ຮອງນາຍົກ ຊີ້ນຳໃຫ້ອົງການປະກັນສັງຄົມເລັ່ງແກ້ໄຂຫາງສຽງສັງຄົມໃນການບໍລິການປິ່ນປົວ ຂອງຜູ້ທີ່ເປັນສະມາຊິກປະກັນສັງຄົມ

ໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມສຳມະນາກ່ຽວກັບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ແລະ ປະກັນສຸຂະພາບ ວັນທີ 19 ຕຸລາ 2023, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ທັງເປັນຜູ້ຊີ້ນຳຂົງເຂດວັດທະນາທໍາ-ສັງຄົມ ໄດ້ມີຄໍາເຫັນຊີ້ນຳໃຫ້ອົງການປະກັນສັງຄົມແຫ່ງຊາດ ສືບຕໍ່ສ້າງເງື່ອນໄຂໃນການຂະຫຍາຍອັດຕາປົກຄຸມປະກັນສັງຄົມໃຫ້ກວມເອົາທຸກກຸ່ມເປົ້າໝາຍ ແນໃສ່ສ້າງຄວາມເຕີບໃຫຍ່ເຂັ້ມແຂງ ແລະ ຍືນຍົງຂອງກອງທຶນປະກັນສັງຄົມ, ພິຈາລະ ນາເບິ່ງກ່ຽວກັບທາງເລືອກໃນການມອບໂອນການປະກັນສຸຂະພາບສຳລັບຜູ້ທີ່ເປັນສະມາຊິກປະກັນສັງຄົມຄືນໃຫ້ ອົງການປະກັນສັງຄົມແຫ່ງຊາດ ຮັບຜິດຊອບຈັດຕັ້ງປະຕິບັດໄປຄຽງຄູ່ກັບ 8 ການອຸດໜູນຕາມກົດໝາຍວ່າດ້ວຍການປະກັນສັງຄົມ, ໃຫ້ທັງສອງຂະແໜງການຮີບຮ້ອນປຶກສາຫາລືແກ້ໄຂບັນດາຂອດທີ່ຍັງອຸດຕັນ, ບໍ່ສອດຄ່ອງ, ບໍ່ມີຄວາມເປັນເອກະພາບ, ປັບປຸງນິຕິກຳໃຫ້ສຳເລັດໂດຍໄວ ໂດຍກຳນົດນະໂຍບາຍລາຍການຄຸ້ມຄອງການບໍລິການດ້ານການແພດ ແຕ່ລະເປົ້າໝາຍໃຫ້ຊັດເຈນ, ມີຄວາມສອດຄ່ອງ ແລະ ເໝາະສົມກັບຄວາມສາມາດຕົວຈິງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດທີ່ເອກະພາບ ແຕ່ສູນກາງລົງຮອດທ້ອງຖິ່ນໃນຂອບເຂດທົ່ວປະເທດ.
ພ້ອມທັງເນັ້ນໃຫ້ປັບປຸງກົນໄກການເຮັດວຽກ, ການປະສານງານກັນລະຫວ່າງ ອົງການປະກັນສັງຄົມ, ບັນດາໂຮງໝໍ ແລະ ຫ້ອງການປະກັນສຸຂະພາບ ແຕ່ລະຂັ້ນຄຸ້ມຄອງ ເພື່ອຮັບປະກັນການບໍລິການທີ່ເໝາະສົມ ຫລຸດຜ່ອນຫາງສຽງການຮ້ອງຮຽນ ແລະ ວິພາກວິຈານ, ສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອຄົ້ນຄ້ວາງົບປະມານໃຫ້ພຽງພໍ ຮັບປະກັນໃຫ້ສາມາດສະໜອງຢາ, ອຸປະກອນການແພດ ແລະ ສະໜອງການປິ່ນປົວຕາມນະໂຍບາຍ ແລະ ສອງຂະແໜງການຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການໂຄສະນາປະຊາສຳພັນໃຫ້ຢ່າງຕໍ່ເນື່ອງ ຜ່ານຫລາຍຊ່ອງທາງ ແລະ ວິທີການ ເພື່ອຮັບປະກັນໃຫ້ທຸກກຸ່ມເປົ້າໝາຍເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ເຂົ້າເຖິງຂໍ້ມູນຂ່າວສານທີ່ຖືກຕ້ອງ, ຮັບຮູ້ໄດ້ເຖິງຄວາມສຳຄັນຂອງວຽກງານປົກປ້ອງທາງສັງຄົມ ໂດຍສະເພາະວຽກງານປະກັນສັງຄົມ ແລະ ປະກັນສຸຂະພາບ ແລະ ໃຫ້ສະມາຊິກທຸກຄົນສາມາດເຂົ້າເຖິງການບໍລິການ ແລະ ການອຸດໜູນຕາມສິດທິ ແລະ ຜົນປະໂຫຍດທີ່ໄດ້ກຳນົດໃນກົດໝາຍ ແລະ ລະບຽບການ.

