ໄຂອງປະຊຸມລັດຖະມົນຕີ ເສດຖະກິດ ອາຊຽນ ແບບວົງແຄບ ຄັ້ງທີ 30 ຢູ່ທີ່ຫລວງພະບາງ

ວັນທີ 9 ມີນາ 2024 ໄດ້ໄຂກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ຢ່າງເປັນທາງການ ທີ່ນະຄອນຫລວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນລັດຖະມົນຕີ ເສດຖະກິດອາຊຽນຂອງລາວ ແລະ ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕິມໍແລັດສະເຕ, ພ້ອມດ້ວຍຄະນະຜູ້ແທນຂອງປະເທດ ສະມາຊິກອາຊຽນ ເຂົ້າຮ່ວມ.
ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ສະແດງເຖິງຄວາມໝາຍໝັ້ນ ຂອງສະມາຊິກອາຊຽນ ທີ່ຈະສືບຕໍ່ຮ່ວມກັນ ຈັດຕັ້ງປະຕິບັດວິໄສທັດ ການສ້າງປະຊາຄົມອາຊຽນຮອດປີ 2025 ແລະ ການກໍານົດວິໄສທັດ ການສ້າງປະຊາຄົມອາຊຽນໃນປີ 2045. ສປປ ລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບກຽດເປັນປະທານອາຊຽນ ໃນປີ 2024 ເຊິິ່ງເປັນຊ່ວງເວລາ ທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫລາຍດ້ານ ໂດຍສະເພາະ ໃນເງື່ອນໄຂທີ່ສະພາບການຂອງໂລກ ແລະ ພາກພື້ນກໍາລັງຜັນແປ ໄປຢ່າງສະລັບສັບຊ້ອນ ເຊິ່ງຮຽກຮ້ອງໃຫ້ພວກເຮົາ ຕ້ອງເພີ່ມທະວີຄວາມສາມັກຄີເປັນໜຶ່ງດຽວ ແລະ ຮ່ວມມືກັນຢ່າງສະໜິດແໜ້ນ ເພື່ອຊອກຫາຫົນທາງ ແລະ ການກໍານົດວິທີການ ທີ່ຖືກຕ້ອງມາແກ້ໄຂບັນດາ ສິ່ງທ້າທາຍເຫລົ່ານັ້ນ ແລະ ພ້ອມກັນປະຕິບັດຄໍາຂວັນ ຂອງອາຊຽນສໍາລັບປີ 2024 ຄື: “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ໃນອະນາຄົດ”. ການປຶກສາຫາລືໃນຄັ້ງນີ້, ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຮ່ວມກັນ ທີ່ຈະຊຸກຍູ້ວາລະເສດຖະກິດຂອງອາຊຽນ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້. ພ້ອມນີ້, ຍັງຈະໄດ້ຮ່ວມກັນ ພິຈາລະນາຫົວຂໍ້ສໍາຄັນຕ່າງໆ ຂອງປີ 2024 ເປັນຕົ້ນ ການພິຈາລະນາຮັບຮອງ ເອົາແຜນວຽກບຸລິມະສິດ ດ້ານເສດຖະກິດອາຊຽນ, ການພັດທະນາເສດຖະກິດແບບຍືນຍົງ ແລະ ການຮ່ວມມືກັບພາຍນອກ. ສະນັ້ນ, ເພື່ອຮັບປະກັນຜົນສໍາເລັດ ໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາທ່ານ ເພື່ອໃຫ້ການສະໜັບສະໜູນ ແລະ ໃຫ້ການຮ່ວມມື ເຊິ່ງຈະນໍາເອົາຜົນປະໂຫຍດທີ່ເປັນຮູບປະທໍາ ມາໃຫ້ປະຊາຊົນອາຊຽນ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ປະຊາຄົມອາຊຽນຂອງ ສປປ ລາວ.

ທ່ານ ມະໄລທອງ ກົມມະສິດ ຖືໂອກາດນີ້ ສະແດງຄວາມ ຊົມເຊີຍ ຕໍ່ປະເທດຕິມໍແລັດສະເຕ ທີ່ໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກ (WTO) ຢ່າງເປັນທາງການ ໃນໂອກາດກອງປະຊຸມລັດຖະມົນຕີ ອົງການການຄ້າໂລກຄັ້ງທີ 13 ທີ່ ອາບູດາບີ, ສະຫະລັດ ອາຣັບເອມິເລັດ. ພວກເຮົາຫວັງວ່າປະເທດ ຕິມໍແລັດສະເຕ ຈະໄດ້ເຂົ້າຮ່ວມໃນຄອບຄົວອາຊຽນໃນໄວໆນີ້ ເຊິ່ງຈະເປັນການເພີ່ມທະວີ ຄວາມເຂັ້ມແຂງ ແລະ ຄວາມຈະເລີນຮຸ່ງເຮືອງ ໃຫ້ກັບພາກພື້ນ. ຂະນະດຽວນີ້, ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ອິນໂດເນເຊຍ ທີ່ໄດ້ເຮັດໜ້າທີ່ ເປັນປະທານອາຊຽນໃນປີ 2023 ໄດ້ເປັນຢ່າງດີ ແລະ ມີໝາກຜົນອັນໜ້າຊື່ນຊົມ. ພາຍໃຕ້ການນຳພາຂອງອິນໂດເນເຊຍ ອາຊຽນໄດ້ເຮັດສໍາເລັດຫລາຍໜ້າວຽກທີ່ສໍາຄັນ ໃນການກ້າວໄປສູ່ເປົ້າໝາຍ ຂອງການສ້າງປະຊາຄົມເສດຖະກິດອາຊຽນ 2025 ເຊິ່ງຖືເປັນການວາງພື້ນຖານ ແລະ ເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ການບັນລຸເປົ້າໝາຍລວມຂອງອາຊຽນ, ທັງເປັນການສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນ, ຄວາມພະຍາຍາມ ແລະ ການປັບຕົວຂອງພວກເຮົາ ໃນການຜະເຊີນໜ້າ ກັບສິ່ງທ້າທາຍຕ່າງໃນປີຜ່ານມາ.
Cr: ຂປລ

