ລັດຖະບານເວເນຊູເອລາຫ້າມຄະນະ ສະມາຊິກລັດຖະສະພາເອີຣົບເຂົ້າປະເທດ

ລັດຖະບານເວເນຊູເອລາຫ້າມສະມາຊິກລັດຖະສະພາເອີຣົບ 5 ທ່ານເຂົ້າປະເທດໃນວັນທີ 17 ກຸມພານີ້ ກໍ່ໃຫ້ເກີດກະແສຕອບໂຕ້ແບບບໍ່ພໍໃຈຈາກທ່ານ ຮວນ ກຸຍໂດ ຜູ້ນຳຝ່າຍຄ້ານທີ່ເຊີນຄະນະດັ່ງກ່າວເຂົ້າມາ.
ທ່ານ ເອສເຕບານ ກອນຊາເລຊ ປອນ ສະມາຊິກລັດຖະສະພາເອີຣົບຊາວສະເປນ ເຊິ່ງເປັນຫົວໜ້າຄະນະ ເປີດເຜີຍວ່າ: ພວກທ່ານຖືກຂັບໄລ່ອອກຈາກເວເນຊູເອລາ, ອີກທັງຖືກຍຶດໝັງສືເດີນທາງ ໂດຍບໍ່ໄດ້ຮັບແຈ້ງເຫດຜົນແຕ່ຢ່າງໃດ. ສະມາຊິກລັດຖະສະພາເອີຣົບທັງ 5 ທ່ານເປັນສະມາຊິກຂອງພັກປະຊາຊົນເອີຣົບ ຫລື PPE. ສ່ວນທ່ານ ກຸຍໂດ ລະບຸຜ່ານທະວິດເຕີສ່ວນຕົວ ຕຳໜິການຕັດສິນຂອງລັດຖະບານເວເນຊູເອລາ, ທ່ານ ກຸຍໂດ ກຳລັງຫາທາງລະດົມອາສາສະໝັກ 1 ລ້ານຄົນພາຍໃນ 1 ອາທິດ ເພື່ອປະຈັນໜ້າກັບຝ່າຍລັດຖະບານທີ່ສະກັດການຊ່ວຍເຫລືອດ້ານມະນຸດສະທຳຫລາຍໂຕນ ໂດຍສ່ວນຫລາຍມາຈາກອາເມລິກາບໍ່ໃຫ້ເຂົ້າປະເທດ ເຊິ່ງປະທານາທິບໍດີ ນິໂກລັສ ມາດູໂຣ ອ້າງວ່າ:ການເຄື່ອນໄຫວຂອງຝ່າຍມີການເມືອງຢູ່ເບື້ອງຫລັງ ແລະ ອາດເປັນການເປີດທາງໃຫ້ອາເມລິກາເຂົ້າມາແຊກແຊງ.

