ເຫັນແບບນີ້ໃຫ້ຟ້າວອອກຈາກພື້ນທີ່ ເພາະອາດເປັນສັນຍານ “ຟ້າຜ່າ”
ເຫດການໄວຣັລໃນຈີນ! ຜົມນັກທ່ອງທ່ຽວຊີ້ຕັ້ງກາງທະເລຊາຍ ຍ້ອນໄຟຟ້າສະຖິດ ເຕືອນອາດເປັນສັນຍານ “ຟ້າຜ່າ”
ໄດ້ເກີດເປັນກະແສໄວຣັລອີກຄັ້ງໃນສື່ສັງຄົມອອນລາຍໃນຫລາຍປະເທດ ຫລັງຈາກຄລິບເຫດການແປກປະຫລາດທີ່ເກີດຂຶ້ນໃນເມືອງຖູ່ຫຼູ່ຟານ (Turpan) ເຂດປົກຄອງຕົນເອງຊິນຈຽງ ປະເທດຈີນ ໄດ້ຖືກແຊຣ໌ຕໍ່ຢ່າງແຜ່ຫຼາຍ.
ພາບໃນຄລິບເຜີຍໃຫ້ເຫັນກຸ່ມນັກທ່ອງທ່ຽວທີ່ກຳລັງຍ່າງຫຼິ້ນຢູ່ໃນທະເລຊາຍ ກ່ອນຈະສັງເກດວ່າ ຜົມຂອງທຸກຄົນ “ຊີ້ຕັ້ງຂຶ້ນພ້ອມກັນ” ຢ່າງໜ້າປະຫຼາດໃຈ.
ທ່ານຫຼີ່ ຜູ້ຖ່າຍຄລິບ ໄດ້ລະບຸວ່າ ຕົນເອງຂັບລົດຜ່ານພື້ນທີ່ນີ້ມາເປັນເວລາຫຼາຍກວ່າ 10 ປີ “ແຕ່ບໍ່ເຄີຍພົບເຫດການແບບນີ້ມາກ່ອນ.” ນັກທ່ອງທ່ຽວຫຼາຍຄົນຕ່າງກໍຟ້າວຂຶ້ນລົດໜີອອກໄປປະມານ 2–3 ກິໂລແມັດ ກ່ອນທີ່ຜົມຈະກັບຄືນສູ່ສະພາບປົກກະຕິ.
ເຖິງແມ່ນວ່າເຫດການຈະຜ່ານມາແລ້ວປະມານ 1–2 ປີ, ແຕ່ພາບດັ່ງກ່າວກັບມາເປັນກະແສໄວຣັສອີກຄັ້ງໃນໂລກອອນລາຍ. ຊາວເນັດຕ່າງກໍໄດ້ຄອມເມັນເຕືອນກັນວ່າ “ໃຫ້ຟ້າວໜີ! ນີ້ຄືສັນຍານວ່າຟ້າຈະຜ່າ!”
ຢ່າງໃດກໍຕາມ, ຜູ້ອຳນວຍການສູນປ້ອງກັນຟ້າຜ່າຂອງມົນທົນຈຽງຊູ ໄດ້ຊີ້ໃຫ້ເຫັນວ່າ ການ “ແລ່ນໜີ” ອາດຈະບໍ່ແມ່ນວິທີທີ່ປອດໄພທີ່ສຸດ. ທ່ານໄດ້ແນະນໍາໃຫ້ “ຫຍໍ້ຕົວລົງ, ເອົາຕີນຊິດກັນ, ມືບໍ່ໃຫ້ແຕະພື້ນ, ໃຊ້ແຂນກອດຫົວ ແລະ ຄໍໄວ້ຢູ່ລະຫວ່າງຫົວເຂົ່າ” ຫາກຍັງບໍ່ສາມາດອອກຈາກພື້ນທີ່ດັ່ງກ່າວໄດ້.
ໃນຂະນະດຽວກັນ, ຮອງສາດສະດາຈານຈາກວິທະຍາໄລວິທະຍາສາດບັນຍາກາດ ມະຫາວິທະຍາໄລຫຼານໂຈວ ໄດ້ອະທິບາຍວ່າ ປະກົດການຜົມຊີ້ຕັ້ງເກີດຈາກ ເມກທີ່ມີປະຈຸໄຟຟ້າແຮງຢູ່ເທິງຫົວ ເຮັດໃຫ້ເກີດສະໜາມໄຟຟ້າກະຕຸ້ນຕໍ່ຮ່າງກາຍຂອງມະນຸດ. ເຊິ່ງໃນບາງກໍລະນີອາດເປັນ “ສັນຍານກ່ອນຟ້າຜ່າໂດຍກົງ” ຈຶ່ງຄວນຟ້າວຊອກຫາບ່ອນຫຼົບໃນຈຸດຕ່ຳ ເຊັ່ນ: ຂຸມ ຫຼື ຮ່ອງດິນ, ຫຼື ເຂົ້າໄປໃນລົດຍົນທີ່ຢູ່ໃກ້ທີ່ສຸດເພື່ອຄວາມປອດໄພ.
ທີ່ມາ: Weibo, CCTV News, Global Times

