ມະຫາວິທະຍາໄລແຫ່ງຊາດ ມີນັກສຶກສາໄດ້ຮັບກຽດນິຍົມ 73 ຄົນ ໃນສົກສຶກສາ 2022-2023

ວັນທີ 19 ຕຸລາ 2023, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຈັດພິທີສະຫລຸບຊຸດຮຽນຮຸ່ນທີ 23 (2022-2023) ແລະ ເປີດສົກຮຽນ 2023-2024 ໂດຍການເປັນປະທານຂອງ ທ່ານ ອຸດົມ ພອນຄຳເພັງ ອະທິການ​ບໍດີ ມຊ, ເຂົ້າຮ່ວມ ແລະ ມອບໃບຍ້ອງຍໍຂອງທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ).

ທ່ານ ອຸດົມ ພອນຄຳເພັງ ກ່າວວ່າ: ມຊ​​ ​ເປັນ​ສະຖາບັັນການ​ສຶກສາ​ຊັ້ນ​ສູງລະດັບຊາດ ເປັນບ່ອນ​ກໍ່ສ້າງ​ຊັບພະ​ຍາກ​ອນມະນຸດ​ໃຫ້​ມີຄວາມ​ຮູ້-ຄວາມສາມາດ ມີຄຸນສົມບັດສິນທໍາປະຕິວັດ ​ແລະ ມີຄວາມ​ສີວິ​ໄລ​ທາງ​ດ້ານຈິດ​ໃຈ ຕອບສະ  ໜອງນັກວິຊາການທີ່ມີຄຸນນະພາບໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ເຊື່ອມໂຍງກັບພາກພື້ນ ແລະສາກົນ. ມີໜ້າທີ່ພັດທະນາຄຸນນະພາບການສຶກສາຊັ້ນສູງ ແລະ ສົ່ງ​ເສີມການ​ຄົ້ນ​ຄວ້າ​ວິທະຍາສາດ​​ໃຫ້​ມີ​ມາດຕະຖານສູງຂຶ້ນຢ່າງບໍ່ຢຸດຢັ້ງ. ໃນສົກຮຽນ 2020-2023 ມີພະນັກງານຄູ-ອາຈານ​ທັງໝົດ 1.704 ຄົນ ຍິງ 821 ຄົນ, ອາຈານ​ສອນ 1.393 ຄົນ ຍິງ 625 ຄົນ, ດ້ານວິທະຍາ​ນາມມະຍົດມີ: ສາດສະດາຈານ 6 ຄົນ ຍິງ 1 ຄົນ, ຮອງສາດສະດາຈານ  86 ຄົນ ຍິງ 10 ຄົນ, ອາຈານ 307 ຄົນ ຍິງ 119 ຄົນ, ຜູ້​ຊ່ວຍ​ອາຈານ 283 ຄົນ ຍິງ 220 ຄົນ, ເປັນຄູວິຊາການບໍ່ທັນໄດ້ວຸດທິ 349 ຄົນ ຍິງ 179 ຄົນ, ເວົ້າສະເພາະສົກຮຽນ 2020-2023 ມຊ ໄດ້ດໍາເນີນການຮຽນ-ການສອນໃນຫຼາຍລະດັບ​ ຊຶ່ງມີ​ທັງ​ໝົດ 166 ຫຼັກສູດ ໃນນັ້ນມີ: ປະລິນຍາ​​ເອກ 8 ຫຼັກສູ​ດ, ປະລິນຍາໂທ 67 ຫຼັກສູດ (ຫຼັກສູດນາໆຊາດປະລິນຍາໂທ 1 ຫຼັກສູດ), ປະລິນຍາຕີ 118 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 44 ຫຼັກສູດ, ອະນຸປະລິນຍາ 4 ຫຼັກສູດ, ມີຈໍານວນນັກສຶກສາທັງໝົດ 19.773 ຄົນ ຍິງ 9.638 ຄົນ, ນັກສຶກສາທີ່ໄດ້ຮັບທຶນລັດຖະບານຈໍານວນ 768 ຄົນ ຍິງ 347 ຄົນ, ນັກສຶກສາຕ່າງປະເທດທີ່ໄດ້ຮັບທຶນລັດຖະບານຈໍານວນ 45 ຄົນ ຍິງ 10 ຄົນ, ນັກສຶກສາໃຊ້ທຶນຕົວເອງຈໍານວນ 4.149 ຄົນ ຍິງ 1.808 ຄົນ, ນັກສຶກສາຕ່າງປະເທດໃຊ້ທຶນຕົວເອງຈໍານວນ 41 ຄົນ ຍິງ 17 ຄົນ, ພະ ສົງ 67 ອົງ, ນັກສຶກສາລະດັບປະລິນຍາເອກຈໍານວນ 44 ຄົນ ຍິງ 17 ຄົນ, ນັກສຶກສາລະດັບປະລິນຍາໂທຈໍານວນ 651 ຄົນ ຍິງ 266 ຄົນ, ໃນຈໍານວນນີ້ມີ​ນັກ​ສຶກສາ​ປີສຸດ​ທ້າຍ 5.007 ຄົນ ຍິງ 2.372 ຄົນ. ໃນນີ້ມີ​ນັກ​ສຶກສາ​ທີ່ໄດ້​ຮັບກຽດນິຍົມ (ໃບປະກາດແດງ) ຈຳນວນ 73 ຄົນ ຍິງ 41 ຄົນ. ນອກຈາກນີ້ຍັງມີນັກສຶກສາທີ່ມີຜົນງານດີເດັ່ນຮອບດ້ານຕື່ມອີກ.

ໃນພິທີໄດ້ມີການມອບໃບຍ້ອງຍໍຂັ້ນກະຊວງ ສສກ ໃຫ້ບຸກຄົນດີເດັ່ນ 1.185 ຄົນ ຍິງ 509 ຄົນ, ໃບຍ້ອງຍໍຂັ້ນ ມຊ ຈໍານວນ 327 ຄົນ ຍິງ 150 ຄົນ ພ້ອມນັ້ນໄດ້ຜ່ານແຜນການແຂ່ງຂັນຮັກຊາດ ແລະ ພັດທະນາໄລຍະ 5 ປີ (2021-2025).

#ຂ່າວພາຍໃນລາວພັດທະນາ #ມຊ #ມີນັກສຶກສາໄດ້ໃບປະກາດແດງ