ການສັນຈອນໄປມາສະດວກແບບສະດວກ ຄືເປົ້າໝາຍໃໝ່ຢູ່ນະຄອນຫລວງວຽງຈັນ
ໂດຍ: ທິດກໍ່າ
ຜ່ານໄປແລ້ວ 2 ອາທິດ ກັບບັນຍາກາດການເປີດສົກຮຽນໃໝ່ ສົກສຶກສາ 2025-2026 ເຊິ່ງເຕັມໄປດ້ວຍບັນຍາກາດຄຶກຄັກ, ເລີ່ມແຕ່ 6 ໂມງເຊົ້າຫາ 8 ໂມງຢູ່ຕາມຖະໜົນຫົນທາງໃນນະຄອນຫລວງວຽງຈັນເຕັມໄປດ້ວຍລົດລາງພາຫະນະອັ່ງອໍຍາວຢຽດ, ຕາມສະຖາບັນການສຶກສາ ໂດຍສະເພາະໂຮງຮຽນຂັ້ນປະຖົມ-ມັດທະຍົມກໍເຕັມໄປດ້ວຍນັກຮຽນ-ນັກສຶກສາທີ່ນຸ່ງໂສ້ງສີນໍ້າເງິນ, ເສື້ອສີຂາວເກີບສີຂາວເປັ່ງປະກາຍຕາມເດີ່ນໂຮງຮຽນ ເມື່ອເຫັນພາບບັນຍາກາດແລ້ວກໍຮູ້ສຶກພູມໃຈນໍາລູກຫລານເຍົາວະຊົນ ເພາະເຂົາຄືຊັບພະຍາກອນອັນປະເສີດຂອງຊາດໃນອະນາຄົດ.
ແຕ່ວ່າຢ່າງໃດກໍດີ, ສິ່ງທີ່ໜັກໃຈຕໍ່ປາກົດການທີ່ໄດ້ພົບເຫັນໃນການໄປມາສົ່ງລູກຫລານໄປໂຮງຮຽນນັ້ນ ກໍຄືສະພາບລົດຕິດ ໂດຍສະເພາະໂຮງຮຽນທີ່ມີເສັ້ນທາງລົດເມບີອາທີ (BRT) ທີ່ກໍາລັງກໍ່ສ້າງບໍ່ທັນສໍາເລັດ ເຊິ່ງໜຶ່ງໃນນັ້ນກໍມີໂຮງຮຽນສິນໄຊ, ໂຮງຮຽນມິດຕະພາບລາວ-ຫວຽດນາມ ເຫັນຈົດລອດຍາວຢຽດໃນມື້ເປີດສົກຮຽນໃໝ່ ອັນເປັນເຫດໃຫ້ການສັນຈອນໄປມາອ່າວຊັກຊ້າ ຍ້ອນລົດຕິດ.
ຫາກຕັ້ງໂຈດກັນວ່າ ເປັນຫຍັງຢູ່ນະຄອນຫລວງວຽງຈັນເຮົາຈຶ່ງນັບມື້ມີສະພາບລົດຕິດໃນແຕ່ລະເດືອນ ຫລືວ່າໃນແຕ່ລະປີເພີ່ມຂຶ້ນເລື້ອຍໆ. ຄໍາຕອບມັນກໍມີຫລາຍປັດໄຈຄື:
ປັດໄຈ ໜຶ່ງ: ເສັ້ນທາງຢູ່ບ້ານເຮົາສ່ວນຫລາຍເປັນເສັ້ນທາງອ່າວແຄບຖ້າທຽບໃສ່ປະເທດເພື່ອນບ້ານເຮົາ. ນອກຈາກເສັ້ນທາງແຄບແລ້ວ ມີຫລາຍເສັ້ນຍັງເປັນທາງດິນແດງ, ມີບວກຂຸມ ຍາມຝົນມີຂີ້ຕົມ ແລະ ຍາມແລ້ງມີຂີ້ຝຸ່ນໃຫງ່ກຸ້ມ ເຮັດໃຫ້ການສັນຈອນໄປມາຊັກຊ້າຊິ້ນເປືອງເວລາ, ສິ້ນເປືອງພາຫະນະ ໂດຍສະເພາະນໍ້າມັນ.
ປັດໄຈອັນທີສອງ ກໍຄືລົດລາງພາຫະນະມັນເພີ່ມຂຶ້ນໃນແຕ່ລະເດືອນ ແລະ ແຕ່ລະປີ ເພາະສະນັ້ນການນໍາສົ່ງລູກຫລານໄປໂຮງຮຽນກໍຕ້ອງໄດ້ຄິດໄລ່ເວລາເດີນທາງເພື່ອໃຫ້ເຂົາເຈົ້າໄດ້ເຂົ້າຮຽນຕາມໂມງເວລາທີ່ກໍານົດ. ສ່ວນໂຮງຮຽນໃດຕັ້ງຢູ່ແຄມທາງດິນແດງມີບວກຂຸມ, ມີຂີ້ຝຸ່ນ ໃນເວລາລົດແລ່ນຜ່ານກໍຍິ່ງໜັກໃຈ ເພາະອາດສົ່ງຜົນກະທົບຕໍ່ສຸຂພາບຂອງນັກຮຽນ ຍ້ອນຂີ້ຝຸ່ນໃນເວລາລົດແລ່ນຜ່ານ.
ເຖິງຢ່າງໃດກໍດີ, ຕ້ອງເຂົ້າໃຈວ່າການສຶກສາຮໍ່າຮຽນແມ່ນພາລະກິດອັນຈໍາເປັນ ເພື່ອສ້າງເຍົາວະຊົນຮຸ່ນຫລັງໃຫ້ເປັນທຶນຮອນອັນປະເສີດຂອງຊາດ ໂຮງຮຽນແມ່ນສະຖາບັນຫລໍ່ຫລອມເອົາຄົນໃຫ້ມີຄວາມຮູ້ ສາດຕະສິນ. ສະພາບປັດຈຸບັນບ້ານເມືອງເຮົາພວມສ້າງສາພັດທະນາ ໃນນີ້ກໍມີຫລາຍປັດໄຈຍັງມີຄວາມຫຍຸ້ງຍາກ ເຊິ່ງພວກເຮົາເຈົ້າຂ້ອຍຕ້ອງໄດ້ອົດທົນສູ້ຊົນຜ່ານຜ່າ.
ເມື່ອໃດປະເທດຊາດມີຄວາມຈະເລີນຮຸ່ງເຮືອງຮັ່ງມີເຂັ້ມແຂງ ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາໃນອະນາຄົດ ເຊື່ອແນ່ວ່າເສັ້ນທາງຢູ່ນະຄອນຫລວງວຽງຈັນເຮົາ ກໍຄືຢູ່ທົ່ວປະເທດຕ້ອງເປັນເສັ້ນທາງສວຍງາມມາດຕະຖານເທເບຕົງ ແລະ ປູຢາງຂົ້ວໃນທຸກເສັ້ນທາງການໄປມາຫາສູ່ສົ່ງລູກຫລານໄປໂຮງຮຽນຕ້ອງສະດວກສະບາຍວ່ອງໄວຢ່າງແນ່ນອນ.

