ສິ່ງທ້າທາຍ ທີ່ພືດ ແລະ ຕົ້ນໄມ້ເປັນຢາ ຈຳນວນໜຶ່ງສ່ຽງຕໍ່ການດັບສູນໃນອະນາຄົດ

ວັນທີ 19 ຕຸລາ 2023, ສະມາຄົມອະນຸລັກຢາພື້ນເມືອງລາວ ຮ່ວມກັບ ສະຖາບັນການແພດ-ການຢາພື້ນເມືອງ ຈັດສຳມະນາກ່ຽວກັບການອະນຸລັກ, ພັດທະນາ ແລະ ການສ້າງສະພາບແວດລ້ອມທີ່ດີ ໃນວຽກງານຢາພື້ນເມືອງລາວ.

ທ່ານ ຄຳເພັດ ມະນີວົງ ປະທານສະມາຄົມອະນຸລັກຢາພື້ນເມືອງລາວ ໄດ້ໃຫ້ຮູ້ວ່າ: ການແພດ ແລະ ການ ຢາພື້ນເມືອງລາວ ແມ່ນມີປະຫວັດສາດກຳເນີດຂຶ້ນທີ່ຍາວນານມາຫລາຍພັນປີ, ນັບແຕ່ຊົນເຜົ່າລາວກຳເນີດຂຶ້ນ ຢາພື້ນເມືອງກໍໄດ້ຮັບການສືບທອດມາ ຈາກຮຸ່ນສູ່ຮຸ່ນ ເຖິງປັດຈຸບັນ ເຊິ່ງພັກ-ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມ ຢາພື້ນເມືອງຕະຫລອດມາ. ຢາພື້ນເມືອງ ບໍ່ພຽງແຕ່ເປັນທ່າແຮງໃນການປ້ອງກັນ-ປິ່ນປົວພະຍາດ ແລະ ຟື້ນຟູສົ່ງ ເສີມສຸຂະພາບ, ຍັງເປັນທ່າແຮງ ດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ສາມາດສ້າງສະພາບແວດລ້ອມ ທີ່ດີອີກດ້ວຍ.

ສປປ ລາວ ມີພືດ ແລະ ຕົ້ນໄມ້ເປັນຢາ ທີ່ເກີດຂຶ້ນຕາມທຳມະຊາດປະມານ 2.203 ຊະນິດ, ໃນນັ້ນ ກຳນົດເປັນບັນຊີພືດ ແລະ ຕົ້ນໄມ້ເປັນຢາແລ້ວ 266 ຊະນິດ, ມີໝໍຢາພື້ນເມືອງທຸກເຜົ່າຊົນໃນທົ່ວປະເທດ ປະມານ 1.267 ຄົນ.

ພິເສດ, ໄລຍະການເກີດລະບາດຂອງພະຍາດໂຄວິດ-19 ພວກເຮົາໄດ້ສວຍໃຊ້ວິກິດເປັນໂອກາດ ໂດຍໄດ້ນໍາ ໃຊ້ຢາພື້ນເມືອງ 3 ຊະນິດຄື: ລາຊາບີ, ຜັກຄາວທອງ ແລະ ກະຊາຍຂາວ ໃຊ້ປ້ອງກັນບໍ່ໃຫ້ຕິດເຊື້ອໂຄວິດ ແລະ ປິ່ນປົວຄົນເຈັບທີ່ຕິດໂຄວິດ ທີ່ຍັງບໍ່ທັນລົງປອດ ໄດ້ຢ່າງມີປະສິດທິຜົນດີ, ອັນໄດ້ເຮັດໃຫ້ຊື່ສຽງ ແລະ ກຳລັງຊົມໃຊ້ ຢາພື້ນເມືອງ ຂອງປະຊາຊົນສູງເດັ່ນຂຶ້ນໃນສັງຄົມ ທັງຢູ່ພາຍໃນປະເທດ ແລະ ສົ່ງອອກໄປສູ່ຕ່າງປະເທດອີກດ້ວຍ.

ໄປຄຽງຄູ່ກັບດ້ານຕັ້ງໜ້າ ຍັງມີສິ່ງທ້າທາຍຫລາຍຢ່າງ, ພືດ ແລະ ຕົ້ນ ໄມ້ເປັນຢາ ຈຳນວນໜຶ່ງມີຄວາມສ່ຽງຕໍ່ການດັບສູນໃນອະນາຄົດໂດຍສະເພາະການຂຸດຄົ້ນຊະຊາຍ, ບໍ່ເປັນລະບົບ; ຢາພື້ນເມືອງບາງຊະນິດຍັງຢູ່ໃນບັນຊີເຄື່ອງປ່າຂອງດົງ; ການປະສານງານລະຫວ່າງຂະແໜງການທີ່ກ່ຽວຂອງຍັງບໍ່ທັນໄດ້ດີເທົ່າທີ່ຄວນ; ນິຕິກຳຄຸ້ມຄອງພືດທີ່ເປັນຢາຍັງທັບຊ້ອນປົນເປກັບບັນຊີເຄື່ອງປ່າຂອງດົງ;  ການອຳນວຍຄວາມສະດວກໃນການຜະລິດ ແລະ ສົ່ງອອກສິນຄ້າສຳເລັດຮູບ ຍັງຈຳກັດ; ການກໍານົດມາດຕະຖານ ຍັງສູງເກີນຄວາມສາມາດ-ເກີນສະພາບເງື່ອນໄຂ ການພັດທະນາຂອງບ້ານເຮົາ; ໝໍຢາພື້ນເມືອງ ຈຳນວນໜຶ່ງຍັງບໍ່ຢາກຖ່າຍທອດສູດຕຳລາ; ສູດຕຳລາຢາພື້ນເມືອງຍັງຂາດການປົກປັກຮັກສາທີ່ດີ; ຄວາມເຂົ້າໃຈ ຕໍ່ວຽກງານການແພດ-ການຢາພື້ນເມືອງ ຍັງຈໍາກັດ.