ຂັບຂີ່ລົດບໍລິການສັງຄົມ ຕ້ອງມີຈັນຍາບັນຈັນຍາທຳ ມີຄວາມຮັບຜິດຊອບໃຫ້ຫຼາຍຂຶ້ນ

ໂດຍ: ຜາຕຸງ

ນັບວ່າເປັນໜ້າຊື່ນຊົມຍິນດີຫຼາຍ ທີ່ສະພາບການຄົມມະນາຄົມຂົນສົ່ງໂດຍສານຢູ່ໃນນະຄອນຫຼວງຂອງປະເທດເຮົາໃນປັດຈຸບັນມີຄວາມສະດວກສະບາຍຫຼາຍກວ່າແຕ່ກ່ອນຕັ້ງຫຼາຍເທົ່າ, ນອກນນີ້ຢູ່ໃນເທສະບານແຂວງ ເມືອງກໍໄດ້ຮັບການພັດທະນາ ມີທັງເມລົດດ່ວນ, ລົດສາທາລະນະ, ລົດຕຸກໆ, ຈຳໂບ້ແລະອື່ນໆ ທີ່ອຳນວຍຄວາມສະດວກໃຫ້ແກ່ບຸກຄົນ ແລະ ສັງຄົມໃນການສັນຈອນໄປມາ. ນອກນນີ້ຍັງມີລົດຈາກພາກສ່ວນວິສາຫະກິດສ່ວນບຸກຄົນທີ່ປະກອບການສຳປະທານດຳເນີນທຸລະກິດໄດ້ນຳເອົາລົດເຂົ້າມາບໍລິການຮັບໃຊ້ສັງຄົມໃນການສັນຈອນໄປມາຢ່າງຫຼວງຫຼາຍ ສະດວກເຖິງເປົ້າໝາຍໄດ້ທັນເວລາ ເຮັດໃຫ້ສັງຄົມເລີ່ມຫັນມານຳໃຊ້ການບໍລິການລົດນັບມື້ຫຼາຍຂຶ້ນ.

ນີ້ຖ້າເບິ່ງໃນແງ່ມຸມການພັດທະນານັ້ນຖືວ່າເປັນການດີຫຼາຍ ນອກຈາກວ່າຈະສະແດງເຖິງສະພາບເສດຖະກິດຂອງຊາດເລີ່ມກັບມາຟື້ນຕົວເຂັ້ມແຂງຂຶ້ນ ພາຍຫຼັງທີ່ປະເຊີນກັບພິດໄພຂອງເສດຖະກິດໂລກມາໄລຍະໜຶ່ງ, ນອກນັ້ນມັນເປັນອີກທາງເລືອກໃໝ່ຂອງສັງຄົມໃນການຊົມໃຊ້ການບໍລິການທີ່ມີຫຼາຍທາງເລືອກ, ແຕ່ຖ້າເບິ່ງອີກໃນແງ່ມຸມໜຶ່ງ ບັນດານັກຂັບຂີ່ ຫຼື ຜູ້ໃຫ້ບໍລິການໄດ້ມີການແຂ່ງຂັນກັນດ້ານການບໍລິການ ແລະ ດ້ານການສ້າງຍອດລາຍຮັບ ຈົນລືມກົດລະບຽບ ແລະ ມາລະຍາດທາງການສັນຈອນ ຈົນເປັນການສ້າງຄວາມເດືອດຮ້ອນສັບສົນວຸ່ນວາຍໃນສັງຄົມ ມີບາງຄັ້ງຈົນເຖິງຂັ້ນລົງໄມ້ລົງມີກັນກໍມີ  ອັນນຳໄປສູ່ຄວາມສູນເສຍພາບພົດໃນວົງກວ້າງ.

ໃນໄລຍະຜ່ານມາພວກເຮົາຈະເຫັນວ່າ ຜູ້ຂັບລົດບໍລິການຈຳນວນບໍ່ໜ້ອຍເວລາຂັບຂີ່ລົດຕາມທ້ອງຖະໜົນຍັງຂາດຈັນຍາບັນ ຈັນຍາທຳ ຂາດຄວາມຮັບຜິດຊອບຕໍ່ສັງຄົມ ເຫັນໄດ້ຈາກການຂັບລົດດ້ວຍຄວາມໄວໃນຕົວເມືອງ, ຂັບແຊງຊ້າຍແຊງຂວາ, ຕັດໜ້າຕັດຫຼັງຢ່າງບໍ່ເກງໃຈບໍ່ຄຳນຶງເຖິງຄວາມປອດໄພຕໍ່ຜູ້ອື່ນເລີຍ ອ້າງແຕ່ຄວາມຟ້າວຟັ່ງຍາດລູກຄ້າກັນ ຫຼື ອາດເປັນຍ້ອນການຮັບເໝົາແຕ່ລະມື້ຕ້ອງໄດ້ສົ່ງຕາມກຳນົດໝາຍບໍ ຖ້າບໍ່ໄດ້ຕາມກຳນົດກໍ່ຖືກຕັດເງິນບໍ ຫຼື ແນວໃດຈຶ່ງເຮັດໃຫ້ເກີດປະກົດການຫຍໍ້ທໍ້ ມີສຽງຈົ່ມວ່າຈາກສັງຄົມນັບມື້ຫຼາຍຂຶ້ນ, ຊຶ່ງຮູບການລັກສະນະແນວນັ້ນ ມັນສ້າງຄວາມຢ້ານກົວ ຄວາມລະແວງສົງໄສເຖິງຄວາມປອດໄພຂອງສັງຄົມ, ເວົ້າແນວນີ້ບໍ່ໄດ້ສະເພາະເຈາະຈົງໃສ່ພາກສ່ວນໃດພາກສ່ວນໜຶ່ງດອກ ເວົ້າມານີ້ກໍແມ່ນອີງຕາມຄວາມເປັນຈິງທີ່ເກີດຂຶ້ນໃນສັງຄົມປັດຈຸບັນ ເພື່ອເປັນການສະທ້ອນໃຫ້ພາກສ່ວກ່ຽວຂ້ອງຮັບຮູ້ເຂົ້າໃຈແລ້ວຫັນໄປປັບປຸງປົວແປງສິ່ງທີ່ຜິດພາດໃຫ້ດີຂຶ້ນ.

ແນວໃດກໍຕາມ ຍັງເຊື່ອວ່າ ຜ່ານມາກ່ອນເຂົ້າຮັບໜ້າທີ່ວຽກງານຂັບລົດ ບໍລິການສັງຄົມ ແນ່ນອນທຸກບໍລິສັດ ແລະ ທຸກຫົວໜ່ວຍທຸລະກິດກໍລ້ວນແຕ່ໄດ້ມີການສຶກສາອົບຮົມຜູ້ຂັບຂີ່ທຸກຄົນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນໃຫ້ກະທຳແຕ່ສິ່ງທີ່ດີ ມີຈັນຍາບັນຈັນຍາທຳ ບໍ່ໃຫ້ມີການກະທຳຜິດກົດຂອງຕົນແລ້ວ ແຕ່ທຸກສິ່ງທຸກຢ່າງຍ່ອມມີທັງສິ່ງທີ່ດີ ແລະ ສິ່ງຫຍໍ້ທໍ້ເປັນເງົາຕາມຕົວ ເມື່ອເກີດປາກົດການຂຶ້ນມາແລ້ວຈະເຮັດແນວໃດໃຫ້ປາກົດການຫຍໍ້ທໍ້ເຫຼົ່ານັ້ນຄ່ອຍໆໝົດໄປ.

ດັ່ງນັ້ນ, ທຸກພາກສ່ວນທີ່ກ່ຽວຂ້ອງຕົ້ນຕໍແມ່ນບໍລິສັດ ຫົວໜ່ວຍພາກສ່ວນທີ່ເປັນນາຍຈ້າງຂອງຄົນຂັບລົດບໍລິການນັ້ນຄວນເຫັນໄດ້ເຖິງຄວາມສຳຄັນ ແລະ ຄຸນຄ່າຂອງຄວາມເປັນຄົນ ຫັນມາໃຫ້ການສຶກສາອົບຮົມໃຫ້ພາກສ່ວນທີ່ຕົນຄຸ້ມຄອງນັ້ນໃຫ້ຮູ້ຈັກ ແລະ ມີມາລະຍາດໃນການຂັບຂີ່ ບໍ່ແມ່ນຈະເຮັດຕາມໃຈຂອງຕົນເອງ ການສຶກສາອົບຮົມຕ້ອງເຮັດເລື້ອຍໆ ເຮັດເປັນປະຈຳ ເຊື່ອວ່າຖ້າຫາກເຮັດໄດ້ແນວນັ້ນອາດຈະເຮັດໃຫ້ປາກົດການຫຍໍ້ທໍ້ໃນວົງການຂັບຂີ່ບໍລິການຜູ້ໂດຍສານໃນສັງຄົມຄ່ອຍໆດີຂຶ້ນຢ່າງແນ່ນອນ.