ເຕືອນ! ປິດການສັນຈອນ ເສັ້ນທາງ 4C ກາສີ-ເມືອງນານ ເຂດພູ 9 ຫລັກ ສຳລັບລົດບັນທຸກ ສູງ 2,8 ແມັດ ຂຶ້ນໄປ ບໍ່ສາມາດຜ່ານໄດ້
ເນື່ອງຈາກປັດຈຸບັນນີ້ໄດ້ມີການເລັ່ງກໍ່ສ້າງທາງເບຕົງເສີມເຫລັກ ບາງຈຸດບ່ອນໂຄ້ງທົບສອກ ເສັ້ນທາງ C4 ກາສີ ຫາ ເມືອງນານ (ເຂດພູ 9 ຫລັກ) ເມືອງກາສີ, ແຂວງວຽງຈັນ. ດັ່ງນັ້ນ ຈຶ່ງແຈ້ງມາຍັງທຸກພາກສ່ວນໃນທົ່ວສັງຄົມ ຕອນນີ້ແມ່ນປິດການສັນຈອນ ນັບແຕ່ວັນທີ 10 ມີນາ 2024 ເປັນຕົ້ນໄປ…










