ການເປັນຜູ້ນຳຄົນ ຄວນມີຄຸນສົມບັດຫຍັງແດ່?

ປີ 2021 ລັບລາໄປ ປີ 2022 ກ້າວເຂົ້າມາແທນທີ່ ເຊິ່ງຕໍ່ຈາກນີ້ໄປຖືເປັນເວລາທີ່ຕ້ອງຜະເຊີນວິກິດຕ່າງໆບໍ່ວ່າຈະເປັນເສດຖະກິດ ພະຍາດລະບາດ ແລະ ການປ່ຽນແປງທາງເຕັກໂນໂລຊີ ແລະ ເມື່ອຜະ ເຊີນບັນຫາເຫລົ່ານີ້ ທຸກຄົນຕ້ອງຄິດເຖິງຜູ້ທີ່ຈະແກ້ໄຂໂດຍຈາກໂຕເອງເປັນສ່ວນແກ້ໄຂນຳແລ້ວຄົງຕ້ອງ ການຜູ້ນຳມາແກ້ໄຂຢ່າງແນ່ນອນ. ບັ້ງເລກໂຈດຄືຈະໄດ້ຜູ້ນໍາແນວໃດ? ຜູ້ນໍາຍຸກນີ້ນອກຈາກ ມີອໍານາດ ມີອິດທິພົນແລ້ວ ຕ້ອງມີຄຸນສົມບັດອີກຫລາຍຢ່າງ ເລິ່ມຈາກການມີໄຫວພິບ ປັບໃຫ້ເຂົ້າກັບສະຖານະການ ສາມາດແກ້ວິກິດ ຫລື ພິກວິກິດໃຫ້ເປັນໂອກາດໄດ້.

ຄຸນສົມບັດຕໍ່ໄປນີ້ຄືສິ່ງສໍາຄັນຂອງຜູ້ນໍາທີ່ສ້າງການປ່ຽນແປງ ເຊິງຖ້າຢາກເປັນກໍຕ້ອງພັດທະນາ ແລະ ຄິດເຫັນສິ່ງເຫລົ່ານີ້ ເຊັ່ນ

1.ການຄິດເຖິງສ່ວນລວມ ຄືການຖືຜົນປະໂຫຍດສ່ວນລວມກ່ອນຜົນປະໂຫຍດສ່ວນຕົນ ແລະ ແນ່ນອນຕ້ອງເປັນຜູ້ເສຍສະລະເພື່ອສ່ວນລວມຕ້ອງຄິດເຖິງຜູ້ອື່ນໂຕເອງ ຖິ້ມຄວາມຕ້ອງການຂອງໂຕເອງເພື່ອປົກປ້ອງອົງກອນ ແລະ ພະນັກງານ, ເປັນຜູ້ຊ່ວຍເຫລືອ ເປັນຜູ້ແນະນໍາ ເປັນຜູ້ຟັງທີ່ດີ ເຫັນໃຈ ແລະ ຮັບຜິດ ຊອບແທນລູກນ້ອງ..

  1. ສ້າງແຮງບັນດານໃຈ ແນ່ນອນລູກນ້ອງຕ້ອງການ ເຮັດວຽກນຳຜູ້ນໍາທີ່ສ້າງແຮງບັນດານໃຈ ຊຶ່ງໝາຍເຖິງເປັນຜູ້ນຳທີ່ກ້າກຳນົດ ກ້າຈິນຕະນາການເຖິງຄວາມເປັນໄປໄດ້ແບບໃໝ່ໆເພື່ອສ້າງການປ່ຽນແປງໃນທາງບວກໃຫ້ໂຕເອງ ອົງການ ແລະ ສັງຄົມ.
  2. ສຶກສາຮໍ່າຮຽນຕະຫລອດ ຕ້ອງເປັນຄົນພ້ອມທີ່ຈະສຶກສາຄົ້ນຄວ້າສິ່ງໃໝ່ໆ ແລະ ພະຍາຍາມພັດທະນາ ໂຕເອງທຸກເວລາ ເປີດໃຈຍອມຮັບຄວາມຄິດ ແລະ ການປະຕິບັດຈາກຜູ້ອື່ນ ນີ້ຄືຫົວໃຈສຳຄັນຂອງການສ້າງວັດທະນະທຳອຳນວຍຕໍ່ການເກີດຄວາມຄິດສ້າງສັນ.
  3. ສື່ສານເປັນ: ການສື່ສານຄືເຄື່ອງມືທີ່ເຮົາໃຊ້ສ້າງການຮ່ວມມືກັນເພື່ອແກ້ໄຂບັນຫາທີ່ຊັບຊ້ອນ ແລະ ການເອົາໂຕລອດຈາກວິກິດການຕ່າງໆ. ຈາກນີ້ການສື່ສານຈຶ່ງເປັນສິ່ງທີ່ຜູ້ນໍາຂາດບໍ່ໄດ້ໂດຍສະເພາະໃນກໍ ລະນີຜະເຊີນບັນຫາໃໝ່ ໂດຍຜູ້ນໍາຈະຕ້ອງມີຄວາມສາມາດໃນການສື່ສານຢ່າງເປີດເຜີຍ ແລະ ຈິງໃຈເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ເກີດຂຶ້ນ, ສື່ສານດ້ວຍຄວາມເຫັນອົກເຫັນໃຈເພື່ອປອບໃຈຄວາມຮູ້ສຶກຂອງພະນັກງານ ແລະ ສື່ສານເພື່ອດຶງດູດໃຈ ຊັກຈູງໃຈໃຫ້ພະນັກງານມີສ່ວນຮ່ວມແກ້ໄຂບັນຫາ.

5.ຄວາມສະຫລາດທາງອາລົມ: ນີ້ຄືຄຸນສົມບັດທີ່ຈຳເປັນທີ່ສຸດຂອງຜູ້ນໍາຕໍ່ການບໍລິຫານ ຄວບຄຸມໂຕເອງ ແລະ ໝູ່ຄະນະ. ແນ່ນອນການເປັນຜູ້ນໍາໃນຍຸກນີ້ຕ້ອງພົບຄວາມເຄັ່ງຕຶງ ແລະ ຍົກທົດສອບຢ່າງຫລວງ ຫລາຍ ຖ້າບໍ່ຮູ້ຈັກຄວບຄຸມອາລົມໂຕເອງໃຫ້ດີ ຈະສົ່ງຜົນເສຍຕໍ່ບັນຍາກາດການເຮັດວຽກ. ຂະນະດຽວກັນຕ້ອງມີຄວາມສາມາດເຂົ້າໃຈ ຮັບຮູ້ຄວາມຮູ້ສຶກເພື່ອຄວບຄຸມອາລົມຂອງຜູ້ອື່ນ.

6.ພິກໄຫວແກ້ໄຂບັນຫາ:ໂລກປ່ຽນແປງຕະຫລອດ ຜູ້ນໍາຕ້ອງຜະເຊີນສິ່ງທ້າທາຍໃໝ່ເກືອບທຸກມື້ບາງເທື່ອ ແຜນທີ່ວາງໄວ້ລ່ວງໜ້າ ເມື່ອເຖິງເວລາແທ້ ອາດຈະນໍາໃຊ້ບໍ່ໄດ້ ຕ້ອງໄດ້ປັບປ່ຽນກົນລະຍຸດໃຫ້ເຂົ້າກັບສະ ຖານະການສະເໝີ ດັ່ງນັ້ນຜູ້ນໍາຕ້ອງມີແນວຄິດຜ່ອນສັ້ນຜ່ອນຍາວເພື່ອຊອກຫາວິທີແກ້ໄຂຢ່າງເໝາະສົມໂດຍລວມແລ້ວຕ້ອງສາມາດເບິ່ງເຫັນບັນຫາພາບລວມສາມາດ ເຊື່ອມໂຍງຂໍ້ມູນສ້າງສັນຄວາມຄິດ ແລະ ຕັດສິນໃຈແກ້ໄຂໂດຍບໍ່ຈຳກັດການແກ້ໄຂບັນຫາໃນຂອບເດີມໆ.

  1. ບໍລິຫານຄວບຄຸມການປ່ຽນແປງ: ຊູ່ມື້ນີ້ຢູ່ໃນໄລຍະການດໍາລົງຊີິດປົກກະຕິແບບໃໝ່ເມື່ອເກີດການປ່ຽນ ແປງກໍບໍ່ສາມາດຢູ່ເສີຍ ເຊິ່ງຜູ້ນໍາຕ້ອງຮູ້ ເຂົ້າໃຈ ການບໍລິຫານຄວບຄຸມການປ່ຽນແປງບໍ່ວ່າຈະເປັນການປັບປຸງໂຄງສ້າງ ວິທີການເຮັດວຽກໃຫ້ເໝາະສົມ.