ອິນເດຍເຜີຍແຜນຫລຸດມົນລະພິດໃນອາກາດ

ລັດຖະບານອິນເດຍເປີດເຜີຍແຜນຫລຸດບັນຫາມົນລະພິດໃນອາກາດ ແລະ ພັດທະນາໂຄງລ່າງພື້ນຖານສຳລັບຮອງຮັບລົດພະລັງງານໄຟຟ້າ ລວມມູນຄ່າ 885.000 ລ້ານຣູປີ.
ລັດຖະບານອິນເດຍຕັ້ງເປົ້າຈະພະຍາຍາມຫລຸດປະລິມານການປ່ອຍກຳມະຖັນຈາກໂຮງໄຟຟ້າ, ຂະນະທີ່ເມືອງຕ່າງໆປະມານ 70 ເມືອງຈະມີໂຄງລ່າງພື້ນຖານສຳລັບຮອງຮັບລົດພະລັງງານໄຟຟ້າເພີ່ມໃນ 5 ປີ. ທັງນີ້ ຄາດວ່າໂຮງໄຟຟ້າພະລັງງານຄວາມຮ້ອນເປັນສາເຫດຂອງການປ່ອຍມົນລະພິດຈາກອຸດສາຫະກຳໃນອິນເດຍເຖິງ 80%, ມົນລະພິດທາງອາກາດໃນນະຄອນຫລວງນິວເດລີເພີ່ມສູງຂຶ້ນຈົນເຖິງລະດັບທີ່ເປັນອັນຕະລາຍຕໍ່ສຸຂະພາບຢ່າງຕໍ່ເນື່ອງ ເຮັດໃຫ້ເກີດສຽງຮຽກຮ້ອງໃຫ້ມີການປ່ຽນແປງແກ້ໄຂຢ່າງຮີບດ່ວນ.
ລາຍງານຂອງອົງການອະນາໄມໂລກ ລະບຸວ່າ: ໃນຈຳນວນ 10 ເມືອງທີ່ເຕັມໄປດ້ວຍມົນລະພິດຫລາຍທີ່ສຸດໃນໂລກ ມີເຖິງ 9 ເມືອງຢູ່ໃນອິນເດຍ.

