ຢ່າເອົາທາງຫລວງ ເປັນສະໜາມແຂ່ງລົດ

ໂດຍ: ຜາຕຸງ
ເສັ້ນທາງການສັນຈອນ ເປັນພື້ນຖານໂຄງລ່າງເພື່ອອຳນວຍຄວາມສະດວກແກ່ການສັນຈອນ ເຮັດໃຫ້ການໄປມາຫາສູ່ ເຊິ່ງກັນແລະກັນ ໂລ່ງລ່ຽນສະດວກສະບາຍ, ຖະໜົນຫົນທາງ ແມ່ນຊັບສົມບັດຂອງຊາດ ທຸກຄົນມີສິດນຳໃຊ້ ແລະ ມີໜ້າທີ່ໃນການປົກປັກຮັກສາ ບໍແມ່ນກຳມະສິດຂອງບຸກຄົນ ຫຼື ພາກສ່ວນໃນໜຶ່ງ ແຕ່ຜ່ານມາຍັງມີບາງຜູ້ປະກອບການຍັງສວຍໂອກາດນຳໃຊ້ເສັ້ນທາງໃນລັກສະນະເປັນຂອງຕົນເອງ, ບາງກຸ່ມຄົນ ນຳໃຊ້ເສັ້ນທາງເປັນສະໜາມແຂ່ງລົດ ໃຊ້ເປັນທາງໄປໃນທາງທີ່ບໍ່ຖືກຕ້ອງ ໂດຍບໍ່ເກງກົວຫວັ່ນໄຫວຕໍ່ສາຍຕາ ຫລື ຄຳຕຳນິຕິຊົມ ຂອງສັງຄົມພ້ອມຂ້າງ ແລະ ກົດໝາຍບ້ານເມືອງແຕ່ຢ່າງໃດເລີຍ.
ນີ້ບໍ່ແມ່ນຕັ້ງເວົ້າ ຫາກຫຼາຍຄົນແມ່ນຮູ້ເຫັນໄດ້ຈາກການກະທໍາຕົວຈິງຂອງສັງຄົມປັດຈຸບັນ ນອກນີ້ຍັງມີບາງກຸ່ມຄົນຜູ້ໃຊ້ລົດໃຊ້ຖະໜົນ ອັນເປັນພຶດຕິກຳທຳລາຍເສັ້ນທາງ ເຊັ່ນ: ແລ່ນ ດ້ວຍຄວາມໄວສູງຕາມໃຈຕົນເອງ, ບັນທຸກສິນຄ້າເກີນກຳນົດ, ສ້າງກີດຂວາງການສັນຈອນ, ຕັ້ງເປັນກຸ່ມແກ້ງຂີ່ລົດແຂ່ງກັນມີທັງລົດຈັກ, ລົດໃຫຍ່, ລົດບັນທຸກແກ່ດິນ ແລະ ອື່ນໆ ເວລາທາງເປ່ເພ ຫຼື ເກີດອຸປະຕິເຫດຂຶ້ນມາ ມັກຖິ້ມໂທດໃຫ້ການຈັດຕັ້ງວ່າສ້າງທາງບໍ່ໄດ້ມາດຕະຖານໂດຍ ທີ່ບໍ່ຄຳນຶງເຖິງການກະທຳຂອງຕົນເອງ, ມີລາຍຄັ້ງພາໃຫ້ເກີດອຸປະຕິເຫດ ສ້າງຄວາຍເສຍຫາຍແກ່ລັດ ແລະ ສັງຄົມເປັນຄຳນວນມະຫາສານ.
ມັນກະຫາກແມ່ນຢູ່ດອກຖ້າຫາກເວົ້າວ່າ ການແຂ່ງລົດເປັນກິລາປະເພດໜຶ່ງທີ່ໃຊ້ຄວາມແຮງ ແລະ ຄວາມໄວຂອງເຄື່ອງຈັກ ແຕ່ກິລາປະເພດນີ້ພັດມີສະໜາມແຂ່ງຂັນໂດຍສະເພາະ ຊຶ່ງມີຄວາມພ້ອມຮອບດ້ານໃນການຮັກສາຄວາມປອດໄພ ທັງຄົນຂັບ ແລະ ຄົນຊົມ ມີຂອງຂວັນລາງວັນໃຫ້.
ການຖືເອົາທາງຫລວງມາເປັນສະໜາມແຂ່ງລົດ ບໍ່ແມ່ນເລື່ອງທີ່ໜ້າຍົກຍ້ອງ ແຕ່ມັນເປັນປາກົດການຫຍໍ້ທໍ້ທາງສັງຄົມ, ສ້າງສຽງເນືອງນັນລົບກວນບ້ານລົບກວນເມືອງ ບໍ່ເປັນແບບຢ່າງໃຫ້ສັງຄົມ ກໍລະນີ ສ້າງຄວາມເດືອດຮ້ອນໃຫ້ຜູ້ຮ່ວມທາງ ບາງຄັ້ງເກີດອຸປະຕິເຫດຂຶ້ນມາ ກໍກາຍເປັນການສ້າງຄວາມເດືອດຮ້ອນແກ່ຜູ້ສັນຈອນ, ຜູ້ຮັບຜິດຊອບຕໍ່ຜູ້ເຄາະຮ້າຍ ແລະ ຈະຕ້ອງຖືກປັບໃໝ ພ້ອມດຳເນີນຄະດີຕາມລະບຽບກົດໝາຍ.
ອີງຕາມດຳລັດເລກທີ 568/ລບ ມາດຕາ 19 ກຳນົດໄວ້ວ່າ ການແຂ່ງລົດໂດຍບໍ່ໄດ້ຮັບອະນຸຍາດ ຫຼື ແຂ່ງຂັນກັນຕາມທາງຫຼວງ ຈະຖືກປັບໃໝດັ່ງນີ້: 150.000 ກີບ ສໍາລັບລົດຖີບ, ລົດໂມເປດ; 200.000 ກີບ ສໍາລັບລົດຈັກ; 250.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ; 700.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້; 900.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 950.000 ກີບ ສໍາລັບ ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 1.000.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ່ ແລະ ຖ້າຫາກການແຂ່ງຂັນດັ່ງກ່າວ ເປັນສາເຫດຂອງການເກີດອຸປະຕິເຫດກໍຈະຖືກດຳເນີນຄະດີ ຕາມປະມວນກົດໝາຍອາຍາມາດຕາ 145 ຈະຖືກປັບໃໝ ແຕ່ 1,000,000 ກີບ ຫາ 5,000,000 ກີບ, ກໍລະນີມີຜູ້ໄດ້ຮັບບາດເຈັບ ຈະຖືກຕັດອິດສະລະພາບ 6 ເດືອນ ຫາ 3 ປີ ປັບໃໝ 4,000,000 ຫາ 15,000,000 ກີບ, ກໍລະນີມີຄົນເສຍຊີວິດ ຈະຖກຕັດອິດສະລະພາບ 2 – 5 ປີ ແລະ ປັບໃໝ 5,000,000 – 20,000,000 ກີບ.
ດັ່ງນັ້ນ, ຈຶ່ງຢາກຢໍ້າວ່າ ເສັ້ນທາງຄົມມະນາຄົມສ້າງຂຶ້ນມາເພື່ອເຮັດໃຫ້ການສັນຈອນໄປມາຂອງສັງຄົມມີຄວາມສະດວກສະບາຍ ບໍ່ແມ່ນສ້າງຂຶ້ນມາເພື່ອເປັນສະໜາມແຂ່ງລົດຂອງບຸກຄົນໃນພາກສ່ວນໃນ ດັ່ງນັ້ນມັນເລັ່ງໃຫ້ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງຕ້ອງເລັ່ງຄວບຄຸມປາບປາມໃຫ້ໝົກໄປ ຢ່າໃຫ້ກຸ່ມຄົນໃດໜຶ່ງນຳໃຊ້ມາເປັນສະໜາມແຂ່ງຂັນອີກຕໍ່ໄປ.

