ປກສ ເມືອງຫລວງນ້ຳທາ ກັກແມ່ຕູ້ 69 ປີ ມົ້ວສຸມ ແລະ ຂາຍຢາເສບຕິດ ມາດຳເນີນຄະດີ

ໂທລະພາບ ປກສ ແຂວງຫລວງນ້ຳທາ ລາຍງານ ໃນວັນທີ 11 ມີນາ 2024 ນີ້ວ່າ: ພະແນກ ຕຳຫລວດ ປກສ ເມືອງຫລວງນ້ຳທາ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ໃນວັນທີ 29 ກຸມພາ ຜ່ານມາ ມີກຸ່ມຄົນບໍ່ດີມົ້ວສຸມຢາເສບຕິດຢູ່ເຂດບ້ານນ້ຳລື ຈາກນັ້ນຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາ ເຫັນວ່າມີມູນຄວາມຈິງແທ້ ແລະ ກັກຕົວເປົ້າໝາຍໄດ້ 1 ຄົນ ເປັນເພດຍິງ ອາຍຸ 69 ປີ, ຢູ່ບ້ານນ້ຳລື ເມືອງ ຫລວງນ້ຳທາ, ພ້ອມຂອງກາງຢາບ້າ 340 ເມັດ ແລະ ຢາຝິ່ນອີກ 4 ກ້ອນນ້ອຍ.
ຜ່ານການສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວຮັບສາລະພາບວ່າ: ຢາເສບຕິດຈຳນວນດັ່ງກ່າວເປັນຂອງຕົນເອງແທ້ ເຊິ່ງໄດ້ພົວພັນຊື້ນຳຜູ້ຮ່ວມຂະບວນການດຽວກັນ ເພື່ອນຳມາຂາຍຍ່ອຍ ແລະ ເສບເອງ, ປັດຈຸບັນເຈົ້າໜ້າທີ່ໄດ້ກັກຜູ້ກ່ຽວໄວ້ຄ້າຍຄຸມຂັງ ປກສ ແຂວງ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍ.

