດໂບທັອກ ຕົວຊ່ວຍເຮັດໃຫ້ນານເຖົ້າ

ປະໂຫຍດຂອງການສີດໂບທັອກ ຕົວຊ່ວຍເຮັດໃຫ້ນານເຖົ້າ

ຫລາຍທ່ານອາດຈະຮູ້ຈັກ ໂບທັອກ ຫລື Botulinum Toxin ເປັນຢ່າງດີ ເພາະ Botulinum Toxin ຖືກເອົາມາໃຊ້ໃນດ້ານຄວາມງາມກັນຢ່າງແຜ່ຫລາຍໃນປັດຈຸບັນ ເພາະມັນຊ່ວຍຫລຸດຮອຍຫ່ຽວຍານ, ຮອຍຕີນກາ ແລະ ປັບຮູບໜ້າທີ່ໄດ້ຜົນຈະແຈ້ງ ແລະ ໃຊ້ເວລາໃນການຮັບການສີດບໍ່ດົນ. ມື້ນີ້ພວກເຮົາມີຂໍ້ມູນກ່ຽວກັບໂບທັອກ Botulinum Toxin ຕົວຊ່ວຍຫລຸດຮອຍຫ່ຽວ…