ເຮັດບົດບັນທຶກຕັກເຕືອນເຈົ້າຂອງຮ້ານບັນເທີງ ແລະ ແຂກເຂົ້າໃຊ້ບໍລິການ 133 ຄົນ ມົ້ວສຸມຢາເສບຕິດ

ວັນທີ 10 ພະຈິກ 2022 ປກສ ແຂວງຊຽງຂວາງ ນຳຕົວເຈົ້າຂອງຮ້ານບັນເທີງແຫ່ງໜຶ່ງ ຢູ່ບ້ານນ້ຳຕົ້ມ ເມືອງແປກ ແລະ ແຂກເຂົ້າໃຊ້ບໍລິການ 133 ຄົນ ຍ້ອນຮ້ານດັ່ງກ່າວເປີດໃຫ້ບໍລິການກາຍໂມງເວລາທີ່ພາກສ່ວນກ່ຽວຂ້ອງກຳນົດ ພ້ອມຢຶດອຸປະກອບມົ້ວສຸມຈຳນວນໜຶ່ງ ເຊັ່ນ: ບັ້ງສູບບາລາກູ່, ຖັັງກາສອັດປຸມເປົ້າ, ກາເຟມ່ວນທີ່ມີສານເສບຕິດ.
ຫລັງຈາກນັ້ນໄດ້ເຮັດບົດບັນທຶກກ່າວເຕືອນ ແລະ ສຶກສາອົບຮົມ ວ່າຖ້າຫາກພົບເຫັນການກະທຳຜິດໃນຄັ້ງຕໍ່ໄປ ຈະໃຫ້ໂຈະກິກຈະການ, ກັກຕົວ ແລະ ດຳເນີນຕາມລະບຽບກົດໝາຍ.
ການເຮັດບົດບັນທຶກຄັ້ງນີ້ມີ ທ່ານ ພັທ ຄຳແກ້ວ ວົງພັນທອງ ຮອງຫ້ອງຕຳຫລວດກອງບັນຊາປ້ອງກັນຄວາມສະຫງົບແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນພະຍານ.

