ຍີ່ປຸ່ນ ຈະຂະຫຍາຍນະໂຍບາຍຫລຸດຜ່ອນທາງການເງິນ

ແຫລງຂ່າວ ກຽວໂດ ຂອງ ຍີ່ປຸ່ນ ລາຍງານວ່າ: ທະນາຄານກາງ ຍີ່ປຸ່ນ (BOJ) ພວມພິຈາລະນາ ນະໂຍບາຍຫລຸດຜ່ອນທາງການເງິນໂດຍຈະມີການເພີ່ມບ້ວງເງິນປະມານ ພັນຕື້ເຢນ ເພື່ອຊ່ວຍລະດົມທຶນຂອງບໍລິສັດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ພ້ອມທັງ ເພີ່ມຫຸ້ນກູ້ເປົ້າໝາຍ ແລະ ຊື້ຕາສານໜີ້ພາກເອກະຊົນໃນໄລຍະສັ້ນພາຍໃນເດືອນກັນຍາ 2020 ນີ້ນອກຈາກນີ້ ຍັງຈະປຶກສາຫາລືມາດຕະການ ເພີ່ມບ້ວງເງິນສິນເຊື່ອໃຫ້ແກ່ສະຖາບັນທາງການເງິນ ແລະ ສົ່ງເສີມການປ່ອຍເງິນກູ້ຢືມຂອງ ທະນາຄານໃຫ້ແກ່ບັນດາບໍລິສັດທີ່ໄດ້ຮັບຜົນກະທົບຕ່າງໆໂດຍການຂະຫຍາຍປະເພດຂອງຫລັກປະກັນເພີ່ມຂື້ນ ທະນາຄານກາງ ຍີ່ປຸ່ນ ຈະມີການປຶກສາຫາລືກັນໃນກອງປະຊຸມນະໂຍບາຍໃນວັນທີ 27 ເມສານີ້ ແລະ ຈະສືບຕໍ່ຮັກສາອັດຕາດອກເບ້ຍໄລຍະສັ້ນໄວ້ໃນລະດັບ 0,1%. ປັດຈຸບັນ, ຍີ່ປູ່ນ ມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ທັງໝົດ 12.368 ຄົນ ແລະ ເສຍຊີວິດ 328 ຄົນ.  ຄາດວ່າລັດຖະບານ ຍີ່ປຸ່ນ ພວມພິຈາລະນາວ່າຈະປະກາດພາວະສຸກເສີນ ຕໍ່ໄປຫລືບໍຫລັງຈາກໄດ້ປະກາດພາວະສຸກເສີນ ໃນທົ່ວປະເທດ ໄປກ່ອນໜ້ານີ້.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ