ຄວາມພະຍາຍາມຢູ່ບ່ອນໃດ? ຄວາມສຳເລັດຢູ່ບ່ອນຫັ່ນ

ນາງ Morgan Bartley ອາຍຸໄດ້ 12 ປີ, ແຕ່ຕ້ອງໄດ້ເຂົ້າຫ້ອງຜ່າຕັດ ແລະ ລາວເຫັນວ່າຕົນເອງບໍ່ສາມາດມີລູກໄດ້ໃນອານາຄົດ, ເມື່ອຮູ້ເຫດການນັ້ນແລ້ວໃຫ້ລາວມີອາການຕົກໃຈກັບສິ່ງແບບນີ້, ຈິ່ງກາຍເປັນການສ້າງໃຫ້ລາວມີພຶດຕິກຳ ກິນອາຫານຫລາຍຂຶ້ນຈາກປົກກະຕິ.
+ ແພດຊ່ວຍຄົນຕາຍທັງເປັນກັບມາມີຊີວິດໃໝ່ອີກ
+ ການແພດໄປໄກແທ້ໆ ສາມາດຮັກສາມືທີ່ໝຸ່ນຂາດແບບນີ້ກໍ່ໄດ້
+ ໜັງປາສາມາດຮັກສາບາດນ້ຳຮ້ອນລວກ ແລະ ໄຟໄໝ້ຄືນສູ່ປົກກະຕິໄດ້ໂດຍໄວ
ດັ່ງນັ້ນພໍຮອດອາຍຸໄດ້ 17 ປີ. ນ້ຳໜັກຂອງລາວເພີ່ມຂຶ້ນເຖິງ 136 ກິໂລ. ເຮັດໃຫ້ການໃຊ້ຊີວິດຢ່າງລຳບາກ, ລາວຈິ່ງໄດ້ຕັດສິນໃຈທີ່ຈະປ່ຽນແປງຕົວເອງ ແລະ ໄດ້ເຮັດທຸກວິທີທາງຂອງຄວາມຕັ້ງໃຈທີ່ຢາກໃຫ້ນ້ຳໜັກຂອງລາວເຫລືອພຽງ 65 ກິໂລ. ເຊິ່ງມັນບໍ່ແມ່ນເລື່ອງງາຍ ລາວໄດ້ໂຟດຮູບລົງໃສ່ໃນອິນສະຕາແກນທີ່ສະແດງໃຫ້ເຫັນວ່າລາວຈະຕ້ອງເຂົ້າຫ້ອງຜ່າຕັດ ພ້ອມກັບຂຽນຄວາມຮູ້ສຶກລົງໄປໃນພາບນັ້ນ ແລະ ຕົກມາໃນເດືອນສິງຫາ 2015 ລາວໄດ້ຮັບການຜ່າຕັດເພື່ອລົດນ້ຳໜັກ ແລະ ສຸຂະພາບ ຂອງລາວຈະຕ້ອງພະຍາຍາມຜ່ານມັນໄປໃຫ້ໄດ້, ເພື່ອຮັກສາສຸຂະພາບເອົາໄວ້ ແລະ ຄົ້ນພົບຄວາມສຸກ.
ດັ່ງສຸພາສິດເພີ່ນວ່າ: ຄວາມພະຍາຍາມຢູ່ບ່ອນໃດຄວາມສຳເລັດຢູ່ບ່ອນຫັ່ນ ຂໍແຕ່ເຮົາບໍ່ຕ້ອງຍອມປະລາໄຊໃຫ້ກັບອຸປະສັກ ແລະ ກ້າວຕໍ່ໄປຍ່າງມີເປົ້າໝາຍ.

