ນິດໄສວັດທະນະທຳດ້ານການຂັບຂີ່ ຢູ່ລາວເຮົາຍັງຕ້ອງໄດ້ດັດ ແລະ ແກ້ໄຂກັນອີກຍາວ
ໂດຍ : ມຶກບໍ່ແຫ້ງ ໃນສະພາບທີ່ລົດນັບມື້ນັບເພີ່ມຂຶ້ນ ແຕ່ເນື້ອທີ່ ແລະເສັ້ນທາງເຮົາມີຈຳກັດນັ້ນ ການຂັບຂີ່ທີ່ໃຫ້ຄວາມເຄົາລົບ ເຊິ່ງກັນ ແລະກັນ ມັນມີຄວາມຈຳເປັນຢ່າງຍິ່ງ ທີ່ຈະເຮັດໃຫ້ຕົນເອງ ແລະຄົນອື່ນປອດໄພ. ເມື່ອເຮົາຂັບລົດເທິງຖະໜົນນັ້ນບໍ່ພຽງແຕ່ຈະມີຄວາມຮັບຜິດຊອບຊີວິດຕົນເອງໃຫ້ປອດໄພ ແຕ່ຄວນຈື່ໄວ້ ໃນໃຈສະເໝີວ່າ ເຮົາກໍຄວນມີຄວາມຮັບຜິດຊອບຕໍ່ຄົນອື່ນເຊັ່ນກັນ ເພາະຖະໜົນເສັ້ນດຽວ ມີຫຼາຍຄົນໃຊ້ໄຕ່ໄປມາ ຮ່ວມກັນຄື :…

