ສານຈີນຕັດສິນປະຫານຊີວິດ 11 ສະມາຊິກແກ໊ງ “ຕະກູນໝິງ” ຄະດີສໍ້ໂກງ-ຄໍເຊັນເຕີ-ຢາເສບຕິດ ຢູ່ມຽນມາ

ວັນທີ 29 ກັນຍາ 2025, ສຳນັກຂ່າວ ຊິນຫົວ ໄດ້ລາຍງານວ່າ: ສານເທດສະບານເມືອງເວີນໂຈວ  ແຂວງເຈີ້ຈຽງ ປະເທດຈີນ ໄດ້ມີຄຳພິພາກສາໃຫ້ລົງໂທດ ປະຫານຊີວິດ ສະມາຊິກແກ໊ງອາຊະຍາກຳ “ຕະກູນໝິງ” ຈຳນວນ 11 ຄົນ. ເຊິ່ງແກ໊ງນີ້ມີຖານປະຕິບັດການຢູ່ໃນເຂດໂຄກັງ ທາງພາກເໜືອຂອງປະເທດມຽນມາ ແລະ ພົວພັນກັບຄະດີອາຍາຫລາຍປະເພດ ເຊັ່ນ: ການສໍ້ໂກງທາງໂທລະຄົມມະນາຄົມ (ຄໍເຊັນເຕີ), ການພະນັນຜິດກົດໝາຍ, ການຄ້າຍາເສບຕິດ ແລະ ການຄ້າປະເວນີ.

ໃນຄະດີດຽວກັນ, ສານຍັງໄດ້ຕັດສິນໂທດເພີ່ມເຕີມດັ່ງນີ້:

  • 5 ຄົນ ຖືກພິພາກສາໂທດ ປະຫານຊີວິດ ແຕ່ໃຫ້ລໍຖ້າລົງອາຍາ 2 ປີ
  • 11 ຄົນ ຖືກຕັດສິນ ຈຳຄຸກຕະຫຼອດຊີວິດ
  • ອີກ 12 ຄົນ ຖືກຕັດສິນ ຈຳຄຸກລະຫວ່າງ 5–24 ປີ ພ້ອມກັບບົດລົງໂທດອື່ນໆ ເຊັ່ນ: ການປັບໃໝ, ຍຶດຊັບສິນ ແລະ ການເນລະເທດອອກຈາກປະເທດ.

ສານໄດ້ລະບຸວ່າ: ຕັ້ງແຕ່ປີ 2015, ກຸ່ມດັ່ງກ່າວໄດ້ຈັດຕັ້ງສູນ (compounds) ເພື່ອດໍາເນີນກິດຈະກຳອາຊະຍາກຳ, ເຊິ່ງສາມາດສ້າງລາຍໄດ້ຈາກການສໍ້ໂກງ ແລະ ການພະນັນລວມກັນຫຼາຍກວ່າ 10,000 ລ້ານຢວນ (ປະມານ 1.4 ຕື້ໂດລາສະຫະລັດ). ນອກຈາກນີ້, ຍັງພົບການໃຊ້ຄວາມຮຸນແຮງ, ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ ແລະ ບາດເຈັບ 6 ຄົນ ຈາກການຖືກສັງຫານ ຫລື ທໍາຮ້າຍ ເພື່ອປ້ອງກັນບໍ່ໃຫ້ຫລົບໜີອອກຈາກແກ໊ງ.

ຄໍາພິພາກສາຄັ້ງນີ້ຖືເປັນສັນຍານສຳຄັນຈາກລັດຖະບານຈີນ ທີ່ໄດ້ປະກາດຈຸດຢືນເຂັ້ມງວດໃນການ ປາບປາມອາຊະຍາກຳຂ້າມຊາດ, ໂດຍສະເພາະເຄືອຂ່າຍ ຄໍເຊັນເຕີ ທີ່ສ້າງຄວາມເສຍຫາຍໃຫ້ກັບປະຊາຊົນທັງໃນຈີນ ແລະ ຕ່າງປະເທດ.

ທີ່ມາ: Xinhua ຜ່ານ China Daily Asia, Global China Daily