ມູນນິທິ ກູ້ໄພ ພົມມະເທບ ສະຫວັນນະເຂດ ລາຍງານວ່າ: ເວລາປະມານ 00:09 ໂມງ ວັນທີ 15 ກັນຍາ 2025 ເກີດເຫດລົດຟອດ ເອເວີ້ເລດ ຕຳກຳແພງ ຢູ່ວົງວຽນອະນຸສາວະລີ ທ່ານໜູຮັກ ນະຄອນໄກສອນ ແຂວງສະຫວັນນະເຂດ ເສຍຊີວິດຢູ່ໂຮງໝໍ 1 ຄົນ ເນື່ອງຈາກຖືກກະທົບຫົວຮຸນແຮງ, ໜ້າຜາກມີແຜເປີດເລິກ ແລະ ມີຜູ້ໄດ້ຮັບບາດເຈັບ 3 ຄົ ທັງໝົດເປັນເພດຊາຍ.