ເສັ້ນທາງລົດໄຟ ລາວ-ຈີນ ໜຶ່ງໃນປັດໄຈສົ່ງເສີມເສດຖະກິດລາວໃຫ້ກ້າວກະໂດດ

ເສັ້ນທາງລົດໄຟ ລາວ-ຈີນ ໜຶ່ງໃນປັດໄຈສົ່ງເສີມເສດຖະກິດລາວໃຫ້ກ້າວກະໂດດ

ໂດຍ: ທິດກໍ່າ ການທີ່ລາວເຮົາມີເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ບໍ່ພຽງແຕ່ເປັນການປົດລັອກຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລມາເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດຢ່າງເຕັມຕົວ (Land Lock ເປັນ Land Link) ແຕ່ຍັງເປັນການສ້າງເງື່ອນໄຂ ແລະ ປັດໄຈໃຫ້ນະຄອນຫລວງວຽງຈັນກາຍເປັນສູນກາງໂລຈິສຕິກ ແລະ ອັນສຳຄັນທີ່ສຸດ ແມ່ນເປັນໜຶ່ງໃນບັນດາປັດໄຈສົ່ງເສີມເສດຖະກິດລາວໃຫ້ກ້າວກະໂດດ ນັບແຕ່ປີ 2022 ເປັນຕົ້ນໄປ. ສິ່ງທີ່ສະແດງອອກໃຫ້ເຫັນຢ່າງຈະແຈ້ງກໍຄື…

ຢ່າໃຫ້ວັນວາເລັນທາຍ 14 ກຸມພາ ທຳລາຍຄວາມບໍລິສຸດຂອງຕົນ

ຢ່າໃຫ້ວັນວາເລັນທາຍ 14 ກຸມພາ ທຳລາຍຄວາມບໍລິສຸດຂອງຕົນ

 ບົດຄວາມ: ລາວພັດທະນາ ອີກບໍ່ພໍເທົ່າໃດມື້ຂ້າງໜ້າ, ວັນທີ 14 ກຸມພາ ກໍຈະມາຈອດຮອດຕີນຂັ້ນໄດຊີວິດຮັກຂອງໜຸ່ມໆສາວໆກັນແລ້ວ ໂດຍຫລາຍປີຜ່ານມາ, ຫລາຍ​ຄົນ​ ບອກ​ວ່າ: ວັນ​ແຫ່ງ​ຄວາມ​ຮັກນີ້​ ຄືສາ​ເຫດ​ໜຶ່ງ​ເຮັດ​ໃຫ້​ບ່າວ​ສາວ​​ເປັນຈຳນວນຫລາຍເສຍ​ຄວາມ​ບໍລິສຸດ​​ກ່ອນ​ການ​ແຕ່ງດອງ. ຂະນະດຽວກັນ​​ບາງ​ເທື່ອ​ຄູ່​ຮັກ​​ບໍ່​ມາ​ຫາ ​ຫລື ບໍ່​ອວຍພອນ ບໍ່ມີດອກໄມ້ ຫລື ຂອງຂວັນໃຫ້​ກໍໂສກ​ເສົ້າ​ເສຍ​ໃຈ ຊຶ່ງບາງ​ຄົນ​ເຖິງຂັ້ນຄິດ​ທໍາຮ້າຍ​ຕົນ​ເອງ​ກໍ​ມີ. ​…

ປະຫວັດການເປັນມາວັນແຫ່ງຄວາມຮັກ 14 ກຸມພາ

ປະຫວັດການເປັນມາວັນແຫ່ງຄວາມຮັກ 14 ກຸມພາ

ບົດຄວາມ: ລາວພັດທະນາ ຫ່າງຈາກນີ້ດົນນານແລ້ວ, ແຕ່ສະຕະວັດທີ່ 3 ກ່ອນຕະສັກກະລາດ. ເພື່ອຮັບປະກັນໃຫ້ການປົກຄອງຂອງຕົນໃນດິນແດນແຫ່ງໃໝ່ໃຫ້ມີຄວາມໝັ້ນຄົງ, ເພື່ອໃຫ້ຊາຍສະກັນທີ່ເຮັດໜ້າທີ່ເປັນຮົ້ວປ້ອງກັນຊາດຢູ່ແນວໜ້າ ບໍ່ມີຄວາມກັງວົນນໍາລູກເມຍ, ຄອບຄົວ ທີ່ຢູ່ທາງຫຼັງ, ມະຫາເຈົ້າຊີວິດຈັກະພັດ ໂຣມັນ Claudius ຈຶ່ງໄດ້ອອກລະບຽບການທີ່ເຂັ້ມງວດວ່າ: ຫ້າມຜູ້ຊາຍເອົາເມຍ ແລະ ແມ່ນແຕ່ຮັກຊື່ໆ ກໍບໍ່ໄດ້. ໂດຍເຫັນອົກເຫັນໃຈຄວາມຮັກຂອງຄູ່ບ່າວສາວຄູ່ໜຶ່ງ,…

ການສໍ້ລາດບັງຫລວງບາງຂະບວນການເກີດຂຶ້ນຍ້ອນພະນັກງານຫລັກແຫລ່ງນຳພາ

ການສໍ້ລາດບັງຫລວງບາງຂະບວນການເກີດຂຶ້ນຍ້ອນພະນັກງານຫລັກແຫລ່ງນຳພາ

ໂດຍ: ທິດກໍ່າ ຫາກຕັ້ງໂຈດກັນວ່າ: ບັນຫາການສໍ້ລາດບັງຫລວງຢູ່ວົງການສັງຄົມລາວທີ່ຍັງເປັນພະຍາດຊຳເຮື້ອຕິດແປດມາຮອດທຸກວັນນີ້ມັນມີຕົ້ນເຫດມາຈາກບາງສະຫາຍ, ບາງຄົນ ແລະ ບາງກຸ່ມຄົນທີ່ສັງກັດຢູ່ໃນບາງກົມກອງທ້ອງຖິ່ນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ໃນບາງບຸກຄົນ ແລະ ກຸ່ມຄົນທີ່ໄດ້ກ່າວມານີ້ ຕົວຈິງມັນກໍນອນຢູ່ໃນອົງຄະນະພັກ, ເປັນສະມາຊິກພັກພະນັກງານຫລັກແຫລ່ງການນຳພາຜູ້ທີ່ມີຖານະຕຳແໜ່ງ, ມີສິດອຳນາດໃນກົມກອງນັ້ນໆເປັນຜູ້ພາເຮັດພາທຳ ຫາກບໍ່ແມ່ນພະນັກງານທົ່ວໄປແຕ່ປະການໃດ ຫລື ຖ້າແມ່ນພວກເຂົາເຮັດກໍຕ້ອງໄດ້ຮັບຄຳສັ່ງຊີ້ນຳບັນຊາການຈາກຫົວໜ້າໃນຮູບການສໍ້ລາດບັງຫລວງ ແບບນີ້ເຂົາເອີ້ນວ່າ: ພ້ອມກັນໂກງກິນແບບທີມງານເປັນໝູ່ຄະນະ ຫລືວ່າ…

ພະຍາດໂຄວິດ-19 ພວມຈະກ້າວເຂົ້າໄລຍະອີ່ມຕົວ

ພະຍາດໂຄວິດ-19 ພວມຈະກ້າວເຂົ້າໄລຍະອີ່ມຕົວ

ໂດຍ: ທິດກໍ່າ ມາຮອດປັດຈຸບັນ, ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາເຫັນວ່າເລີ່ມຜ່ອນຄາຍລົງມາຢູ່ໃນລະດັບ 50% ຖ້າທຽບໃສ່ໃນປີ 2020 ແລະ 2021 ຈາກສະຖິຕິໃນວັນທີ 9 ກຸມພາ 2022 ມີຄົນຕິດເຊື້ອພຽງ 513 ຄົນ ຖືວ່າຫລຸດລົງມາກາຍເຄິ່ງ ຖ້າທຽບໃສ່ມື້ລະ 1.000…

ເມື່ອໃດການແກ້ໄຂເສັ້ນທາງເປີເປື້ອນຈາກລົດບັນທຸກຫີນຊາຍໃນນະຄອນຫລວງຈະເປັນຮູບປະທຳ

ເມື່ອໃດການແກ້ໄຂເສັ້ນທາງເປີເປື້ອນຈາກລົດບັນທຸກຫີນຊາຍໃນນະຄອນຫລວງຈະເປັນຮູບປະທຳ

ບົດຄວາມ: ລາວພັດທະນາ ປັດຈຸບັນກໍຄືຜ່ານມາ, ພັກ-ລັດຖະບານໄດ້ສຸມທຶນຮອນອັນມະຫາສານເຂົ້າໃສ່ປັບປຸງ, ກໍ່ສ້າງຖະໜົນຫົນ ທາງໃຫ້ດີຂຶ້ນໂດຍການປູຢາງ ຫລື ເບຕົງທີ່ແໜ້ນໜາທົນທານໄດ້ມາດຖານເພື່ອອຳນວຍຄວາມສະດວກໃຫ້ແກ່ການສັນຈອນໄປມາລວມເຖິງການຂົນສົ່ງສິນຄ້າ. ແນວໃດກໍດີເມື່ອເບິ່ງອີກດ້ານໜຶ່ງຄືການຮັກສາຄວາມສະອາດຍັງເຮັດໄດ້ໜ້ອຍ ໂດຍຄວາມເປິເປື້ອນຂອງຖະໜົນຫົນທາງນັ້ນມາຈາກຫລາຍສາເຫດ ແລະ ໜຶ່ງໃນຫລາຍສາເຫດກໍຄືບັນຫາລົດບັນທຸກໜັກຂະໜາດຕ່າງໆນັບແຕ່ 6 ລໍ້, 10 ລໍ້, 12 ລໍ້ຈໍານວໜຶ່ງໄດ້ແຂ່ງກັນບັນທຸກຫີນ-ຊາຍ, ດິນແດງ ແລະ ອື່ນໆແລ່ນເຂົ້າອອກຈາກສະໜາມດິນ, ຫີນ ແລະ ສະໜາມກໍ່ສ້າງຢູ່ຫລາຍບ່ອນຂອງໃຈກາງນະຄອນຫລວງວຽງຈັນ ຊຶ່ງຍັງສັງເກດເຫັນບໍ່ມີຜ້າປົກປິດ ຫລື ຖ້າປົກປິດແດ່ກໍບໍ່ ແໜ້ນບໍ່ແຈບ ເມື່ອຕົກເຮ່ຍ ຫລື ຟົ້ງອອກຈາກລົດຍ່ອມສົ່ງຜົນເຮັດໃຫ້ເສັ້ນທາງເປິເປື້ອນບໍ່ເວັ້ນແຕ່ລະມື້ ທັງໆທີ່ຂະແໜງການກ່ຽວຂ້ອງ ໄດ້ປະກາດຫ້າມຜູ້ປະກອບການຂົນສົ່ງດັ່ງກ່າວມາແລ້ວ, ແຕ່ບໍ່ມີໃຜເອົາຫົວຊາ ແລະ ກາຍເປັນສິ່ງທ້າທາຍຕໍ່ການຮັກສາຄວາມສະອາດ….

ສະໜາມຂີ້ເຫຍື້ອແຄມທາງ ບັນຫາໜ້າຫ່ວງ ແລະ ຄວນແກ້ໄຂຢ່າງຮີບດ່ວນ

ສະໜາມຂີ້ເຫຍື້ອແຄມທາງ ບັນຫາໜ້າຫ່ວງ ແລະ ຄວນແກ້ໄຂຢ່າງຮີບດ່ວນ

ໂດຍ: ມຶກບໍ່ແຫ້ງ ການຖິ້ມຂີ້ເຫຍື້ອແຄມທາງຫຼວງເລກທີ 13 ໃຕ້ ກາຍເປັນບັນຫາທີ່ຄວນເອົາໃຈໃສ່ຢ່າງຮີບດ່ວນ ຖ້າພວກເຮົາບໍ່ຢາກເຫັນແຕ່ຖົງຢາງ ກະຕຸກປລາສຕິກຢັ່ງຢາຍປານກອງຂີ້ເຫຍື້ອຢູ່ຕາມສອງຟາກທາງແຕ່ເໜືອຮອດໃຕ້. ເມື່ອອາທິດຜ່ານມາ ໄດ້ມີໂອກາດລົງໄປເຮັດວຽກຢູ່ພາກໃຕ້ຂອງລາວ ມີພາບທີ່ຕິດຕາບໍ່ລືມກໍຄື ບັນດາກອງຂີ້ເຫຍື້ອ ທີ່ຖິ້ມຊະຊາຍຕາມສອງຟາກທາງນັ້ນ ໄດ້ກາຍເປັນເລື່ອງທີ່ໜ້າອັບອາຍ ເພາະວ່າຕາມເສັ້ນທາງແມ່ນຕົວແທນແຫ່ງພາບພົດຂອງພວກເຮົາ, ຄົນຕ່າງຖິ່ນ ຈະເຫັນສິ່ງລຽບຕາມເສັ້ນທາງກ່ອນໝູ່ ເມື່ອເຂົາເຈົ້າມາຢ້ຽມຢາມ. ເມື່ອເປັນເຊັ່ນນັ້ນ ການສົ່ງເສີມການທ່ອງທ່ຽວຂອງລັດຖະບານທີ່ຖືເປັນບູລິມະສິດນັ້ນ…

ເຮັດແທ້ທຳຈິງໄດ້ ມີປະສິດທິຜົນສູງ

ເຮັດແທ້ທຳຈິງໄດ້ ມີປະສິດທິຜົນສູງ

ມີຫລາຍຄໍາຄິດຄໍາເຫັນຂອງຜູ້ອ່ານ ກໍຄືບັນດາຫາງສຽງສັງຄົມຕໍ່ຄໍາວ່າ ການເຮັດແທ້ ຫລື ການຢຸດຄໍາວ່າອ່ອນແທງ ແຂງຫລີກ ຊຶ່ງການຍົກເລື່ອງນີ້ຂຶ້ນມາ ບໍ່ມີເຈຕະນາຊໍ້າຕື່ມບັນຫາ, ພຽງຢາກສະທ້ອນບາງມູມມອງ ທີ່ພວກເຮົາຕ້ອງພ້ອມກັນປະຕິບັດນັ້ນຄື ລະບຽບກົດໝາຍບ້ານເມືອງ ເພາະແມ່ນພັນທະ ແລະ ໜ້າທີ່ຂອງພົນລະເມືອງລາວທຸກຄົນ. ຜູ້ໃດປະຕິບັດໄດ້ດີກໍຕ້ອງໄດ້ຮັບການຍ້ອງຍໍ, ຖ້າຜູ້ໃດລະເມີດກໍຕ້ອງຖືກ ລົງໂທດຕາມລະບຽບກົດໝາຍຈາກເບົາຫາໜັກ ບໍ່ອາດຫລີກເວັ້ນໄດ້. ຜ່ານມາ, ທົ່ວສັງຄົມໄດ້ພ້ອມກັນເອົາໃຈໃສ່ປະຕິບັດຕາມລັດຖະທໍາມະນູນ,…

ຂີ້ເຫຍື້ອ-ນໍ້າເປື້ອນ ຜົນຈາກການກະທຳຂອງພວກເຮົາ

ຂີ້ເຫຍື້ອ-ນໍ້າເປື້ອນ ຜົນຈາກການກະທຳຂອງພວກເຮົາ

ຍົກປະເດັນນໍ້າເປື້ອນ ທີ່ເປັນນໍ້າເຫລືອໃຊ້ ທັງຈາກເຮືອນຊານບ້ານຊ່ອງ, ໂຮງຈັກໂຮງງານ…ຊຶ່ງໂດຍພາບລວມແລ້ວລ້ວນແຕ່ກະທົບຕໍ່ສະພາບແວດລ້ອມອ້ອມຂ້າງ, ການດໍາລົງຊີວິດຂອງຄົນ ກໍຄືຊີວະນາໆພັນ ແລະ ເປັນສິ່ງແນ່ນອນ ຈຳເປັນຕ້ອງໄດ້ຮຽກຮ້ອງທຸກຄົນປະກອບສ່ວນປັກປັກຮັກສາສະພາບແວດລ້ອມໃຫ້ດີ ຄວບຄູ່ກັບການພັດທະນາ. ຜ່ານມາ, ການຄຸ້ມຄອງ ແລະ ປົກປັກຮັກສາສະພາບແວດລ້ອມໃຫ້ດີນັ້ນໄດ້ຮັບການເອົາໃຈໃສ່ ແລະ ປະ ສົບຜົນສໍາເລັດເປັນຢ່າງດີ. ແນວໃດກໍດີ ຍັງມີສິ່ງທີ່ພວກເຮົາຕ້ອງໄດ້ສືບຕໍ່ ຕາມທິດພັດທະນາສີຂຽວ…

ແມ່ນແທ້ບໍ່ ວ່າຜູ້ຕິດເຊື້ອໂຄວິດ-19 ໃນລາວຫຼຸດລົງ?

ແມ່ນແທ້ບໍ່ ວ່າຜູ້ຕິດເຊື້ອໂຄວິດ-19 ໃນລາວຫຼຸດລົງ?

ໂດຍ: ລູກເມືອງພວນ ນັບແຕ່ກາງເດືອນ ມັງກອນເປັນຕົ້ນມາ, ເຫັນວ່າຜູ້ຕິດເຊື້ອໂຄວິດ-19 ໃນລາວຫຼຸດລົງຢ່າງຕໍ່ເນື່ອງ ເຮັດໃຫ້ຫຼາຍຄົນດີໃຈທີ່ພະຍາດນີ້ຈະຄ່ອຍໆໝົດໄປ. ຂະນະທີ່ດີໃຈນັ້ນພັດພາກັນຫຼົງລືມ ແລະ ຂາດສະຕິໂດຍບໍ່ປະຕິບັດມາດຕະການປ້ອງກັນຕາມສາທາລະນະສຸກ ແລະ ຄະນະສະເພາະກິດວາງອອກ ຊຶ່ງເຫັນວ່າທຸກການເຄື່ອນໄຫວຂອງຄົນໃນສັງຄົມເກືອບວ່າຈະກັບຄືນມາເປັນປົກກະຕິແລ້ວ, ບໍ່ສົນໃຈໃສ່ຜ້າອັດປາກ-ດັງ, ບໍ່ໃຊ້ເຈວ ຫຼື ນໍ້າຢາລ້າງມື, ມີການພົບປະສ້າງສັນ, ງານດອງ, ການໂຮມຕົວຂອງກຸ່ມຄົນໃນສັງຄົມເລີ່ມຂຶ້ນຢ່າງບໍ່ຢ້ານກົວຕໍ່ການຕິດເຊື້ອໄວຣັດໂຄວິດ-19…