“ບວດນາກ ແລະ ແຫ່ນາກ ”ຮີດເກົ່າຄອງເດີມ ຄວນແກ່ປົກປັກຮັກສາ
ຄົນທີ່ຈະເຂົ້າບວດເປັນພະພິຂຸສົງໃນພຸດທະສາສະໜາ ເອີ້ນວ່າ “ບວດນາກ” ເຊິ່ງຄໍາວ່າ: “ນາກ” ແປຕາມຄວາມໝາຍຂອງສັບໄດ້ແກ່ຜູ້ປະເສີດ ຜູ້ບໍ່ມີບາບ. ອີກດ້ານໜຶ່ງຄືເປັນຜູ້ບໍລິສຸດຜຸດຜ່ອງ. ເປັນຫຍັງຈຶ່ງວ່າ ”ບວດນາກ” ນັ້ນ, ຕາມຕໍານານ: ຍັງມີພະຍານາກໂຕໜຶ່ງ ທີ່ເຫລື້ອມໃສໃນພຸດທະສາສະໜາແລ້ວປອມເປັນມະນຸດມາບວດ, ແຕ່ເມື່ອພະພິຂຸອົງນັ້ນນອນຫລັບໄປຮ່າງກາຍກໍເລີຍກາຍເປັນນາກ ແລະ ພາຍ ຫລັງພິຂຸທັງຫລາຍເຫັນ ຈຶ່ງເຂົ້າໄປທູນພະພຸດທະເຈົ້າ. ພະພຸດທະເຈົ້າຊົງເຫັນຄວາມຈິງ…










