ປະຕິບັດລະບຽບການສັນຈອນຢ່າງຖືກຕ້ອງຊີວິດຈຶ່ງປອດໄພຈາກອຸປະຕິເຫດ
ໂດຍ: ຜາຕຸງ
ປັດຈຸບັນ ລົດລາງພາຫານະ ນັບມື້ນັບເພີ່ມຂຶ້ນ ແຕ່ຖະໜົນຍັງຄັບແຄບບໍ່ໄດ້ຮັບການຂະຫຍາຍໃນການຮອງຮັບລະບົບຄົມມະນາຄົມໃຫ້ສະດວກວ່ອງໄວເທົ່າທີ່ຄວນ ບວກກັບຄວາມປະໝາດຂາດສະຕິເລິ່ນເລິ້ ຂອງຜູ້ນຳໃຊ້ຍວດຍານ ພາຫານະ ຕາມທ້ອງຖະໜົນຫົນທາງສ່ວນຫຼວງຫຼາຍຍັງຖືເບົາ ບໍ່ປະຕິບັດຕາມລະບຽບການສັນຈອນທາງບົກຢ່າງເຂັ້ມງວດ ຈຶ່ງເຮັດໃຫ້ອຸປະຕິເຫດຕາມທ້ອງຖະໜົນຫຼວງອາດເປັນພາວະປົກກະຕິຂອງມັນກໍ່ວ່າໄດ້ ຍ້ອນວ່າອຸປະຕິເຫດມັນເກີດບໍ່ເວັ້ນແຕ່ລະວັນແທ້ໆ.
ອຸປະຕິເຫດີ່ເກີດຂຶ້ນມານີ້, ແນ່ນອນວ່າ ເມື່ອເກີດຂຶ້ນມາແລ້ວຍ່ອມມີຄວາມສູນເສຍບໍ່ໜ້ອຍກໍຫຼາຍ ມັນຂຶ້ນຕາມແຕ່ລະກໍລະນີຂອງອຸປະຕິເຫດເຫຼົ່ານັ້ນ ອັນທຳອິດເເມ່ນຄວາມສູນເສຍທາງດ້ານຊັບສິນ ເປ່ເພເສຍຫາຍ ແຕ່ເລັກໜ້ອຍຈົນຮອດໃຊ້ການບໍ່ໄດ້, ຕໍ່ມາເສຍທາງດ້ານເວລາສຳລັບຕົວເອງ ແລະ ຜູ້ອື່ນທີ່ຮ່ວມສັນຈອນໄປມາລວມທັງເຈົ້າໜ້າທີ່, ເສຍຄວາມສົມບູນຂອງຮ່າງກາຍຍັ້ອນການບາດເຈັບຈາກອຸປະຕິເຫດ ໂຊກຍັງດີແດ່ກໍບາດເຈັບ ແຕ່ຫາກໂຊກຮ້າຍເກີນໄປກໍເຖິງຂັ້ນເສຍຊີວິດກໍ່ມີມາກມີຫຼາຍ.
ຄັນຊັ້ນມັນເປັນຍ້ອນຫຍັງຈຶ່ງເກີດອຸປະຕິເຫດຫຼາຍແທ້? ອາດມີຫຼາຍຄຳຕອບ ຫຼາຍຄົນກໍຖິ້ມໂທດໃສ່ພາກລັດວ່າບໍ່ເອົາໃຈໃສ່ໃນການສ້າງສາພັດທະນາ ບໍ່ຂະຫຍາຍເສັ້ນທາງຄົມມະນາຄົມໃຫ້ສະດວກໂລ່ງລ່ຽນ, ບາງຄົນອາດຈະຄິດວ່າເປັນຍ້ອນການນຳເຂົ້າພາຫານະຫຼາຍໂພດໂດຍທີ່ບໍ່ມີການຈຳກັດກຳນົດຂອບເຂດ ແລະ ອື່ນໆ ນັ້ນກໍບໍ່ຜິດດອກແມ່ນບໍ? ແຕ່ສິ່ງທີ່ຜາຕຸງຢາກເວົ້າແມ່ນ ສິ່ງທີ່ຜິດພາດເຮັດໃຫ້ອຸປະຕິເຫດເກີດຂຶ້ນຫຼາຍກໍອາດແມ່ນຍ້ອນການຄວບຄຸມຄຸ້ມຄອງ ຫຼື ຈະເວົ້າວ່າການປະຕິບັດລະບຽບກົດໝາຍ ໂດຍສະເພາະ ລະບຽບການສັນຈອນທາງບົກນີ້ລະຍັງອ່ອນ ບໍ່ເຂັ້ມງວດເທົ່າທີ່ຄວນ ໃນເມື່ອລະບຽບຂໍ້ບັງຄັບບໍ່ເຂັ້ມງວດກາຍເປັນຊ່ອງຫວ່າງໃຫ້ກຸ່ມຄົນທົ່ວສ້າງຄວາມສັບສົນວຸ່ນວາຍໃນການສັນຈອນໃຊ້ລົດໃຊ້ຖະໜົນຕາມໃຈຕົນເອງ ຢາກເຮັດແນວໃດ ຢຂັບຂີ່ແນວໃດກໍ່ເຮັດຕາມລຳພັງໃຈຂອງເຂົາເອງ ຈຶ່ງກໍ່ໃຫ້ເກີດອຸປະຕິເຫດໄດ້ງ່າຍຂຶ້ນ.
ນອກຈາກນັ້ນ ຕາມການກວດກາຕົວຈິງຂອງເຈົ້າໜ້າທີ່ ຈາລະຈອນໃຫ້ຮູ້ວ່າອຸປະຕິເຫດເກີດຂຶ້ນທັງ ໝົດນັ້ນລ້ວນແລ້ວແຕ່ມາຈາກການຂາດລະບຽບວິໃນຜູ້ຂັບຂີ່ບໍ່ເຄົາລົບລະບຽບການສັນຈອນທາງບົກ, ເຕັກນິກລົດບໍ່ຮັບປະກັນ, ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດແລະອື່ນໆ ໃນນີ້ ເກີດຈາກການຂັບຂີ່ດ້ວຍຄວາມໄວເກີນກຳນົດ, ປ່ຽນທິດທາງເດີນ ຫຼື ຍ້ອນສວນທາງ, ບໍ່ປ່ອຍສິດ, ດື່ມເຫຼົ້າ, ຊີງຂຶ້ນໜ້າບໍ່ຮັບປະກັນ , ເຕັກນິກລົດບໍ່ຮັບປະກັນ ແລະ ອື່ນໆ.
ຍິ່ງໄລຍະປະຈຸບັນ ເວົ້າສະເພາະໃນນະຄອນຫຼວງວຽງພວມມີການສ້າງທາງລົດເມໄຟຟ້າ ບີອາຣ໌ທີ ຍິ່ງເຮັດໃຫ້ການສັນຈອນຕາຖະໜົນສາຍຫຼັກມີຄວາມແອອັດຂຶ້ນ ດັ່ງນັ້ນຜູ້ຂັບຂີ່ຍິ່ງຕ້ອງເພີ່ມສະຕິລະມັດ ລະວັງໃຫ້ຫຼາຍຂຶ້ນກວ່າເກົ່າເພື່ອຫຼີກລ່ຽງອຸປະຕິເຫດ, ເຫີດອຸປະຕິເຫດຂຶ້ນມາຈະໄປຖິ້ມໂທດໃສ່ວ່າແຕ່ທາງແຄບ ແມ່ນບໍ່ເປັນເດີ່ ຕ້ອງກວດກາຄືນເບິ່ງວ່າເຮົາປະຕິບັດລະບຽບການສັນຈອນທາງບົກໄດ້ດີສ່ຳໃດແລ້ວ ຫຼືໃນນັ້ນເຮົາກໍ່ອາດເປັນຜູ້ໜຶ່ງທີ່ສ້າງບັນຫາໃນການເກີດອຸປະຕິເຫດກໍ່ເປັນໄດ້, ເພາະທີ່ຜ່ານມາໄດ້ຢັ້ງຢືນໃຫ້ພວກເຮົາເຫັນແລ້ວວ່າ ຈັນຍາບັນຂອງຜູ້ຂັບຂີ່ຍວດຍານພາຫະນະຂອງຄົນໃນສັງຄົມເຮົາເວົ້າສະເພາະແຕ່ຄົນຈຳນວນໜຶ່ງເທົ່ານັ້ນເດີ່ ບໍ່ໄດ້ຕີລວດກວດພຽງຄືຜອງເຂົ້າດອກ ເພາະມີຄົນຈຳ ນວນຫຼາຍຍັງຂາດມາລະຍາດຂາດ ຄວາມນັບຖື ລະບຽບກົດໝາຍບ້ານເມືອງ ໂດຍສະເພາະ ລະບຽບການສັນຈອນທາງບົກຊຶ່ງຄົນປະເພດນີ້ຄວນໄດ້ຮັບການກ່າວປະນາມຈາກສັງຄົມ.

