ຄົນລາວເຮົາເຄີຍເປັນຄົນອ່ອນນ້ອມຖ່ອມຕົວ, ເປັນຄົນອ່ອນໂຍນ ແຕ່ບໍ່ອ່ອນແອ, ແຂງແຮງ ແຕ່ບໍ່ແຂງກະດ້າງ, ເປັນຄົນເຮັດຫຍັງເຮັດໄດ້ເວົ້າຫຍັງເວົ້າໄດ້ ເໝືອນດັ່ງຄໍາທີ່ພວກເຮົາເຄີຍເວົ້າກັນເລື້ອຍໆວ່າ: “ຕີຫຼົບ ທົບໄດ້”. ເວົ້າເລື່ອງການສະແດງມາລະຍາດອອກໃນສັງຄົມນັ້ນ ຄົນລາວເຮົາແຕ່ກ່ອນກໍຄືໃນປັດຈຸບັນນັບວ່າເປັນເຊື້ອຊາດທີ່ມີມາລະຍາດທີ່ດີງາມເຊັ່ນ: ການເຄົາລົບນົບໄຫວ້, ການປະຕິສັນຖານຕ້ອນຮັບແຂກຄົນລາວ ກໍມີວາດມີຊົງອັນດີ, ມີເອກະລັກເປັນຂອງຕົນເອງ, ຮັບແຂກຕົນເອງດ້ວຍພາສາວາຈາທີ່ນິ້ມນວນອ່ອນຫວານເປັນຕົ້ນການຖາມຂ່າວເຖິງສຸຂະພາບວ່າຢູ່ດີມີແຮງບໍ? ພີ່ນ້ອງຂອງເຮົາຢູ່ດີມີແຮງບໍ?, ກິນເຂົ້າແລ້ວ ບໍ?,ປັດຈຸບັນ ເພິ່ນໃຊ້ຄໍາວ່າ: “ສະບາຍດີຫຼືສະບາຍດີບໍ?”. ການກ່າວຖາມຄໍາວ່າ:ກິນເຂົ້າແລ້ວບໍ? ໃນສະໄໝບູຮານນັ້ນ,…