ຊື່ກິນບໍ່ໝົດ ຄົດກິນບໍ່ດົນ ຄະຕິນີ້ຍັງໃຊ້ໄດ້ໃນຍຸກ 4G 5​G ?

ການທີ່ເຮົາມີຄວາມຊື່ສັດ ຈະເຮັດໃຫ້ຜູ້ອື່ນເຊື່ອ ໃຜກໍນັບຖື ແລະ ກໍເຊື່ອສະເໝີວ່າ ບໍ່ມີມື້ອົດຕາຍເມື່ອເຮົາເດືອດຮ້ອນຂັດສົນຄັບຂັນ ຄົງມີຄົນຊ່ວຍເຫລືອ. ກົງກັນຂ້າມ ຫາກມີນິດໄສຄົດໂກງບໍ່ຊື່ສັດ ຫາແຕ່ຜົນປະ ໂຫຍດໃຫ້ຕົນ ເມື່ອຖືກຈັບໄດ້ ບໍ່ຫ່ອນມີຄົນຊ່ວຍເຫລືອ ຫລື ຄົບຄ້າສະມາຄົມ.

ຂໍຍົກຕົວຢ່າງ ການທີ່ຄົນໃດໜຶ່ງ ມີຕໍາແໜ່ງ ມີໜ້າທີ່ຮັບຜິດຊອບດີ ມີແຕ່ຄົນນັບໜ້າຖືຕານັ້ນ ເປັນຜົນມາຈາກຄົນຜູ້ນີ້ຊື່ສັດສຸຈະລິດ ບໍ່ເມົາມົວ ຫລົງໄຫລໄປກັບເງິນຄຳກຳແກ້ວ ຫລື ຊັບສິນສ່ວນລວມ ແລະ ທີ່ສຳຄັນຄົນຜູ້ນີ້ຍຶດໝັ້ນໃນຄະຕິ ຊື່ກິນບໍໝົດ ຄົດກິນບໍ່ດົນ ນັ້ນເອງ. ແນວໃດກໍດີຊູ່ມື້ນີ້ ສັງຄົມບ້ານເຮົາມີຫລາຍສິ່ງປ່ຽນແປງໄປ ປາກົດການແຫ່ງການຫລອກລວງມີຫລາຍຮູບແບບ ສະຫລັບຊັບຊ້ອນເລື້ອຍໆ ອາດຈະຕົວະຈາກການເກັບສິບເກັບຊາວ ເມື່ອເກັບໄດ້ຈາກຫລາຍຄົນ ພວກຂີ້ຕົວະກໍຈະໄດ້ເປັນໝື່ນເປັນແສນເປັນລ້ານ ຊຶ່ງການກະທຳແບບນີ້ອາດຈະກາຍເປັນນິດໄສເອົາປຽບຄົນອື່ນ ເປັນການຫາກິນທາງລັດບໍ່ສຸຈະລິດ

ເໝືອນດັ່ງບຸກຄົນ ຫລື ກຸ່ມຄົນຂາຍຢາບ້າຄ້າຢາໄອ ຢາເສບຕິດອື່ນໆທີ່ຜິດກົດໝາຍ ຫລື ຜູ້ມີໜ້າທີ່ວຽກງານ ມີຄວາມຮັບຜິດຊອບ ມີຕຳແໜ່ງໃນອົງການລັດ ເອກະຊົນ ສໍ້ຫລວງບັງລາດ ໂກບໂກຍຊັບສົມບັດສ່ວນລວມ ປອມແປງ ເຊື່ອງເງິນຊ່ອນຄຳຂອງລັດ ເມື່ອຖືກຈັບກໍໄດ້ຮັບຜົນກຳ ເຂົ້າຄຸກເຂົ້າຕະລາງ ໝົດອະນາຄົດ ທຳລາຍກຽດສັກສີວົງຕະກຸນ…

ສະຫລຸບແລ້ວ ສຸພາສິດນີ້ ສອນໃຫ້ເປັນຄົນຊື່ສັດຕໍ່ໜ້າທີ່ວຽກງານ ເປັນພົນລະເມືອງດີ ບໍ່ໃຫ້ມີນິດໄສເອົາປຽບຄົນອື່ນ ຊຶ່ງຄົນຊື່ສັດເທົ່ານັ້ນຈຶ່ງສາມາດທຳມາຫາກິນ ຫລື ເຮັດວຽກ ໄດ້ຕະຫລອດ ໄດ້ບໍ່ມີມື້ສິ້ນສຸດ