ສປປ ເກົາຫລີ ທົດລອງລູກສອນໄຟຄັ້ງທໍາອິດໃນຮອບ 5 ເດືອນ ຮັບ APEC 2025 ແລະ ທ່ານ ທຣໍາ ຢ້ຽມຢາມອາຊີ
ສປປ ເກົາຫລີ ທົດລອງລູກສອນໄຟຄັ້ງທໍາອິດໃນຮອບ 5 ເດືອນ ຄາດວ່າສັ່ງ “ສັນຍານ” ລ່ວງໜ້າ 1 ອາທິດກ່ອນກອງປະຊຸມ APEC 2025 ຢູ່ ສ.ເກົາຫລີ ແລະ ການຢ້ຽມຢາມອາຊີຂອງທ່ານ ໂດນັລ ທຣໍາ ຜູ້ນໍາອາເມລິກາ.
ວັນທີ 22 ຕຸລາ 2025, ຄະນະເສນາທິການທະຫານຮ່ວມ ສ.ເກົາຫລີ (Joint Chiefs of Staff: JCS) ກວດພົບວ່າ: ສປປ ເກົາຫລີ ຍິງລູກສອນໄຟໄລຍະໃກ້ຫລາຍລູກ ທາງທິດຕາເວັນອອກສຽງເໜືອ ຈາກເມືອງຈຸງຮວາ ແຂວງຮວັງແຮເໜືອ ເຊິ່ງຢູ່ທາງພາກໃຕ້ຂອງປະເທດ ສປປ ເກົາຫລີ ເມື່ອເວລາ 8:10 ໂມງ.
ລາຍງານລະບຸວ່າ: ລູກສອນໄຟດັ່ງກ່າວບິນໄປໄກປະມານ 350 ກິໂລແມັດ ແລະ ອາດເປັນລູກສອນໄຟທາງຍຸດທະວິທີແບບດຽວກັບ ສປປ ເກົາຫລີ ທົດລອງໃນເດືອນກັນຍາ 2024 ເຊິ່ງ JSC ກໍາລັງກວດສອບລາຍລະອຽດກັບທາງການອາເມລິກາ ໂດຍຄາດວ່າອາວຸດເຫລົ່ານີ້ອາດຕົກຢູ່ແຜ່ນດິນຫລາຍກວ່າຈະເປັນທະເລຕາເວັນອອກ.
ຂະນະທີ່, ທ່ານ ຊານາເອະ ທາຄາອິຈິ ນາຍົກລັດຖະມົນຕີຍີ່ປຸ່ນ ລະບຸວ່າ: ການຍິງລູກສອນໄຟຂອງ ສປປ ເກົາຫລີ ຄັ້ງນີ້ ບໍ່ໄດ້ສ້າງຜົນກະທົບໃດໆຕໍ່ປະເທດ ໂດຍເປີດເຜີຍວ່າ: ຍີ່ປຸ່ນ, ສ.ເກົາຫລີ ແລະ ອາເມລິກາ ກໍາລັງແບ່ງປັນຂໍ້ມູນ ແລະ ແຈ້ງເຕືອນຄວາມຄືບໜ້າຈຸດຂອງລູກສອນໄຟ.
ການທົດລອງລູກສອນໄຟຂອງ ສປປ ເກົາຫລີ ຖືເປັນຄັ້ງທີ 5 ຂອງປີ 2025. ອີກທັງຍັງເປັນຄັ້ງທໍາອິດໃນຮອບ 5 ເດືອນ ນັບແຕ່ການດໍາລົງຕໍາແໜ່ງຂອງທ່ານ ລີແຈມາຍອງ (Lee Jae-myung) ຜູ້ນໍາ ສ.ເກົາຫລີ ຄົນໃໝ່ ຫລັງຍິງລູກສອນໄລຍະໃກ້ລົງທະເລຕາເວັນອອກເຖິງ 2 ຮອບໃນເດືອນພຶດສະພາ.
ອ້າງອີງ:
- https://www.koreatimes.co.kr/world/20251022/expert-skeptical-about-trump-kim-meeting-during-apec-in-s-korea
- https://www.reuters.com/world/asia-pacific/north-korea-fires-ballistic-missile-towards-east-south-korea-says-2025-10-21/
- https://www.koreatimes.co.kr/foreignaffairs/northkorea/20251022/n-korea-fires-1st-ballistic-missiles-in-5-months-ahead-of-trumps-trip-to-apec-summit

