ລາວ-ຣັດເຊຍ ຫາລືການເປີດຖ້ຽວບິນໂດຍກົງລະຫວ່າງປະເທດ ເພື່ອສົ່ງເສີມການທ່ອງທ່ຽວ

ວັນທີ 27 ຕຸລາ 2022 ນີ້, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ອາເລັກຊານດຣ ຣາດກົບ ຜູ້ອໍານວຍການສູນວິທະຍາສາດ ແລະ ວັດທະນະທໍາ ຣັດເຊຍ ປະຈໍາລາວ ພ້ອມຄະນະ ເພື່ອປຶກສາຫາລືກ່ຽວ ກັບການເປີດຖ້ຽວບິນໂດຍກົງລະຫວ່າງ ວະລາດີໂວສະຕົກ ແລະ ນະຄອນຫລວງວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວ.
ທ່ານ ຮອງລັດຖະມົນຕີ ຖວທ ໄດ້ແດງຄວາມຕ້ອນຮັບຕໍ່ການມາຢ້ຽມພົບ ປະໃນຄັ້ງນີ້ ຂອງທ່ານ ອາເລັກຊານດຣ ຣາດກົບ ຜູ້ອໍານວຍການສູນວິທະຍາສາດ ແລະ ວັດທະນະທໍາ ຣັດເຊຍ ປະຈໍາ ສປປ ລາວ ພ້ອມຄະນະ, ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມສ້າງ ແລະ ຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດລາວ-ຣັດເຊຍ ໂດຍສະເພາະການຮ່ວມມືຂົງເຂດການ ທ່ອງທ່ຽວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ໂອກາດນີ້, ທ່ານ ອາເລັກຊານດຣ ຣາດກົບ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບຂອງທ່ານຮອງລັດຖະມົນ ຕີກະຊວງ ຖວທ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ປຶກສາຫາລືກ່ຽວກັບການເປີດຖ້ຽວບິນໂດຍກົງລະຫວ່າງ ວະລາດີໂວສະຕົກ ແລະ ນະຄອນຫລວງວຽງຈັນ ເພື່ອສົ່ງເສີມການ ທ່ອງທ່ຽວ ຂອງສອງປະເທດ ລາວ-ຣັດເຊຍ ຊຶ່ງທ່ານເຊື່ອໜັ້ນວ່າ ເຫດການນີ້ຈະສ້າງກໍາລັງແຮງເພີ່ມຕື່ມໃຫ້ແກ່ການຮ່ວມມືດ້ານເສດຖະກິດລະ ຫວ່າງສອງປະເທດ ຈະເປັນການປະກອບສ່ວນຊຸກຍູ້ ແລະ ຂະຫຍາຍການພົວພັນດ້ານມະນຸດສະທໍາ, ພັດທະນາແລກປ່ຽນ ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ມີມາແຕ່ດົນນານ ໄດ້ມີການເຊື່ອມໂຍງຢ່າງແໜ້ນແຟ້ນໃນຫລາຍຂົງເຂດການຮ່ວມມືສອງຝ່າຍ ເພື່ອສືບຕໍ່ຮ່ວມມືໃຫ້ການຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຂື້ນໄປເລື້ອຍໆ.
ນອກນີ້, ປະຊາຊົນຣັດເຊຍ ກໍຄືນັກທ່ອງທ່ຽວຣັດເຊຍສ່ວນຫລາຍແມ່ນມີຄວາມຍິນດີໃນການເດີນທາງມາພັກຜ່ອນຢູ່ບັນດາປະເທດອາຊີຕາເວັນອອກສ່ຽງ ໃຕ້ເຊັ່ນ: ສສ ຫວຽດນາມ, ໄທ, ອິນໂດເນເຊຍ ແລະ ປະເທດອື່ນໆ, ແຕ່ຍ້ອນການຂາດຖ້ຽວບິນໂດຍກົງ ຈຶ່ງເປັນອຸປະສັກແກ່ນັກທ່ອງທ່ຽວຣັດເຊຍ ທີ່ຈະມາຢ້ຽມຢາມ ສປປ ລາວ. ປັດຈຸບັນ ແມ່ນເປັນສິ່ງທີ່ສໍາຄັນຫລາຍໃຫ້ແກ່ຊຸດ(Package) ຂໍ້ສະເໜີໃຫ້ທັນທັນເວລາ ກ່ຽວກັບການພັກຜ່ອນຂອງພົນລະ ເມືອງ ຣັດເຊຍ ຢູ່ ສປປ ລາວ ທີ່ສາມາດນໍາເອົາໄປສະເໜີຕໍ່ຕະຫລາດທ່ອງທ່ຽວຣັດເຊຍໄດ້.

