ຮອງນາຍົກ ຊີ້ນຳໃຫ້ອົງການປະກັນສັງຄົມເລັ່ງແກ້ໄຂຫາງສຽງສັງຄົມໃນການບໍລິການປິ່ນປົວ ຂອງຜູ້ທີ່ເປັນສະມາຊິກປະກັນສັງຄົມ
ໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມສຳມະນາກ່ຽວກັບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ແລະ ປະກັນສຸຂະພາບ ວັນທີ 19 ຕຸລາ 2023, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ທັງເປັນຜູ້ຊີ້ນຳຂົງເຂດວັດທະນາທໍາ-ສັງຄົມ ໄດ້ມີຄໍາເຫັນຊີ້ນຳໃຫ້ອົງການປະກັນສັງຄົມແຫ່ງຊາດ ສືບຕໍ່ສ້າງເງື່ອນໄຂໃນການຂະຫຍາຍອັດຕາປົກຄຸມປະກັນສັງຄົມໃຫ້ກວມເອົາທຸກກຸ່ມເປົ້າໝາຍ ແນໃສ່ສ້າງຄວາມເຕີບໃຫຍ່ເຂັ້ມແຂງ ແລະ ຍືນຍົງຂອງກອງທຶນປະກັນສັງຄົມ, ພິຈາລະ ນາເບິ່ງກ່ຽວກັບທາງເລືອກໃນການມອບໂອນການປະກັນສຸຂະພາບສຳລັບຜູ້ທີ່ເປັນສະມາຊິກປະກັນສັງຄົມຄືນໃຫ້ ອົງການປະກັນສັງຄົມແຫ່ງຊາດ…










