EBU ເປີດເຜີຍຜົນການທົດສອບ ຜູ້ຊ່ວຍ AI “ຍັງບໍ່ພ້ອມ” ທີ່ຈະເປັນແຫລ່ງຂໍ້ມູນທີ່ເຊື່ອຖືໄດ້

ສະຫະພັນກະຈາຍສຽງແຫ່ງເອີຣົບ (European Broadcasting Union – EBU) ໄດ້ເຜີຍຜົນການສຶກສາພົບວ່າ: ຜູ້ຊ່ວຍປັນຍາປະດິດ (AI) ຊື່ດັງ ເຊັ່ນ: ChatGPT ຂອງ OpenAI, Copilot ຂອງ Microsoft, Gemini ຂອງ Google ແລະ Perplexity ຍັງຄົງໃຫ້ຂໍ້ມູນຂ່າວສານທີ່ຄາດເຄື່ອນໃນອັດຕາທີ່ສູງ. ໂດຍມີຄໍາຕອບທີ່ ຜິດພາດຢ່າງໜ້ອຍໜຶ່ງຂໍ້” ສູງເຖິງ 45% ຂອງຄໍາຕອບທັງໝົດ.

ການທົດສອບດັ່ງກ່າວໄດ້ດໍາເນີນການໂດຍສື່ສາທາລະນະ 22 ແຫ່ງ ຈາກ 18 ປະເທດ ໃນເອີຣົບ  ລະຫວ່າງປາຍເດືອນພຶດສະພາ ເຖິງ ຕົ້ນເດືອນມິຖຸນາທີ່ຜ່ານມາ, ໂດຍໃຊ້ຄໍາຖາມກ່ຽວກັບຂ່າວອັນດຽວກັນ ເພື່ອປະເມີນຄວາມຖືກຕ້ອງຂອງຄໍາຕອບຈາກຜູ້ຊ່ວຍ AI ຂອງແຕ່ລະ ລະບົບ.

ຜົນປະກົດວ່າ:

  • Gemini ຂອງ Google ມີອັດຕາຄວາມຄາດເຄື່ອນຫລາຍທີ່ສຸດ ເຖິງ 76% ເຊິ່ງສູງກວ່າລະບົບອື່ນເກືອບສອງເທົ່າ.
  • ຄວາມຜິດພາດທີ່ພົບທົ່ວໄປໄດ້ແກ່: ການໃຫ້ຂໍ້ມູນທີ່ສັບສົນລະຫວ່າງ ຂ່າວຈິງກັບຂ່າວສຽດສີ, ການລະບຸວັນທີຜິດ ແລະ ບາງກໍລະນີແມ່ນເຖິງຂັ້ນ ແຕ່ງເລື່ອງຂຶ້ນມາເອງ”.

EBU ລະບຸວ່າ ຜົນການສຶກສາສະແດງໃຫ້ເຫັນວ່າ: ຜູ້ຊ່ວຍ AI ຍັງບໍ່ພ້ອມ ທີ່ຈະຖືກນໍາມາໃຊ້ເປັນແຫລ່ງຂ່າວຫລັກ, ໂດຍສະເພາະເມື່ອຂໍ້ມູນທີ່ຕ້ອງການຄວາມຖືກຕ້ອງ ແລະ ຄວາມໜ້າເຊື່ອຖືສູງ. ພ້ອມກັບເຕືອນຜູ້ໃຊ້ງານໃຫ້ ກວດສອບແຫລ່ງຂໍ້ມູນຈາກສື່ຈິງ ກ່ອນນໍາໄປເຜີຍແຜ່ ຫລື ອ້າງອີງ.

ພ້ອມດຽວກັນນັ້ນ, ຜູ້ຊ່ຽວຊານຈາກ BBC ແລະ ສື່ສາທາລະນະເອີຣົບ ຕ່າງກໍເຫັນພ້ອມວ່າ AI ຄວນຖືກໃຊ້ເປັນ ເຄື່ອງມືສະໜັບສະໜູນ” ໃນການສະຫລຸບ ຫລື ຄົ້ນຫາຂໍ້ມູນເທົ່ານັ້ນ, ບໍ່ຄວນໃຊ້ເປັນຊ່ອງທາງເຜີຍແຜ່ຂ່າວສານໂດຍກົງ ໃນສະພາວະທີ່ຍັງພົບອັດຕາຂໍ້ຜິດພາດສູງເຊັ່ນປັດຈຸບັນ.

ທີ່ມາ: Dailynews.co.th