ເຈົ້າໜ້າທີ່ຕຳຫລວດຈະລາຈອນ ຈັດກຳລັງ 187 ສະຫາຍ ເຂົ້າປ້ອງກັນກອງປະຊຸມຫົວໜ້າຕໍາຫລວດອາຊຽນຄັ້ງທີ 41 ທີ່ນະຄອນຫລວງວຽງຈັນ
ວັນທີ 16-20 ຕຸລາ 2023, ກົມຕຳຫລວດຈະລາຈອນ ສົມທົບກັບພະແນກຕຳຫລວດຈະລາຈອນ ປກສ ນະຄອນຫລວງວຽງຈັນ ຈັດກຳລັງໄປປະຈຳແຕ່ລະຈຸດ ທາງຮ່ອມ, ຈຸດສາມແຍກ-ສີ່ແຍກ, ຈຸດເຂົ້າ-ອອກ ທີ່ພັກ ແລະ ໂດຍສະເພາະແມ່ນປະຈຳຢູ່ຈຸດຫໍປະຊຸມແຫ່ງຊາດ ທີ່ໃຊ້ເປັນສະຖານທີ່ຈັດກອງປະຊຸມແມ່ນໄດ້ຍົກສູງຄວາມຄວາມຜິດຊອບໜ້າທີ່ວິຊາສະເພາະ ຢ່າງເຂັ້ມງວດ. ພ້ອມນີ້ກໍໄດ້ແຕ່ງຕັ້ງຄະນະຊີ້ນຳບັນຊາລວມ, ບັນຊາຕົວຈິງ ແຕ່ລະຂະບວນແຂກໃນການປ້ອງກັນກອງປະຊຸມຫົວໜ້າຕຳຫລວດອາຊຽນ…








