ອິນເດຍ ຍິນດີຊ່ວຍເຫລືອກໍ່ສ້າງສຸກສາລາໃຫ້ແກ່ແຂວງເຊກອງ
ແຫລ່ງຂ່າວຈາກແຂວງເຊກອງລາຍງານວ່າ: ໃນໂອກາດພົບປະກັບທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງ ເຊກອງໃນວັນທີ 14 ພະຈິກ 2022, ທ່ານ ດິງກາ ອັດຕະນາ ເອກຄັກຄະລັດຖະທູດວິສາມັນຜູ້ມີອໍານາດ ເຕັມແຫ່ງອິນເດຍ ປະຈໍາລາວ ຢືນຢັນພ້ອມຊ່ວຍເຫລືອກໍ່ສ້າງສຸກສາລາເພື່ອຂະຫຍາຍຕາໜ່າງສາທາລະນະສຸກໃຫ້ປະຊາຊົນບັນດາເຜົ່າແຂວງເຊກອງໄດ້ເຂົ້າເຖິງການບໍລິການຮັກສາສຸຂະພາບຫລາຍຂຶ້ນ. ທ່ານ ເຫລັກໄຫລ ສີວິໄລ ໄດ້ສະແດງຄວາມຂອບໃຈ…










