ປີຜ່ານມານະຄອນຫລວງປະຕິບັດຄຳຕັດສິນຂອງສານໄດ້ພຽງ 131 ເລື່ອງ

ທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳນະຄອນຫລວງວຽງຈັນໃຫ້ຮູ້ໃນກອງປະຊຸມສະຫລຸບວຽກງານໜຶ່ງປີຜ່ານມາວ່າ: ວຽກງານການຈັດ ຕັ້ງປະຕິບັດຄຳຕັດສິນຂອງສານເປັນວຽກໜຶ່ງທີ່ມີຄວາມຫຍຸ້ງຍາກ, ແຕ່ຄະນະພັກ, ຄະນະນໍາຂອງພະແນກໄດ້ເອົາໃຈໃສ່ຊຸກຍູ້ຊີ້ນໍາ-ນຳພາພະນັກງານ ແລະ ໜ່ວຍງານປະຕິບັດຄຳຕັດສິນຂັ້ນເມືອງ, ໃຫ້ເປັນເຈົ້າການໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ, ໂດຍໜຶ່ງປີຜ່ານມານະຄອນຫລວງວຽງຈັນມີຄຳຕັດສິນຂອງສານທັງໝົດ 7.901 ເລື່ອງ,ໃນນັ້ນຄະດີແພ່ງມີ 2.490 ເລື່ອງ, ຄະດີອາຍາມີ 5.411 ເລື່ອງ ແລະ…

ແຂວງບໍ່ແກ້ວປ່ອຍປາລົງສູ່ວັງສະຫງວນ

ໃນວັນທີ 30 ມີນາຜ່ານມາ ນີ້, ການນຳແຂວງບໍ່ແກ້ວນຳ ໂດຍ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງໆບໍ່ແກ້ວໄດ້ຈັດພິທີ ປ່ອຍປາເປັນຈຳນວນຫລາຍລົງ ສູ່ວັງສະຫງວນ ແລະ ມອບໃຫ້ ຊາວບ້ານເປັນຜູ້ປົກປັກຮັກສາມາຮອດປັດຈຸບັນອຳນາດການ ປົກຄອງບ້ານໄດ້ຕົກລົງເອກະ ພາບກັນໃນການກຳນົດຂອບ ເຂດເອົາວັງສະຫງວນ ແລະ ວັງເລິກເປັນວັງຂອງບ້ານທີ່ມີຄວາມຍາວ…

ລັດຖະບານຢືນຢັນຈະຮີບຮ້ອນສ້າງເງື່ອນໄຂອໍານວຍໃຫ້ແກ່ພາກທຸລະກິດ

ໃນໂອກາດໂອ້ລົມຕໍ່ກອງປະຊຸມພາກທຸລະກິດຄັ້ງທີ 10 ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເມື່ອບໍ່ດົນມານີ້ໄດ້ຢືນຢັນວ່າ: ລັດຖະບານຈະຮີບຮ້ອນປັບປຸງ ແລະ ສ້າງສະພາບແວດລ້ອມດ້ານລະບຽບກົດໝາຍທີ່ເປັນທຳເພື່ອອໍານວຍໃຫ້ແກ່ພາກທຸລະກິດ, ເນື່ອງຈາກພາກທຸລະກິດຄືຫົວໃຈສໍາຄັນທີ່ຈະຊ່ວຍໃຫ້ປະເທດມີການພັດທະນາໄປດ້ວຍບາດກ້າວໜັກແໜ້ນເຂັ້ມແຂງ ແລະ ໃນປີນີ້ລັດຖະບານຈະສະເໜີລົບລ້າງອາກອນຊົມໃຊ້ສຳລັບອິນເຕີເນັດຕໍ່ສະພາແຫ່ງຊາດ ແລະ ຈະຫລຸດຄ່າທຳນຽມຈົດທະບຽນສັນຍາເງິນກູ້ຂອງທະນາຄານຜ່ານການປັບປຸງລັດຖະບັນຍັດວ່າດ້ວຍຄ່າທຳນຽມ. ນອກຈາກນີ້  ສຳນັກງານນາຍົກລັດຖະມົນ, ກະຊວງອຸດສາຫະກຳ-ການຄ້າ ແລະ ສະພາການຄ້າ ແລະ…

ລາວຫາລືການຄຸ້ມຄອງສານເຄມີຕົກຄ້າງໃນຂະແໜງພະລັງງານ

ກົມຄວບຄຸມມົນລະພິດກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ຈັດກອງປະຊຸມຄະນະກຳມະການຊີ້ນຳໂຄງການຄຸ້ມຄອງ ແລະ ທຳລາຍສານເຄມີອົງຄະທາດທີ່ຕົກຄ້າງ (POPs) ເປັນຕົ້ນ: ສານ PCBs ໃນຂະແໜງພະລັງງານ, ໂດຍປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ທົບທວນຄືນບັນດານິຕິກຳກໍຄືຮ່າງດຳລັດວ່າດ້ວຍການນຳເຂົ້າ ແລະ ສົ່ງອອກ, ລວມທັງຄູ່ມືແນະນຳການຄຸ້ມຄອງສານດັ່ງກ່າວ ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ການຈຳກັດສານເຄມີອົງຄະທາດທີ່ເປັນພິດຕົກຄ້າງໃນຂະແໜງພະລັງງານແມ່ນໄດ້ຮັບການສະໜັບສະໜູນງົບປະມານ ຈາກກອງທຶນສິ່ງແວດລ້ອມໂລກ…

ກອງປະຊຸມຄະນະກໍາມາທິການຕ່າງປະເທດສະພາແຫ່ງຊາດ

  ກອງປະຊຸມຄົບຄະນະກໍາມາທິການຕ່າງປະເທດສະພາແຫ່ງຊາດໄດ້ມີຂຶ້ນໃນວັນທີ 30-31 ມີນານີ້, ໂດຍການເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນໍາວຽກງານການຕ່າງປະເທດສະພາແຫ່ງຊາດ, ທ່ານ ເອກສະຫວ່າງ ວົງວິຈິດ ປະທານກໍາມາທິການການຕ່າງປະເທດ, ມີບັນດາສະມາຊິກສະພາແຫ່ງຊາດ, ລັດຖະມົນຕີ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ. ທ່ານປະທານກໍາມາທິການການຕ່າງປະເທດ ກ່າວວ່າ: ວຽກງານການຕ່າງປະເທດແມ່ນວຽກງານບູລິມະສິດສໍາຄັນທີ່ຕ້ອງເອົາໃຈໃສ່, ແກ້ໄຂບັນຫາຮ່ວມກັນ…

ເມືອງຫ້ວຍຊາຍເລັ່ງຄຸ້ມຄອງລາຄາສິນຄ້າ ແລະ ຊິງຊັ່ງນ້ຳໜັກຢູ່ຕະຫລາດຕ່າງໆ

ເມື່ອວັນທີ 29 ມີນາຜ່ານ ມານີ້,  ອຳນາດການປົກຄອງ ເມືອງຫ້ວຍຊາຍແຂວງບໍ່ແກ້ວ, ໄດ້ສົມທົບກັບພະແນກກ່ຽວຂ້ອງ ລົງກວດກາ ແລະ ຄຸ້ມຄອງລາ ຄາສິນຄ້າໃນທ້ອງຕະຫລາດ, ພ້ອມຄວບຄຸມຕາຊິງຊັ່ງນ້ຳໜັກ ໃຫ້ມີມາດຕະຖານໂດຍນຳໃຊ້ ຊິງກາງໃນຕະຫລາດຕ່າງໆ, ເຊິ່ງປັດຈຸບັນໄດ້ເລີ່ມຈັດຕັ້ງປະ ຕິບັດຢູ່ຕະຫລາດວັງວິນຂອງ ເມືອງດັ່ງກ່າວ. ເພື່ອແນໃສ່ປົກ ປ້ອງຜູ້ບໍລິໂພກໃຫ້ໄດ້ນຳໃຊ້ ສິນ…

ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລົງກວດກາການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຢູ່ແຂວງຫລວງນ້ຳທາ

ເຊົ້າວັນທີ 28 ມີນານີ້, ທ່ານ ບຸນຈັນ ສິນທະວົງ ລັດຖະມົນ ຕີກະຊວງໂຍທາທິການ ແລະ ການຂົນສົ່ງ, ຫົວໜ້າຄະນະຊີ້ນຳ   ໂຄງການກໍ່ສ້າງເສັ້ນທາງລົດໄຟ  ລາວ-ຈີນ, ພ້ອມດ້ວຍຄະນະໄດ້  ລົງກວດກາຕິດຕາມໂຄງການກໍ່  ສ້າງເສັ້ນທາງລົດໄຟລາວ-ຈີນຢູ່  ແຂວງຫລວງນ້ຳທາ. ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ      ທ່ານ ເພັດຖາວອນ…

ນຳສະເໜີປຶ້ມປະກອບແຜ່ນສຽງ ແລະ ຮູບເງົາຂອງຈີນສະບັບພາສາລາວ

       ວັນທີ 29 ມີນານີ້, ໂຄງ ການພິມຈຳໜ່າຍປຶ້ມປະກອບແຜ່ນສຽງ ແລະ ຮູບເງົາ “ເສັ້ນທາງສາຍໄໝແຫ່ງກິ່ນ ຫອມໜັງສື” ສະບັບພາສາລາວຂຶ້ນທີ່ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານຮອງຫົວໜ້າກົມສິລະ ປະການສະແດງ, ທ່ານຫົວໜ້າສູນວັດທະນະທຳຈີນປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມນຳ ເພື່ອ ໃຫ້ປະຊາຊົນລາວໄດ້ສຳຜັດ, ຮັບຮູ້ ແລະ…

ລາວ-ຫວຽດນາມແລກປ່ຽນບົດຮຽນເສນາທິການ

   ກອງປະຊຸມແລກປ່ຽນບົດຮຽນການເປັນເສນາທິການໃຫ້ລັດຖະບານ ແລະ ການພັດທະນາໃນໄລຍະໃໝ່ລະຫວ່າງລາວ ແລະ ຫວຽດນາມໄດ້ຈັດຂຶ້ນໃນວັນທີ 27 ມີນານີ້ທີ່ແຂວງຫລວງພະບາງ, ຝ່າຍລາວນໍາໂດຍທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ຝ່າຍຫວຽດນາມນໍາໂດຍທ່ານ ມາຍຕຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້,…

ສປປ ລາວ ແລະ ສ.ເກົາຫລີ ເປັນເຈົ້າພາບຮ່ວມຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫລີ

    ສປປ ລາວ ແລະ ສ.ເກົາຫລີ ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫລີ ຂຶ້ນທີ່ເມືອງປາກເຊ, ແຂວງຈຳປາສັກ ໃນວັນທີ 24 ມີນາຜ່ານມານີ້ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ສົງການ ຫລວງມຸນິນທອນ, ຫົວໜ້າກົມເສດຖະກິດ,…