ນະຄອນຫລວງວຽງຈັນເປັນ ເມືອງເອກຂອງ ສປປ ລາວ ມີປະຊາກອນອາໄສຢູ່ເກືອບ 800.000 ຄົນ, ມີເນື້ອທີ່ 3.920 ກິໂລຕາແມັດ ຊຶ່ງເປັນເຂດທີ່ ມີປະຊາຊົນອາໄສຢູ່ຢ່າງໜາ ແໜ້ນທີ່ສຸດ ໃນປະເທດ (ປະ ມານ 200 ຄົນ/ຕາລາງກິໂລ ແມັດ). ນະຄອນຫຼວງວຽງຈັນ ປະກອບມີ 9 ຕົວເມືອງໄດ້ແກ່ເມືອງຈັນທະບູລີ, ເມືອງສີໂຄດຕະບອງ, ເມືອງໄຊເຊດຖາ, ເມືອງສີສັດຕະນາກ, ເມືອງນາ ຊາຍທອງ, ເມືອງໄຊທານີ, ເມືອງຫາດຊາຍຟອງ, ເມືອງສັງທອງ ແລະ ເມືອງປາກງື່ມ.
ແຫລງທ່ອງທ່ຽວໃນ ນະຄອນຫລວງວຽງຈັນ ປະກອບມີ 21 ສະຖານທີ່ທີ່ສຳຄັນຄື:
1 ພະທາດຫຼວງວຽງຈັນ
2 ປະຕູໄຊ
3 ຫໍຄຳ
4 ວັດສີເມືອງ
5 ຫໍຫຼັກເມືອງ
6 ຫໍພະແກ້ວ
7 ວັດສີສະເກດ
8 ວັດອົງຕື້ມະຫາວິຫານ
9 ວັດອິນແປງວໍຣະວິຫານ
10 ພິພິທະພັນ ໄກສອນ ພົມວິຫານ
11 ອະນຸສອນສະຖານ ປະທານ ສຸພານຸວົງ
12 ສວນເຈົ້າອານຸວົງ
13 ຕະຫຼາດກາງຄືນແຄມຂອງ
14 ຕາດຫີນຄັນນາ
15 ຕາດຊອນ
16 ຕາດມູນ-ຕາດປ່າໄລ່-ຕາດວັງນອງ-ຕາດວັງນ້ຳເຜິ້ງ
17 ສວນວັດທະນະທຳຊຽງຄວນ
18 ວັດຖ້ຳພະ
19 ວັດປ່າຖ້ຳຄອກມ້າ
20 ວັດຖ້ຳພະລືສີ
21 ນ້ຳປຽນຢໍລະປາ
ແລະ ນອກຈາກນີ້ແລ້ວ ຍັງມີອີກຫລາຍໆສະຖານທີ່ ທີ່ໜ້າສົນໃຈແຕກຕ່າງກັນໄປ.
ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ