ລາວແລ່ນສົ່ງຕໍ່ໄມ້ສະແດງພະລັງສະໜັບສະໜູນຊີເກມຄັ້ງທີ 29 ທີ່ມາເລເຊຍ
ວັນທີ 18 ມີນານີ້, ທີ່ເດີ່ນພະທາດຫລວງ, ນະຄອນຫລວງວຽງຈັນ, ໄດ້ຈັດງານແລ່ນສົ່ງຕໍ່ໄມ້ (Baton Run) ເພື່ອສະໜັບສະໜູນງານມະຫະກຳຊີເກມ ຄັ້ງທີ 29 ທີ່ຈະຈັດຂຶ້ນຢູ່ປະເທດມາເລເຊຍລະຫວ່າງວັນທີ 19-31 ສິງຫາ 2017 ນີ້, ໂດຍເລີ່ມຈາກເດີ່ນພະທາດຫລວງສົ່ງຕໍ່ໄມ້ໃຫ້ຂະບວນຢູ່ປະຕູໄຊ, ຈາກນັ້ນຂະບວນຢູ່ປະຕູໄຊແລ່ນສົ່ງຕໍ່ໄມ້ໃຫ້ຂະບວນຢູ່ຫໍວັດທະນະທຳແຫ່ງຊາດ ຈົນຮອດສະໜາມກິລາເຈົ້າອານຸວົງ, ຈາກນັ້ນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາຂອງລາວກໍສົ່ງຕໍ່ໄມ້ໃຫ້ກັບທ່ານຮອງລັດຖະມົນຕີກະຊວງຊ່າວໜຸ່ມ ແລະ ກິລາແຫ່ງປະເທດມາເລເຊຍ.
ການແລ່ນສົ່ງຕໍ່ໄມ້ຄັ້ງນີ້ຈັດຂຶ້ນແທນການແລ່ນທວນໄຟມະຫະກຳກິລາຊີເກມ ແລະ ເປັນການສະແດງພະລັງສະໜັບສະໜູນງານມະຫະກຳກິລາຊີເກມ ຄັ້ງທີ 29 ແລະ ເປັນກິດຈະກຳກິລາເພື່ອຮັດແໜ້ນຄວາມສາມັກຄີຂອງປະຊາຊົນບັນດາປະເທດອາຊຽນດ້ວຍກັນ.
ເຂົ້າຮ່ວມງານແລ່ນຕໍ່ໄມ້ຄັ້ງນີ້ມີທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາລາວ, ທ່ານ ດາຕຸກ ສາຣະວະນັນ ຮອງລັດຖະມົນຕີກະຊວງຊາວໜຸ່ມ ແລະ ກິລາແຫ່ງປະເທດມາເລເຊຍ, ພ້ອມດ້ວຍນັກກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ.

