ສຽງເນືອງນັນ ຄວນມີຂອບເຂດ ແລະ ມີກຳນົດໂມງເວລາ

ໂດຍ: ຜາຕຸງ 12.4.25
ປັດຈຸບັນກ້າວເຂົ້າສູ່ໄລຍະລະດູແລ້ງ ເປັນໄລຍະທີ່ຄົນລາວຊາວພຸດ ມັກເຮັດບຸນສິນກິນທານຕາມຮີດ12 ໂດຍສະເພາະໃນເດືອນຫ້າ ອາກາດຮ້ອນອົບເອົ້າເປັນພິເສດ ເພິ່ນວ່າເປັນໄລຍະທີ່ຮ້ອນທີ່ສຸດຂອງປີ ໄລຍະນີ້ ຕາມປະເພນີຮີດ12 ຂອງຊາວລາວແມ່ນ ຈັດຕັ້ງຫຼີ້ນບຸນ ປີໃໝ່ລາວ ຫຼື ບຸນເດືອນຫ້າ ແລະ ອີກຢ່າງໜຶ່ງມັກເວົ້2າວ່າບຸນຫົດນ້ຳ ສິ່ງທີ່ຕິດຕ້ອຍຫ້ອຍຕາມມານຳ ບຸນສິນກິນທານນັ້ນຍ່ອມມີການຄົບງັນ, ກິນດື່ມ ແລະ ເປີດເພງ ໄຢຄຽງຄູ່ກັນ ຊຶ່ງມັນເປັນສິ່ງທີ່ຂາດບໍ່ໄດ້ ຈາກເປີດສຽງຄ່ອຍໆ ແລ້ວກໍ່ແຮງຂື້ນ ແຮງຂື້ນ ຕາມຈັງຫວະຂອງ ລິດ ແອວກໍຮໍ ໃນທີ່ສຸດກໍ່ແຮງໆ ກາຍເປັນການລົບກວນຄົນໃນສັງຄົມ.
ຄັນຊັ້ນອາດມີຫຼາຍຄົນຕັ້ງບັນຫາຖາມວ່າ ຍາມບຸນສິນກິນທານ ຍາມມ່ວນຍາມຊື່ນບໍ່ໃຫ້ມ່ວນໃຫ້ຊື່ນບໍ? ນັ້ນລະຄືບັນຫາຂອງການສ້າງສຽງເນືອງນັນ ມັນບໍ່ໄດ້ໝາຍຄວາມວ່າບໍ່ໃຫ້ເຮັດບໍ່ໃຫ້ມ່ວນດອກ ແຕ່ເຮົາຈະເຮັດແນວໃດໃຫ້ການມ່ວນການຊື່ນການກິນການດື່ມ ຮ້ອງລຳທຳເພງນັ້ນແກ່ຍາວຈົນເດິກ ດື່ນທ່ຽງຄືນເກີນໂມງເກີນເວລາທີ່ທາງການກຳນົດອອກ ກາຍເປັນການລົບກວນຄົນອ້ອມຂ້າງ ຢ່າງຫລີກບໍ່ໄດ້,
ສຽງເນືອງນັນນີ້ ເປັນມົນລະພິດທາງສຽງຕໍ່ຄົນເຮົາຫຼາຍຢ່າງໂດຍສະເພາະແມ່ນຜູ້ມີພະຍາດປະຈຳຕົວເຊັ່ນ: ຄວາມດັນເລືອດສູງ, ຫົວໃຈສັ່ນ, ຄວາມບົກຜ່ອງທາງການໄດ້ຍິນ, ພະຍາດລະບົບປະສາດ ເຫຼົ່ານີ້ເປັນຕົ້ນ, ແລ້ວຊິແກ້ບັນຫາຄວບຄຸມສຽງເນືອງນັນນີ້ຢ່າງໃດ? ການແກ້ໄຂບັນຫານີ້ກໍ່ບໍ່ໄດ້ໝາຍຄວາມວ່າເຮົາບໍ່ສາມາດເຮັດໄດ້ດອກ ແນ່ນອນວ່າບັນຫາທູກຢ່າງຍ່ອມມີທາງອອກ ພຽງແຕເຮົາຢາກແກ້ໄຂຫຼືບໍ ຕົ້ນຕໍແມ່ນເອົາໃຈເພິ່ນມາໃສ່ໃຈເຮົາ ຫຼັງຈາກນັ້ນແມ່ນການປະຕິບັດຕາມໂມງເວລາທີ່ທາງການກຳນົດອອກ ເມື່ອຮອດໂມງຮອດເວລາກໍ່ຄວນຢຸດຕິຄື້ນສຽງລົບກວນຄົນອື່ນ, ທີ່ສຳຄັນແມ່ນອຳນາດການປົກຄອງແຕ່ລະຂັ້ນຄວນໄດ້ລົງກວດກາຕິດຕາມເພື່ອແກ້ໄຂບັນຫາໃຫ້ລຸລ່ວງໄປດ້ວຍດີ ບໍ່ຄວນປ່ອຍໄປເລີຍຕາມເລີຍ ກາຍເປັນບັນຫາຂອງສັງຄົມ,
ຫາກເວົ້າເຖິງສຽງເນືອງນັນນີ້ ແຕ່ລະເທສະການ ແມ່ນມີຂໍ້ຕົກລົງວ່າດ້ວຍການຄວບຄຸມສຽງເນືອງນັນທີ່ທາງການໄດ້ກຳນົດອອກມາໃຫ້ປະຕິບັດແລ້ວ ແຕ່ຜ່ານມາໃນພາກປະຕິບັດຕ້ອງຍອມຮັບວ່າ ເຮັດຍາກຫຼາຍ ແລະ ການເຮັດການປະຕິບັດກໍ່ບໍ່ທັນເຂັ້ມງວດປານໃດ ອັນນີ້ຄົງມີຫຼາຍສາເຫດ, ແຕ່ອັນຕົ້ນຕໍແມ່ນມາຈາກການເຜີຍແຜ່ຂໍ້ກຳນົດນີ້ ຍັງບໍ່ທັນກວ້າງຂວາງ, ປະຊາຊົນບາງພາກສ່ວນບໍ່ຮູ້ວ່າມີລະບຽບການກ່ຽວກັບເລື່ອງນີ້ຊ້ຳ ສະນັ້ນເຮົາຈຶ່ງໄດ້ຍິນສຽງເສບສຽງຢູ່ບາງງານຈົນໝົດຄືນຊອດແຈ້ງກໍມີ ສ່ວນອຳນາດການປົກຄອງບ້ານກໍເສີຍຢູ່,
ນີ້ມັນກໍ່ຄົງເປັນເລື່ອງຍາກພໍສົມຄວນຫາກການຈັດຕັ້ງຂັ້ນຕ່າງໆ ນັບແຕ່ຂັ້ນບ້ານ,ຂັ້ນເມືອງ,ຂະແໜງ ການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວບໍ່ເຂັ້ມງວດ ດ້ວຍການກ່າວເຕືອນໃຫ້ປະຕິບັດຖືກ ຕ້ອງສອດຄ່ອງຕາມລະບຽບທີ່ກຳນົດອອກ ເຮັດຫຍັງກະທຳຫຍັງຄວນມີຂອບເຂດ ປະຕິບັດຕາມໂມງເວລາໃຫ້ຖືກຕ້ອງ ໄປຄຽງຄູ່ກັບການລົງວິໃນທາງບໍລິຫານດ້ວຍອັດຕາປັບໃໝໃສ່ໂທດຕາມຂໍ້ຕົກລົງດັ່ງກ່າວ ແລະ ກໍເຊື່ອວ່າໃນບຸນກຸດສົງການປີໃໝ່ລາວປີ2025ນີ້ ແລະ ບັນຫານີ້ພວກເຮົາທຸກຄົນສາມາດເຮັດໄດ້ຢ່າງແນ່ນອນ

