ຜົນກອງປະຊຸມລັດຖະບານນາຍົກເນັ້ນເພີ່ມທະວີຮັກສາຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມີນາ 2017 ໄດ້ໄຂຂຶ້ນໃນວັນທີ 15-16 ນີ້, ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ກອງປະຊຸມໄດ້ປຶກສາຫາລືບັນຫາສໍາຄັນຄື: ສະພາບການຈັດຕັ້ງປະຕິບັດແຜນການ ແລະ ລາຍຮັບ-ລາຍຈ່າຍງົບປະມານ, ລາຍງານກ່ຽວກັບການຈັດຕັ້ງປະຕິບັດການປະມູນຊື້-ຂາຍໄມ້, ການສົ່ງອອກໄມ້ ແລະ ບັນດາໂຮງ ງານປຸງແຕ່ງໄມ້, ລາຍງານກ່ຽວກັບການດໍາເນີນທຸລະກິດຈໍານວນໜຶ່ງທີ່ບໍ່ສອດຄ່ອງກັບກົດໝາຍ, ລະບຽບການຂອງລັດ, ຮ່າງກົດໝາຍວ່າດ້ວຍໄຟຟ້າສະບັບປັບປຸງ,…

ລາວເປັນເຈົ້າພາບຈັດກອງປະຊຸມອາຊຽນ-ກອງທືນຊ່ວຍເຫຼືອຂອງການາດາເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ

ກອງປະຊຸມອາຊຽນ-ກອງທຶນຊ່ວຍເຫຼືອຂອງການາດາເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບຈັດຂຶ້ນໃນວັນທີ 15 ມີນານີ້, ທີ່ນະຄອນຫຼວງວຽງຈັນ, ໂດຍ ສປປ ລາວ ເປັນເຈົ້າພາບ, ໂດຍການເຂົ້າຮ່ວມຂອງທ່ານ ບຸນຫຼາຍ ພົມມະສັກ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ທ່ານ ນາງ ເຮີແມນ ລີແອນ  ຫົວໜ້າຫ້ອງການສະຖານທູດການາດາປະຈຳລາວ,…

ທ່ານນາຍົກເຄື່ອນໄຫວຊຸກຍູ້ການຜະລິດເມືອງຊະນະຄາມ

 ໃນວັນທີ 13 ມີນານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ຄະນະ, ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານການຜະລິດເປັນສີນຄ້າ ແລະ ແກ້ໄຂຄວາມທຸກຍາກຢູ່ເມືອງຊະນະຄາມແຂວງວຽງຈັນ ແລະ ໄດ້ໃຫ້ກຽດໂອ້ລົມບັນດາຄະນະນໍາຂອງແຂວງ ແລະ ເມືອງ, ຊຶ່ງກ່ອນອື່ນໄດ້ສະແດງຄວາມຊົມເຊີຍຜົນສຳເລັດປະຊາຊົນແຂວງວຽງຈັນເວົ້າລວມ, ເວົ້າສະເພາະແມ່ນຊາວເມືອງຊະນະຄາມສາມາດຍາດມາໄດ້ໃນໄລຍະຜ່ານມາ….

ເລີ່ມຊຸກຍູ້ກາານເກັບລາຍຮັບ 5 ແຂວງເຂົ້າງົບປະມານ

ໃນວັນທີ 13 ມີນານີ້ ຄະນະຮັບຜິດຊອບຊີ້ນໍາ ຊຸກຍູ້ການເກັບລາຍຮັບ 5 ແຂວງຄື: ນະຄອນຫລວງວຽງຈັນ, ຫລວງພະບາງ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ ໄດ້ຈັດກອງປະຊຸມປຶກສາຫາລືກຽມຄວາມພ້ອມເຄື່ອນໄຫວວຽກງານຊຸກຍູ້ການເກັບລາຍຮັບຕົວຈິງຂຶ້ນທີ່ນະຄອນຫລວງວຽງຈັນເພື່ອ ແນໃສ່ເຮັດໃຫ້ການຄຸ້ມຄອງຈັດເກັບລາຍຮັບງົບປະມານບັນລຸຕາມແຜນການທີ່ວາງໄວ້. ທ່ານ ຮອງລັດຖະມົນຕີກະຊວງການເງິນອາດສະພັງທອງ ສີພັນດອນ ໄດ້ມີຄຳເຫັນວ່າ: ການລົງຊຸກຍູ້ການເກັບລາຍຮັບຢູ່ບັນດາແຂວງດ່ັງກ່າວ…

40 ກວ່າປະເທດຫາລືແຜນພັດທະນາລະບົບຂົນສົ່ງແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ

  ໃນວັນທີ 14 ມີນານີ້, ຢູ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ, ຄະນະຜູ້ແທນຂະແໜງການຂົນສົ່ງ, ສິ່ງແວດລ້ອມ ແລະ ສາທາລະນະສຸກຈາກ 46 ປະເທດໃນອາຊີ-ປາຊີຟີກ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນໄດ້ຮ່ວມກັນປຶກສາຫາລືແຜນພັດທະນາລະບົບຂົນສົ່ງແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ (EST) ຄັ້ງທີ 10 ໃນຫົວຂໍ້: “ແຜນດໍາເນີນງານວ່າດ້ວຍການຂົນສົ່ງແບບຍືນຍົງຮອດປີ…

ຜູ້ອໍານວຍການໃຫ່ຍ ສປຊ ເຊື່ອໝັ້ນລາວຈະບັນລຸການພັດທະນາຕາມເປົ້າໝາຍວາງໄວ້

  ໃນໂອກາດຢ້ຽມຢາມສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງຜູ້ອໍານວຍການໃຫຍ່ອົງການສະຫະປະຊາຊາດເພື່ອການພັດທະນາ (ສປຊ) ທ່ານນາງ ເຮເລນ ຄລາກ (Helen Clark) ໃນວັນທີ 12-13 ມີນານີ້ ແລະ ໄດ້ເຂົ້າພົບປະກັບການນໍາຂັ້ນສູງຂອງລາວຄື: ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ,…

ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນຄັ້ງທີ 17 ໄຂຂຶ້ນຢ່າງເປັນທາງການທີ່ຟີລິບປິນ

  ກອງປະຊຸມສະພາປະຊາຄົມວັດທະນາທໍາ-ສັງຄົມອາຊຽນຄັ້ງທີ 17 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 8 ມີນານີ້ທີ່ເມືອງອີໂລອີໂອ, ປະເທດຟີລິປິນ  ໂດຍມີລັດຖະມົນຕີ, ຮອງລັດຖະ ມົນຕີ ແລະ ຜູ້ຕາງໜ້າຮັບຜິດຊອບວຽກງານປະຊາຄົມວັດທະນະທຳ-ສັງຄົມ ຂອງປະເທດສະມາຊິກອາຊຽນ, ເລຂາທິການໃຫຍ່ອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ, ເຈົ້າໜ້າທີ່ອາວູໂສວັດທະ ນະທຳ-ສັງຄົມອາຊຽນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ…

ລັດໄດ້ຮັບຜົນປະໂຫຍດແນວໃດຈາກການຂາຍປ້າຍລົດເລກງາມ

ລັດໄດ້ຮັບຜົນປະໂຫຍດແນວໃດຈາກການຂາຍປ້າຍລົດເລກງາມ

(ຮຸບພາບສົມມຸດ) ພາຍຫລັງສຳເລັດການປະມູນຂາຍລົດການນຳຂັ້ນສູງຈຳນວນ 14 ຄັນເມື່ອທ້າຍເດືອນກຸມພາຜ່ານມານີ້, ໂດຍສາມາດໄດ້ເງິນທັງໝົດ 11,6 ຕື້ກວ່າກີບ. ເຫດການດັ່ງກ່າວນັບວ່າເປັນນິມິດໝາຍທີ່ດີສ່ອງແສງໃຫ້ເຫັນເຖິງຄວາມເປັນແບບຢ່າງອັນດີແກ່ສັງຄົມຂອງບັນດາການນໍາເຮົາທີ່ຍອມສະຫລະຄວາມສະດວກສະບາຍສ່ວນຕົວເພື່ອຜົນໂຫຍດລວມຂອງຊາດ. ນອກນີ້ຍັງເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານຮຸ່ນສືບທອດເພື່ອບໍ່ໃຫ້ແລ່ນນຳແຕ່ວັດຖຸມີຄ່າເກີນຕົວ ແລະ ບໍ່ໃຫ້ຟຸມເຟືອຍ. ແນວໃດກໍດີ, ຮູບແບບການປະມູນດັ່ງກ່າວຄວນຖືກຜັນຂະຫຍາຍ ແລະ ນຳໃຊ້ເປັນມາດຕະການເພື່ອຂຸດຄົ້ນແຫລ່ງລາຍຮັບເຂົ້າງົບປະມານລັດ ແລະ ການປະມູນລັກສະນະນີ້ສາມາດນໍາມາໃຊ້ກັບການປະມູນຂາຍປ້າຍລົດເລກງາມຍິ່ງເປັນການດີ ເພື່ອສ້າງລາຍຮັບໄດ້ຫລາຍຂຶ້ນອີກ. ເນື່ອງຈາກຜ່ານມາ, ການເກັບລາຍຮັບຈາກການຂາຍປ້າຍລົດເລກງາມຢູ່ແຕ່ລະທ້ອງຖິ່ນເຫັນວ່າຍັງບໍ່ເປັນເອກະພາບ…

ທ່ານຮອງນາຍົກ ສອນໄຊ ສີພັນດອນ ສຳເລັດການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ.

    ໂດຍຕອບສະໜອງຕາມຄຳເຊີນຂອງ ກະຊວງການຕ່າງປະເທດຍີ່ປຸ່ນ, ພະນະທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມປະ ເທດຍີ່ປຸ່ນຢ່າງເປັນທາງການ ແຕ່ວັນທີ 5-10 ມີນາ 2017. ໃນໂອກາດຢ້ຽມຢາມ ໄດ້ພົບປະກັບທ່ານ ໂຢຊິຮິເດະ ຊຸກະ…

ວັນແມ່ຍິງສາກົນ: ໂອກາດລິເລີ່ມແຫ່ງການສ້າງຄວາມປ່ຽນແປງ ຫລື ເປັນພຽງວັນແຫ່ງການສັງສັນ

ວັນແມ່ຍິງສາກົນ 8 ມີນາປີນີ້, ໄດ້ໝູນວຽນມາບັນຈົບຄົບຮອບ 107 ປີ. ທົ່ວໂລກ ກໍຄືຢູ່ ສປປ ລາວ, ໄດ້ມີການຈັດພິທີເພື່ອຫວນຄືນປະຫວັດຄວາມເປັນມາ ແລະ ຄວາມສຳຄັນຂອງວັນດັ່ງກ່າວດ້ວຍບັນຍາຟົດຟື້ນ. ອົງການສະຫະປະຊາຊາດໄດ້ອອກຄຳຂວັນສຳລັບການສະຫລອງວັນແມ່ຍິງປີນີ້ວ່າ: “ແມ່ຍິງກັບການສ້າງຄວາມປ່ຽນແປງໃນສະຖານທີ່ເຮັດວຽກ: ໂລກທີ່ເທົ່າທຽມ 50-50 ໃນປີ 2030” ຫລື…