ແຜ່ນດິນໄຫວຂະໜາດ 7.4 ທີ່ຟີລິບປິນ ທາງການປະກາດເຕືອນໄພຄື້ນສຶນາມິ

BBC News ລາຍງານຕອນເຊົ້າມື້ນີ້ ເວລາປະມານ 08:37 ໂມງ ຕາມເວລາທ້ອງຖິ່ນ ເກີດແຜ່ນດິນໄຫວຂະໜາດ 7.4 ແມກນິຈູດ ບໍລິເວນພາກໃຕ້ຂອງປະເທດຟິລິບປິນ ໂດຍສະເພາະເຂດ ມິນດານາວ ຕິດແຄມຝັ່ງທະເລ.

ທາງການຟິລິບປິນໄດ້ອອກປະກາດ ເຕືອນໄພຄື້ນສຶນາມິ ທັນທີ, ຕາມຂ່າວລະບຸວ່າ: ຄື້ນອາດຈະສູງເຖິງ 3 ແມັດ ໃນບາງພື້ນທີ່ຕາມແຄມຝັ່ງຂອງຟີລິບປິນ ແລະ ອາດຈະສູງເຖິງ 1 ແມັດ ໃນແຄມຝັ່ງຂອງອິນໂດເນເຊຍ ແລະ ປາເລົາ.

ໜ່ວຍງານດ້ານອຸຕຸນິຍົມວິທະຍາ ແລະ ປ້ອງກັນໄພທັງໃນຟີລິບປິນ ແລະ ອິນໂດເນເຊຍ ປະກາດເຕືອນໃຫ້ປະຊາຊົນໃນພື້ນທີ່ແຄມຝັ່ງທະເລ ຕິດຕາມສະຖານະການຢ່າງໃກ້ຊິດ ແລະ ກຽມພ້ອມອົບພະຍົບຖ້າຈຳເປັນ.

ຂະນະດຽວກັນ, ສູນເຕືອນໄພຄື້ນສຶນາມິປາຊີຟິກ ອອກປະກາດເຕືອນໃນເວລາ 09:32 ໂມງ ຕາມເວລາໃນຂ່າວ ລະບຸເຖິງຄວາມເປັນໄປໄດ້ຂອງຄື້ນສູງເໜືອລະດັບນ້ຳທະເລປົກກະຕິ.