ກຳມະກອນ ແລະ ຜູ້ອອກແຮງງານລາວ ເປັນເຈົ້າປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດ

ຕະຫລອດ 66 ປີ ( 1 ກຸມພາ 1956 – 1 ກຸມພາ 2022) ພາຍໃຕ້ການນຳພາໂດຍກົງຂອງພັກ, ອົງການຈັດຕັ້ງກຳມະບານລາວໄດ້ປະກອບສ່ວນ ຢ່າງສົມກຽດໃນການປຸກລະດົມ, ສຶກສາອົບຮົມຊົນຊັ້ນກຳ ມະກອນ ແລະ ຜູ້ອອກແຮງງານລາວ ເຂົ້າຮ່ວມພາລະກິດການປະຕິວັດຊາດປະຊາທິປະໄຕໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນເປັນຕົ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດພະນັກງານ, ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານເປັນປົກກະ ຕິສາມາດຍົກສູງຄຸນທາດການເມືອງ, ສະຕິຊົນຊັ້ນ, ຫລັກໝັ້ນມິດສັດຕູຈະແຈ້ງ, ກຳແໜ້ນແນວທາງນະໂຍ ບາຍຂອງພັກ, ລະບຽບກົດໝາຍຂອງລັດ, ວຽກງານຕ່າງໆດີຂຶ້ນ. ຂະນະທີ່ການຈັດຕັ້ງກໍາມະບານໄດ້ຮັບການປັບປຸງ ແລະ ກໍ່ສ້າງຢ່າງກວ້າງຂວາງ.

ຊຸມປີຜ່ານມາ, ສະຫະພັນກຳມະບານໃນທົ່ວປະເທດໄດ້ສ້າງຂະບວນການແຂ່ງຂັນຮັກຊາດຕາມພາລະບົດບາດຂອງຕົນຢ່າງເນື່ອງນິດລຽນຕິດ ແລະ ຜ່ານຂະບວນການແຂ່ງຂັນນີ້, ສະຫະພັນກຳມະບານແຂວງ, ນະຄອນຫລວງ, ຂະແໜງການ ແລະ ຮາກຖານຕ່າງໆລວມທັງພະນັກງານ, ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານໄດ້ຮັບການຍ້ອງຍໍຈາກການຈັດຕັ້ງພັກ, ລັດ ແລະ ອົງການກຳມະບານເປັນຈຳນວນຫລາຍ. ພົ້ນເດັ່ນ, ຍາມໃດສະຫະພັນກຳມະບານລາວ ໄດ້ຖືສຳຄັນການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ, ກຳມະກອນ ແລະ ຜູ້ອອກແຮງງານ ເຊັ່ນ ການສ້າງລະບຽບອອກແຮງງານ, ສ້າງສັນຍາແຮງງານ, ໄກ່ເກ່ຍຂໍ້ຂັດແຍ່ງແຮງງານ, ການປະກັນສັງຄົມ, ຄວາມປອດໄພໃນການອອກແຮງງານ ແລະ ອຶ່ນໆ ທັງໄດ້ສ້າງຕັ້ງ ແລະ ຂະຫຍາຍກອງທຶນຊ່ວຍເຫລືອເຊິ່ງກັນ ແລະ ກັນ. ນອກນີ້ກໍໄດ້ຍຶດໝັ້ນແນວທາງການຕ່າງປະເທດຂອງພັກ ໂດຍໄດ້ພົວພັນກັບກຳມະບານເພື່ອນມິດຍຸດທະສາດ, ກຳມະບານໂລກ, ກຳມະບານອາຊຽນ ແລະ ອົງການແຮງງານສາກົນ ຊຶ່ງຜ່ານການເຄື່ອນໄຫວວຽກງານຕ່າງປະເທດໄດ້ເຮັດໃຫ້ບົດບາດອິດທິພົນຂອງອົງການຈັດຕັ້ງກຳມະບານລາວສູງຂຶ້ນໃນເວທີສາກົນຢ່າງບໍ່ຢຸດຢັ້ງ.

ຜ່ານພຶດຕິກຳຕົວຈິງໃນໄລຍະຜ່ານມາ ແລະ ຈາກນີ້ໄປ, ສະຫະພັນກໍາມະບານແຕ່ລະຂັ້ນ, ບັນດາສະມາຊິກກຳມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານຕ້ອງກຳແໜ້ນແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດຂອງລັດ ເພື່ອເປັນບ່ອນອີງຈັດຕັ້ງການເຄື່ອນໄຫວວຽກງານແຕ່ລະໄລຍະ. ເພີ່ມທະວີບົດບາດການຊີ້ນຳ-ນຳພາຂອງຄະນະພັກຂັ້ນຕ່າງໆໂດຍການໃຫ້ທິດຊີ້ນຳ, ການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານ. ຂະນະດຽວກັນຕ້ອງເປັນເຈົ້າຕົນເອງປັບປຸງກໍ່ສ້າງ ແລະ ຂະຫຍາຍການຈັດຕັ້ງ, ມີກົດລະບຽບແບບແຜນວີທີເຮັດວຽກເຂັ້ມງວດທັງເປັນ ເຈົ້າການຂໍທິດຊີ້ນຳຈາກຄະນະພັກ, ປະສານສົມທົບກັບອົງການປົກຄອງ ແລະ ອົງການຈັດຕັ້ງມະຫາຊົນຕ່າງໆເພື່ອເຮັດລ້ອນໜ້າທີ່ຂອງຕົນ ແລະ ຕ້ອງກຳແໜ້ນສະພາບການ, ນຳໃຊ້ທ່າແຮງຕາມກາລະໂອກາດ, ເຊີດຊູຈິດໃຈເອກະລາດ, ເປັນເຈົ້າການພົວພັນເພື່ອຍາດແຍ່ງການສະໜັບສະໜູນ, ການຮ່ວມມື ແລະຊ່ວຍເຫລືອຈາກອົງການກຳມະບານປະເທດເພື່ອນມິດຍຸດທະສາດ, ກຳມະບານປະເທດຕ່າງໆ ແລະ ອົງການຈັດຕັ້ງສາກົນຕາມແນວທາງນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດຖະບານ.