ການປະຕິບັດວາລະແຫ່ງຊາດເປັນພາລະກິດອັນສຳຄັນເລັ່ງດ່ວນ

ການປະຕິບັດວາລະແຫ່ງຊາດເປັນພາລະກິດອັນສຳຄັນເລັ່ງດ່ວນ

ໂດຍ: ທິດກໍ່າ ໃນກອງປະຊຸມສະໄໝສາມັນຂອງລັດຖະບານທີ່ໄດ້ຈັດຂຶ້ນໃນວັນທີ 20-21 ມັງກອນ 2022 ຈະສຸມໃສ່ 5 ເປົ້າໝາຍທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂໃນເດືອນກຸມພາ 2022 ເຊິ່ງໜຶ່ງໃນພາລະກິດນັ້ນກໍຄືການຈັດ ຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທຳຫລາຍຂຶ້ນເພາະໃນ 2 ວາລະແຫ່ງຊາດນີ້ເປັນພາລະກິດອັນສຳຄັນ, ຈຳເປັນ, ເລັ່ງດ່ວນ ເປັນຕົ້ນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະບັນ…

ຫ້າມນຳເຂົ້າຕ້ອງຄຽງຄູ່ກັບການສົ່ງເສີມຜະລິດພາຍໃນໃຫ້ເຂັ້ມແຂງ

ຫ້າມນຳເຂົ້າຕ້ອງຄຽງຄູ່ກັບການສົ່ງເສີມຜະລິດພາຍໃນໃຫ້ເຂັ້ມແຂງ

ເມື່ອບໍ່ດົນມານີ້, ລັດຖະບານລາວໄດ້ກຳນົດບັນຊີລາຍການສິນຄ້າກະສິກຳເພື່ອທົດແທນການນຳເຂົ້າ 6 ຊະນິດພືດ ເພື່ອສົ່ງເສີມການຜະລິດພາຍໃນ ແລະ ຫລຸດຜ່ອນການນຳເຂົ້າ. ດ້ານສັດລ້ຽງ ແລະ ການປະ ມົງມີ 3 ປະເພດສິນຄ້າທີ່ບໍ່ອະນຸຍາດໃຫ້ນຳເຂົ້າມາ ສປປ ລາວ ໂດຍເດັດຂາດ ເປັນຕົ້ນປະເພດພືດຜັກ 6 ຊະນິດໄດ້ແກ່ ຜັກກະລໍ່າປີດອກຂຽວ,…

4 ເຫດການພິເສດເກີດຂຶ້ນໃນວັນມາຄະບູຊາ

4 ເຫດການພິເສດເກີດຂຶ້ນໃນວັນມາຄະບູຊາ

ຄຳວ່າ ມາຄະ ເປັນຊື່ຂອງເດືອນສາມ ຊຶ່ງຫຍໍ້ມາຈາກຄຳວ່າ “ມາຄະປຸລະນະມີ” ດັັງນັ້ນ ວັນມາຄະບູຊາ ຈຶ່ງໝາຍຄວາມວ່າ ການບູຊາພະໃນວັນເພັງເດືອນມາຄະ ຫລື ເດືອນສາມ ຕາມປະຕິທິນຂອງອິນເດຍ ຊຶ່ງກົງກັບວັນຂຶ້ນ 15 ຄໍ່າ ເດືອນສາມ ຈະຕົກຢູ່ໃນເດືອນກຸມພາຫລືເດືອນມີນາ. ວັນມາຄະບູຊາ ເປັນວັນສຳ ຄັນໜຶ່ງຂອງພຸດທະສາສະໜາ…

ບຸນເຂົ້າຈີ່ ບໍ່ມີຫຍັງປະເສີດເທົ່າເຂົ້າປັ້ນໜຶ່ງທີ່ຄົນໃຫ້ທານດ້ວຍຄວາມສັດທາ

ບຸນເຂົ້າຈີ່ ບໍ່ມີຫຍັງປະເສີດເທົ່າເຂົ້າປັ້ນໜຶ່ງທີ່ຄົນໃຫ້ທານດ້ວຍຄວາມສັດທາ

 ບຸນເຂົ້າຈີ່ ເປັນໜຶ່ງໃນບຸນເດືອນສາມ ຂອງຮີດ 12 ລາວທີ່ປະຕິບັດມາແຕ່ບູຮານນະການ ເຊິ່ງພາຍຫລັງຂົນເຂົ້າຂຶ້ນເລົ້າຂຶ້ນສາງແລ້ວ, ຊາວນາທັງຫລາຍໝົດວຽກໄຮ່ການນາ ຈຶ່ງພາກັນເຮັດ ບຸນເຂົ້າຈີ່ ຖວາຍແກ່ພະສົງ ແລະ ການເຮັດບຸນນີ້ ເຮັດໃນຂ້າງຂຶ້ນ ຫລື ຂ້າງແຮມກໍໄດ້, ແຕ່ເຄີຍເຮັດກາງເດືອນສາມ ຈຶ່ງຮຽກວ່າ ບຸນເດືອນສາມ ກໍໄດ້. ມື້ທີ່ຈະເຮັດບຸນນີ້,…

2022 ລົດໄຟຄວາມໄວສູງ ລາວ-ຈີນ ນຳໂຊກມາໃຫ້ ສປປ ລາວ

2022 ລົດໄຟຄວາມໄວສູງ ລາວ-ຈີນ ນຳໂຊກມາໃຫ້ ສປປ ລາວ

ໂດຍ: ທິດກໍ່າ ດັ່ງພວກເຮົາໄດ້ຮັບຮູ້ ແລະ ເຫັນນຳກັນມາແລ້ວວ່າ ນັບແຕ່ໄດ້ເປີດນຳໃຊ້ເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ມາແຕ່ຕົ້ນເດືອນທັນວາເປັນຕົ້ນມາ ກໍໄດ້ມີກະແສຂ່າວໂດ່ງດັງໄປທົ່ວພາກພື້ນ ແລະ ທົ່ວໂລກ ໂດຍສະເພາະແມ່ນໃນບັນດາປະເທດເພື່ອນບ້ານທີ່ມີຊາຍແດນຕິດກັບປະເທດລາວ. ໃນບັນດາແຫລ່ງຂ່າວທີ່ໄດ້ຜ່ານທາງສື່ອອນລາຍຕ່າງໆນັ້ນ ສ່ວນຫລາຍກໍແມ່ນມີຄວາມປິຕິຍິນດີກັບຄົນລາວປະເທດລາວທີ່ມີລົດໄຟຄວາມໄວສູງທັນຍຸກທັນສະໄໝ ເຊິ່ງໃນປະຫວັດສາດຜ່ານໆມາ ລາວເຮົາຍັງບໍ່ທັນມີລົດໄຟຄວາມໄວສູງແບບນີ້ມາກ່ອນ. ແຕ່ໄປຄຽງຄູ່ກັນນັ້ນ ຍັງມີບາງແຫລ່ງສື່ຂອງປະເທດເພື່ອນບ້ານ ໂດຍສະເພາະແມ່ນປະເທດໄທ ໄດ້ວິເຄາະຕຳໜິວິຈານແບບບໍ່ສ້າງສັນຕ່າງໆນານາ….

ຍ້ອນຕົ້ນທຶນການຜະລິດເປັນສິນຄ້າ ຫລື ການຂາຍແບບສຸກເອົາເຜົາກິນ?

ຍ້ອນຕົ້ນທຶນການຜະລິດເປັນສິນຄ້າ ຫລື ການຂາຍແບບສຸກເອົາເຜົາກິນ?

ຍົກເລື່ອງນີ້ຂຶ້ນມາ ເພື່ອສະທ້ອນໃຫ້ເຫັນວ່າ: ມັນຍັງເປັນບັນຫາ, ເປັນສິ່ງທ້າທາຍບໍ່ໜ້ອຍຂອງປະເທດເຮົາ ຊຶ່ງນອກຈາກມັນສອດຄ່ອງກັບການຕີລາຄາຂອງຂະແໜງການກ່ຽວຂ້ອງພາກລັດມາແລ້ວຍັງມີຫລາຍຫາງສຽງ ຫລາຍຄຳເຫັນ ທີ່ເປັນປະໂຫຍດ ເປັນການສະແດງຄວາມເປັນຫ່ວງບໍ່ໜ້ອຍຕໍ່ເລື່ອງນີ້ໂດຍສະ ເພາະພາຍຫລັງເປີດບໍລິການເສັ້ນທາງລົດໄຟ ລາວ-ຈີນ ໂດຍຈໍານວນໜຶ່ງເຫັນວ່າຍັງເປັນສິ່ງທ້າທາຍຕໍ່ການຜະລິດເປັນສິນຄ້າພາຍໃນ ທັງເຫັນວ່າຈະຕ້ອງຮ່ວມກັນຫາວິທີຮັບມື ເພື່ອເຮັດແນວໃດໃຫ້ສິນຄ້າໄດ້ລາຄາ ໂດຍໃຊ້ຕົ້ນທຶນບໍ່ຫລາຍ, ລາຄາສາມາດແຂ່ງຂັນໄດ້ເວລາຈໍາໜ່າຍທັງພາຍໃນ ແລະ ສ້າງເງື່ອນ ໄຂເພື່ອການສົ່ງອອກ. ຜ່ານມາ, ພາກລັດ…

ປະເທດລາວສວຍງາມຮັ່ງມີ ແຕ່ປະຊາຊົນລາວບາງບ່ອນຍັງທຸກຍາກ

ປະເທດລາວສວຍງາມຮັ່ງມີ ແຕ່ປະຊາຊົນລາວບາງບ່ອນຍັງທຸກຍາກ

ໂດຍ: ທິດກໍ່າ ນັບວ່າເປັນກຽດຢ່າງສູງທີ່ ສປປ ລາວ ເຮົາຖືກຍົກໃຫ້ເປັນປະເທດທີ່ມີຊັບພະຍາກອນທຳມະຊາດເປັນຕົ້ນທຶນສູງສຸດໃນໂລກ. ອີງຕາມເວັບໄຊເອໂຄບິສເນັສ (Ecobusiness) ໄດ້ເຜີຍແຜ່ບົດລາຍງານດັດຊະນີຊັບພະຍາກອນທຳມະຊາດ (Natural Capital Index) ຂອງໂລກປະຈຳປີ 2021 ສປປ ລາວ ເຮົາຖືກຈັດອັນດັບໜຶ່ງຂອງໂລກ. ສ່ວນຮອງລົງມາກໍມີ 3 ປະເທດຄື:…

ແນວພັນກາເຟຕ່າງປະເທດ ປູກງ່າຍໃຫ້ຜົນຫລາຍ ປີໜຶ່ງຂາຍໄດ້ເງິນຫລາຍສິບລ້ານກີບ

ແນວພັນກາເຟຕ່າງປະເທດ ປູກງ່າຍໃຫ້ຜົນຫລາຍ ປີໜຶ່ງຂາຍໄດ້ເງິນຫລາຍສິບລ້ານກີບ

ການຜະລິດກະສິກໍາເປັນສິນຄ້າ ແມ່ນໜຶ່ງໃນເປົ້າໝາຍ ທີ່ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສຸມໃສ່ ສົ່ງ ເສີມໂດຍສະເພາະສິນຄ້າທີ່ສາມາດແຂ່ງຂັນໄດ້ ເຊັ່ນ: ພືດໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ຊຶ່ງກາເຟ ຈັດຢູ່ໃນປະເພດພືດໄລຍະຍາວ ໂດຍປະຊາຊົນເມືອງທ່າແຕງແຂວງເຊກອງນິຍົມປູກ ເໝືອນດັ່ງ ທ່ານ ຄໍາຈັກ ກອນບຸດເຕີ…

ກ່ອງສຸ່ມ ບໍ່ຂັດກົດໝາຍ, ແຕ່ຖ້າຫລອກລວງ ຜິດກົດໝາຍແທ້

ກ່ອງສຸ່ມ ບໍ່ຂັດກົດໝາຍ, ແຕ່ຖ້າຫລອກລວງ ຜິດກົດໝາຍແທ້

ປັດຈຸບັນ ປະຕິເສດບໍ່ໄດ້ດອກວ່າ: ສິນຄ້າດັງມີຊື່ສຽງຫລາຍຍີ່ຫໍ້ໄດ້ນຳໃຊ້ ກົນລະຍຸດ ກ່ອງສຸ່ມ ຊຶ່ງໄດ້ກະ ຈາຍມາສູ່ປະເທດເຮົາລະຫວ່າງທ້າຍປີຜ່ານມາ ນຳມາສູ່ການປ່ຽນແປງພຶດຕິກຳຂອງຜູ້ບໍລິໂພກລວມທັງຜູ້ຄ້າຂາຍ. ຈາກການເຫັນ Live ຂອງຜູ້ຂາຍຫລາຍທ່ານ ພໍເຂົ້າໃຈຄ້າວໆຄວາມຄິດຂອງກ່ອງສຸ່ມ ວ່າ ຊື້ເຄື່ອງໂດຍບໍ່ຮູ້ວ່າຈະໄດ້ຫຍັງຈົນເຖິງຄາວເປີດກ່ອງປິດສະໜາແລະ ເມື່ອເປີດອອກມາເຄື່ອງໃນກ່ອງສຸ່ມອາດຈະຄື ຫລື ບໍ່ຄືກັນແລ້ວແຕ່ກົນລະຍຸດຂອງສິນຄ້າຍີ່ຫໍ້ນັ້ນໆ.ຂະນະດຽວກັນກໍມີຄົນບອກວ່າ ກ່ອງສຸ່ມ ຄືກັບການຊື້ເລກຊື້ຫວຍ ໝາຍວ່າລ້ວນແຕ່ແມ່ນການສ່ຽງດວງ…