ສປຊ ຮຽກຮ້ອງໃຫ້ ສປປ ເກົາຫຼີ ປະຕິບັດມະຕິສະພາຄວາມໝັ້ນຄົງ
ຕາມຂ່າວສານຊິນຮວາ: ວັນທີ 20 ມີນານີ້, ທ່ານ ຮາກ ຮອງໂຄສົກເລຂາທິການໃຫຍ່ອົງການສະຫະປະຊາຊາດ ກ່າວໃນກໍລະນີທີ່ ສປປ ເກົາຫຼີ ດຳເນີນການທົດລອງມໍເຕີຂອງຈະຫຼວດເມື່ອມໍ່ໆນີ້ວ່າ: ທ່ານ ອັນໂຕນີໂອ ກູເທີເລັສ ເລຂາທິການໃຫຍ່ ໄດ້ຮຽກຮ້ອງໃຫ້ ສປປ ເກົາຫຼີ ຈົ່ງປະຕິບັດຕາມມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງຢ່າງຮອບດ້ານ ແລະ ຫຼີກເວັ້ນບໍ່ໃຫ້ທ້າທາຍເກາະຜິດຕື່ມອີກ.
ທ່ານ ຮາກ ໄດ້ຕອບຄຳຖາມໃນການຖະແຫຼງຂ່າວໃນມື້ດຽວກັນວ່າ: ທ່ານ ກູເທີເລັສ ສະແດງຄວາມເປັນຫ່ວງຕໍ່ສປປ ເກົາຫຼີ ທີ່ດຳເນີນການທົດລອງຍິງລູກສອນໄຟປະເພດຕ່າງໆ ແລະ ຮຽກຮ້ອງໃຫ້ ສປປ ເກົາຫຼີ ຈົ່ງປະຕິບັດຕາມມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງຢ່າງຮອບດ້ານ, ຫຼີກເວັ້ນບໍ່ໃຫ້ທ້າທາຍເກາະຜິດຕື່ມອີກ ແລະ ປະຕິບັດພັນທະສາກົນຂອງຕົນຢ່າງຮອບດ້ານ.
ຂ່າວສານສູນກາງເກົາຫຼີ ລາຍງານໃນວັນທີ 19 ມີນານີ້ວ່າ: ປະເທດຕົນໄດ້ດຳເນີນການທົດລອງເຄື່ອງມໍເຕີຂອງຈະຫຼວດທີ່ມີສະມັດຖະພາບສູງຮຸ່ນໃໝ່ຢູ່ເທິງໜ້າດິນເມື່ອມໍ່ໆນີ້.

