ແຈ້ງປິດຊົ່ວຄາວ ເສັ້ນທາງລອດກ້ອງທາງລົດໄຟ ເຂດບ້ານນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ 1-20 ຕຸລາ 2025

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງໃຫ້ທ່ານຊາບວ່າ: ໃນຊ່ວງວັນ ທີ 1-20 ຕຸລາ 2025 (ເປັນເວລາ 20 ວັນ) ຈະໄດ້ປິດເສັ້ນທາງລົດເບົາ (ລອດກ້ອງທາງລົດໄຟ) ເຂດບ້ານນາທົ່ມ ເມືອງໄຊທານີ ເພື່ອກໍ່ສ້າງຮ່ອງລະບາຍນໍ້າ ແລະ ເທເບຕົງໜ້າທາງ ໃຫ້ໄດ້ຕາມມາດຕະຖານເຕັກນິກທີ່ກຳນົດໄວ້, ເນື່ອງຈາກວ່າ ເສັ້ນທາງຢູ່ຈຸດດັ່ງກ່າວມີພື້ນທີ່ຄັບແຄບ, ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ປິດການສັນຈອນຊົ່ວຄາວ ເພື່ອເຮັດໃຫ້ການດໍາເນີນການກໍ່ສ້າງໄດ້ຕາມເຕັກນິກການອອກແບບ, ສຳເລັດຕາມແຜນທີ່ກຳນົດໄວ້ ແລະ ຮັບປະ ກັນໃຫ້ມີຄວາມປອດໄພ.

ສະນັ້ນ, ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈຶ່ງຂໍຄວາມຮ່ວມມືມາຍັງ ສໍານັກງານອົງ ການຈັດຕັ້ງ ລັດ-ສາກົນ, ພະນັກງານ, ທະຫານ, ຕຳຫຼວດ, ອົງການຈັດຕັ້ງທຸກພາກສ່ວນ, ຕະຫຼອດຮອດພໍ່ແມ່ ປະຊາຊົນ, ຊາວຄ້າຂາຍ ໃນ ນະຄອນຫຼວງວຽງຈັນ ແລະ ຜູ້ມີຈຸດປະສົງນໍາໃຊ້ເສັ້ນທາງດັ່ງກ່າວ ແມ່ນໃຫ້ເວັ້ນໄປນໍາ ໃຊ້ເສັ້ນທາງອື່ນ, ເວັ້ນໄປນໍາໃຊ້ເສັ້ນທາງລອດກ້ອງທາງລົດໄຟສໍາລັບລົດບັນທຸກໜັກ ຫຼື ທ່ານໃດທີ່ອາໃສຢູ່ເຂດນັ້ນ ກໍຂໍໃຫ້ຄວາມຮ່ວມມື ແລະ ມີຄວາມລະມັດລະວັງ ໃນການຂັບຂີ່ ແລະ ໃຫ້ປະຕິບັດຕາມເຈົ້າໜ້າທີ່ອໍານວຍຄວາມ ສະດວກ ຫຼື ໄປຕາມເສັ້ນທາງເວັ້ນ ທີ່ທາງເຈົ້າໜ້າທີ່ໄດ້ກຳນົດໄວ້.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຊາບ ແລະ ໃຫ້ຄວາມຮ່ວມມືດ້ວຍ