ສຽງເນືອງນັນ ຄວນມີຂອບເຂດ ແລະ ມີກຳນົດໂມງເວລາ

ສຽງເນືອງນັນ ຄວນມີຂອບເຂດ ແລະ ມີກຳນົດໂມງເວລາ

ໂດຍ: ຜາຕຸງ 12.4.25 ປັດຈຸບັນກ້າວເຂົ້າສູ່ໄລຍະລະດູແລ້ງ ເປັນໄລຍະທີ່ຄົນລາວຊາວພຸດ ມັກເຮັດບຸນສິນກິນທານຕາມຮີດ12 ໂດຍສະເພາະໃນເດືອນຫ້າ ອາກາດຮ້ອນອົບເອົ້າເປັນພິເສດ ເພິ່ນວ່າເປັນໄລຍະທີ່ຮ້ອນທີ່ສຸດຂອງປີ ໄລຍະນີ້ ຕາມປະເພນີຮີດ12 ຂອງຊາວລາວແມ່ນ ຈັດຕັ້ງຫຼີ້ນບຸນ ປີໃໝ່ລາວ ຫຼື ບຸນເດືອນຫ້າ ແລະ ອີກຢ່າງໜຶ່ງມັກເວົ້2າວ່າບຸນຫົດນ້ຳ ສິ່ງທີ່ຕິດຕ້ອຍຫ້ອຍຕາມມານຳ ບຸນສິນກິນທານນັ້ນຍ່ອມມີການຄົບງັນ,…

ຈົ່ງໃສ່ໃຈ ຄົນທຳມະດາທົ່ວໄປ ບໍ່ຄວນນຳໃຊ້ ເຄື່ອໝາຍຂອງຕຳຫຼວດ

ຈົ່ງໃສ່ໃຈ ຄົນທຳມະດາທົ່ວໄປ ບໍ່ຄວນນຳໃຊ້ ເຄື່ອໝາຍຂອງຕຳຫຼວດ

ໂດຍ: ຜາຕຸງ 10.4.25 ຕະຫຼອດໄລຍະຜ່ານມາຫຼາຍປີ ມີບາງຄົນມັກສວມໃສ່ເຄື່ອງນຸ່ງຂອງ ຕຳຫຼວດໄປທຳມາຫາກິນ ບາງພວກກໍທຳມາຫາກິນດ້ວຍຄວາມສຸດຈະລິດດ້ວຍການກະສິກຳອອກແຮງງານເພີ່ມພູນຜະລິດຜົນ, ບາງຄົນບາງພວກກໍນຳມາປະກອບການດຳເນີນທຸລະກິດສ້າງຄວາມລໍ້າລວຍໃຫ້ຕົນເອງ ນັ້ນກໍຍັງພໍໄຄແດ່ ແຕ່ມີບາງພາກສ່ວນຊ້ຳພັດສວມໃສ່ເຄື່ອງນຸ່ງຂອງຖື ທີ່ມີສັນຍະລັກ ຫຼື ໂລໂກ ຂອງຕຳຫຼວດ ແລ້ວໄປກະທຳສິ່ງທີ່ບໍ່ດີຜິດຕໍ່ຂໍ້ຫ້າມ ແລະ ລະບຽບກົດໝາຍຂອງບ້ານເມືອງ ສ້າງຄວາມເສື່ອມເສຍຕໍ່ອົງກອນ ຍັງບໍ່ແລ້ວ ພັດຍັງເຮັດໃຫ້ປະຊາຊົນມີຄວາມເຂົ້າໃຈຜິດ…

ການແຕ່ງຕົວໄວໜຸ່ມລາວຍຸກໃໝ່ເປັນເລື່ອງຂອງສິດ ແຕ່ຄວນໃຫ້ເໝາະສົມ ໃນການຫຼິ້ນບຸນຫົດນ້ຳ

ການແຕ່ງຕົວໄວໜຸ່ມລາວຍຸກໃໝ່ເປັນເລື່ອງຂອງສິດ ແຕ່ຄວນໃຫ້ເໝາະສົມ ໃນການຫຼິ້ນບຸນຫົດນ້ຳ

ໂດຍ: ຜາຕຸງ ບຸນກຸດສົງການປີໃໝ່ລາວ ຫຼື ບຸນເດືອນ 5 ຫຼື ຮ້ອງງ່າຍໆວ່າບຸນຫົດນ້ຳ ຕາມຮີດຕາມຄອງທີ່ພວກເຮົາເຄີຍປະຕິບັດສືບທອດກັນມາແຕ່ເຊັ່ນ ປູ່ຍ່າຕານາຍ ເພື່ອຫົດສົງສະສາງລ້າງສ່ວຍສິ່ງເຮິຮ້າຍໃຫ້ ເໝິດໄປ ອວຍໄຊໃຫ້ພອນອັນດີງາມແກ່ກັນແລະກັນ ລວມທັງການຫົດສົງພຣະພຸດທະຮູບຢູ່ຕາມວັດວາອາຮາມແຫ່ງຕ່າງໆເພື່ອຄວາມສະຫງົບ ແລະເປັນສິຣິມຸງຄຸນໃຫ້ຕົນເອອງແລະຄອບຄົວ. ນອກຈາກນັ້ນແລ້ວຢູ່ຕາມເຮືອນຊານບ້ານຊ່ອງ ບຸກຄົນໃດ ຄອບຄົວໃດທີ່ມີເງື່ອນໄຂແດ່ ກໍມີການຈັດພາເຂົ້າພາຂວັນ ສູ່ຂວັນປີໃໝ່…

ກຳຈັດການສໍ້ລາດບັງຫລວງ ເຊື້ອມະເຮັງຮ້າຍທີ່ທຳລາຍຊາດ ແລະ ສັງຄົມ

ກຳຈັດການສໍ້ລາດບັງຫລວງ ເຊື້ອມະເຮັງຮ້າຍທີ່ທຳລາຍຊາດ ແລະ ສັງຄົມ

ໂດຍ: ຜາຕຸງ ການສໍ້ລາດບັງຫລວງເປັນສິ່ງທີ່ສັງຄົມໂລກລັງກຽດ ແຕ່ທຸກໆປະເທດໃນໂລກຊໍ້າພັດມີການສໍ້ລາດບັງຫລວງຢູ່ທົ່ວໄປ ຕ່າງແຕ່ຈະມີໜ້ອຍຫລາຍ ແລະ ການປາບປາມແຕກຕ່າງກັນໄປ ເຊິ່ງທັງໝົດນັ້ນມັນເກີດຈາກຄວາມເຫັນແກ່ຕົວຂອງບຸກຄົນ, ກຸ່ມຄົນຈົນສ້າງຄວາມເລື່ອມລໍ້າທາງສັງຄົມ. ການສໍ້ລາດບັງຫລວງ ປຽບເໝືອນພະຍາດມະເຮັງຊໍາເຮື້ອແພ່ລາມໄປທົ່ວສັງຄົມເຊິ່ງບໍ່ຕ່າງຫຍັງກັບປວກເຈາະໄມ້ ມອດເຈາະເຮືອນປະໄວ້ດົນເທົ່າໃດຕົ້ນໄມ້ນັ້ນກໍຈະລົ້ມ ເຮືອນຫລັງນັ້ນກໍຈະເພພັງ ປະເທດຊາດປະສົບບັນຫາວິກິດດ້ານເສດຖະກິດ-ການເງິນ ເພາະເງິນຂອງລັດທຸກກີບທຸກອັດຈໍານວນບໍ່ໜ້ອຍມັນໄປເຂົ້າຖົງບຸກຄົນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ເພື່ອກຳຈັດປັດເປົ່າເຊື້ອມະເຮັງອັນບໍ່ດີ ຈຳນວນມອດ ຈຳນວນປວກທີ່ຄອຍກັດແຫ້ນໄມ້ແຫ້ນເຮືອນ ແຫ້ນຊັບສົມບັດຂອງຊາດໃຫ້ຄ່ອຍໆໝົດໄປນັ້ນ…

ຢ່າເອົາທາງຫລວງ ເປັນສະໜາມແຂ່ງລົດ

ຢ່າເອົາທາງຫລວງ ເປັນສະໜາມແຂ່ງລົດ

ໂດຍ: ຜາຕຸງ ເສັ້ນທາງການສັນຈອນ ເປັນພື້ນຖານໂຄງລ່າງເພື່ອອຳນວຍຄວາມສະດວກແກ່ການສັນຈອນ ເຮັດໃຫ້ການໄປມາຫາສູ່ ເຊິ່ງກັນແລະກັນ ໂລ່ງລ່ຽນສະດວກສະບາຍ, ຖະໜົນຫົນທາງ ແມ່ນຊັບສົມບັດຂອງຊາດ ທຸກຄົນມີສິດນຳໃຊ້ ແລະ ມີໜ້າທີ່ໃນການປົກປັກຮັກສາ ບໍແມ່ນກຳມະສິດຂອງບຸກຄົນ ຫຼື ພາກສ່ວນໃນໜຶ່ງ ແຕ່ຜ່ານມາຍັງມີບາງຜູ້ປະກອບການຍັງສວຍໂອກາດນຳໃຊ້ເສັ້ນທາງໃນລັກສະນະເປັນຂອງຕົນເອງ, ບາງກຸ່ມຄົນ ນຳໃຊ້ເສັ້ນທາງເປັນສະໜາມແຂ່ງລົດ ໃຊ້ເປັນທາງໄປໃນທາງທີ່ບໍ່ຖືກຕ້ອງ ໂດຍບໍ່ເກງກົວຫວັ່ນໄຫວຕໍ່ສາຍຕາ…

ອາຊີບສະຫງວນສຳລັບຄົນລາວ ແຕ່ພວກເຮົາຍັງເຫັນຄົນປະເທດອື່ນເຮັດ

ອາຊີບສະຫງວນສຳລັບຄົນລາວ ແຕ່ພວກເຮົາຍັງເຫັນຄົນປະເທດອື່ນເຮັດ

ໂດຍ: ຜາຕຸງ ຜ່ານມາເຮົາໄດ້ຍິນເລື້ອຍໆກ່ຽວກັບຂ່າວທີ່ຈັບແຮງງານຄົນຕ່າງດ້າວທີ່ລັກລອບປະກອບອາຊີບທີ່ສະຫງວນໄວ້ສຳລັບຄົນໃນປະເທດນັ້ນໆ ແລະ ນັ້ນ ມັນແມ່ນສັດຈະທຳໃນການປົກປ້ອງສິດຂອງພົນລະເມືອງພາຍໃນຊາດຂອງຕົນ ແລະ ເລີ່ມຕົ້ນເດືອນເມສາເຂົ້າມາ ໄດ້ເຫັນສໍານັກຂ່າວທາງໄທ ໄດ້ລົງຂ່າວວ່າ ເຈົ້າໜ້າທີຕຳຫຼວດກວດຄົນເຂົ້າເມືອງ ໄດ້ຈັບກຸມຕົວບຸກຄົນຕ່າງດ້າວ ທີ່ລັກລອບເຮັດວຽກໂດຍທີ່ບໍ່ໄດ້ຮັບອານຸຍາດຈາກລັດຖະບານໄທ ເວົ້າງ່າຍໆແມ່ນການລັກລອບປະກອບອາຊີບທີ່ບໍ່ຖືກຕ້ອງຜິດກົດໝາຍ ຫລື ເຮັດວຽກໃນລັກສະນະຍາດແຍ່ງອາຊີບທີ່ລັດຖະບານປະເທດເພິ່ນສະຫງວນໄວ້ໃຫ້ຄົນຂອງເພິ່ນເຮັດເອງ. ເຊິ່ງເຫດການຫລ້າສຸດມີຄົນສັນຊາດລາວ ອາຍຸ 32 ປີ,…

ຫລິ້ນບຸນປີໃໝ່ລາວໃຫ້ມ່ວນຊື່ນ ຮັກສາໄດ້ຮີດຄອງປະເພນີອັນດີງາມ

ໂດຍ: ຜາຕຸງ ທ້າຍເດືອນ ມີນາຜ່ານມານີ້ ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ໄດ້ອອກຂໍ້ຫ້າມຫຼາຍຂໍ້ກ່ຽວກັບການສະເຫຼີມສະຫຼອງບຸນກຸດສົງການປີໃໝ່ລາວ ພສ 2567-2568 ຊຶ່ງເປັນບຸນສຳຄັນໃນຮີດສິບສອງຄອງສິບສີ່  ປະເພນີອັນດີງາມ ທີ່ຄົນລາວຊາວພຸດເຄີຍປະຕິບັດສືບທອດ ຕໍ່ໆກັນມາເປັນເວລາອັນດົນນານ ຈະເລີ່ມຂຶ້ນ ແຕ່ວັນທີ 14-16 ເມສານີ້. ໃນບັນດາຂໍ້ຫ້າມເຫຼົ່ານັ້ນໄດ້ເນັ້ນໃຫ້ພ້ອມກັນປະຕິບັດຢ່າງເຂັ້ມງວດ ເປັນຕົ້ນແມ່ນ: ຫ້າມຫົດສາດນໍ້າເປື້ອນ-ນໍ້າສີ-ນໍ້າຄັນຄາຍ, ຮ່າຍນໍ້າ…

ເມືອງແອດ ກຳນົດ 4 ທ່າແຮງ ແລະ 6 ເປົ້າໝາຍໃຫຍ່ ໃນການພັດທະນາ 5 ປີຕໍ່ໜ້າ

ເມືອງແອດ ກຳນົດ 4 ທ່າແຮງ ແລະ 6 ເປົ້າໝາຍໃຫຍ່ ໃນການພັດທະນາ 5 ປີຕໍ່ໜ້າ

ໂດຍ: ຜາຕຸງ ເມືອງແອດຕັ້ງຢູ່ທິດເໜືອຂອງແຂວງຫົວພັນ ມີເສັ້ນທາງເຂົ້າເຖິງສອງສາຍທາງຄື: ເສັ້ນທາງເລກ6A ຍາວ132ກິໂລແມັດ ແລະ ທາງຊຳເໜືອໜອງຄ້າງ-ເມືອງແອດ ຍາວ 65 ກິໂລແມັດ, ຕິດກັບ 3 ເມືອງພາຍໃນແຂວງ ແລະ 71 ເມືອງຂອງ ສສ ຫວຽດນາມ ຄື…

ປາບປາມການສໍ້ລາດບັງຫລວງ ທວງຄືນຄວາມຍຸດຕິທຳ ນຳພາປະເທດຊາດສູ່ຄວາມຈະເລີນ

ປາບປາມການສໍ້ລາດບັງຫລວງ ທວງຄືນຄວາມຍຸດຕິທຳ ນຳພາປະເທດຊາດສູ່ຄວາມຈະເລີນ

ໂດຍ: ທິດກໍ່າ ເມື່ອເວົ້າເຖິງເລື່ອງການສໍ້ລາດບັງຫລວງ ນັບວ່າເປັນສິ່ງທີ່ສັງຄົມໂລກລັງກຽດ ແຕ່ທຸກໆປະເທດໃນໂລກຊໍ້າພັດມີການສໍ້ລາດບັງຫລວງຢູ່ຢ່າງທົ່ວເຖິງ ຕ່າງແຕ່ຈະມີໜ້ອຍຫລາຍ ແລະ ການປາບປາມແຕກຕ່າງກັນໄປ ເຊິ່ງທັງໝົດນັ້ນມັນເກີດຈາກຄວາມເຫັນແກ່ຕົວຂອງບຸກຄົນ, ກຸ່ມຄົນ ຈົນສ້າງຄວາມເລື່ອມລໍ້າທາງສັງຄົມ ແລະ ພາໃກ້ເກີດມີຊົນຊັ້ນຢ່າງຊັດເຈນ. ການສໍ້ລາດບັງຫລວງ ເປັນພະຍາດມະເຮັງຊໍາເຮື້ອແພ່ລາມໄປໃນທົ່ວສັງຄົມລາວ ເຮັດໃຫ້ກົດໝາຍບໍ່ສັກສິດ ທັງເຮັດໃຫ້ວຽກງານກວດກາພັກ-ລັດບໍ່ເຂັ້ມແຂງເດັດຂາດລວາດແຂ້ວເຕົ່າຖືກຂູດເກົາເຜົາລ້າງເທົ່າໃດມັນກໍບໍ່ຕື່ນ, ບໍ່ຄັນ, ບໍ່ເຈັບ, ບໍ່ປວດ…

ຈອດລົດມັກງ່າຍ ອາດກາຍເປັນບັນຫາໜັກໜ່ວງຕໍ່ສັງຄົມ

ຈອດລົດມັກງ່າຍ ອາດກາຍເປັນບັນຫາໜັກໜ່ວງຕໍ່ສັງຄົມ

ໂດຍ: ຜາຕຸງ ຄວາມມັກງ່າຍຂອງຄົນເຮົາມັນບໍ່ມີມື້ສິ້ນສຸດເປັນ ນອກຈາກຄວາມມັກງ່າຍໃນການຖິ້ມສິ່ງເສດເຫຼືອຂອງຈຳພວກຂີ້ເຫຍື່ອນັ້ນແລ້ວ ການໃຊ້ລົດໃຊ້ຖະໜົນກໍເຊັ່ນດຽວກັນ ກໍຍັງມີຫຼາຍໆຄົນຄວາມມັກ ງ່າຍໄດ້ກາຍເປັນເງົາຕາມຕົວຂອງຜູ້ຂັບລົດໄປແລ້ວ ເຊິ່ງມັນສະແດງອອກຫຼາຍຮູບແບບໃນເວລາຂັບລົດຕາມຖະໜົນຫົນທາງ ເປັນຕົ້ນ ແລ່ນລົດຕາມໃຈດ້ວຍຄວາມໄວເກີນກຳນົດ, ແລ່ນແຊງຊ້າຍແຊງຂວາ, ແລ່ນສວນທາງ (ຢ້ອນສອນ), ລ້ຽວລົດກະທັນຫັນຕັດໜ້າລົດຄັນອື່ນ, ແລ່ນລົດຕາມທາງຄົນຍ່າງ. ນອກຈາກນັ້ນແລ້ວສິ່ງທີ່ຄົນຂັບລົດຈຳນວນໜຶ່ງທີ່ມັກງ່າຍນັ້ນ ແມ່ນການຈອດລົດຢູ່ທາງຄົນຍ່າງ, ຈອດລົດບໍ່ແນບຂອບທາງ ຊ້ຳບໍ່ໜຳເວລາຈອດລົດພໍແຕ່ມີຫວ່າງກໍຫົວສຸບເຂົ້າປ່ອຍທ້າຍລົດອອກມາໃສ່ຫົນທາງສ້າງການກີດຂວາງໃຫ້ຜູ້ທີ່ສັນຈອນໄປມາ ຊຶ່ງການກະທຳທັງໝົດນີ້ແມ່ນເກີດຈາກຄວາມຂີ້ຄ້ານມັກງ່າຍ…