ຢາອຳມະຫິດ ຕິດແລ້ວວອດວາຍ
ໂດຍ: ມຶກບໍ່ແຫ້ງ ຄຳວ່າ “ຢາ” ແມ່ນຊື່ຂອງສິ່ງທີ່ສາມາດປົວພະຍາດບາດເຍົາໄດ້ ແຕ່ຄຳວ່າ “ຢາເສບຕິດ” ແມ່ນສິ່ງທີ່ຜິດກົດໝາຍ ແລະບໍ່ສະເພາະເສບ ຫຼືກິນແລ້ວຕິດອົກຕິດໃຈເຊົາບໍ່ເປັນເທົ່ານັ້ນ ແຕ່ຍັງເຮັດໃຫ້ຊີວິດຕົນເອງຕໍ່າຕ້ອຍລົງ, ຄອບຄົວ ແລະຄົນອ້ອມຂ້າງເສົ້າໝອງ, ດັ່ງນັ້ນ ມັນບໍ່ຜິດດອກທີ່ຈະຮ້ອງຢາຊະນິດນີ້ວ່າ “ຢາອຳມະຫິດ ມີພິດຮ້າຍແຮງ”. ໃນໄລຍະພັກບຸນປີໃໝ່ລາວ ຜູ້ຂຽນມີໂອກາດໄດ້ໄປຢ້ຽມຢາມພີ່ນ້ອງຢູ່ແຂວງໜຶ່ງ ທາງພາກເໜືອຂອງ…
