ຮອງປະທານປະເທດ ເນັ້ນໃຫ້ແຂວງຄຳມ່ວນເອົາໃຈໃສ່ແກ້ໄຂບາງບັນຫາຄົງຄ້າງ

ໃນໂອກາດພົບປະໂອ້ລົມພະນັກງານການຫລັກແຫລ່ງແຂວງຄຳມ່ວນໃນວັນທີ 11 ພະຈິກ 2022, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດແຫ່ງສປປ ລາວ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳ ເລັດທີ່ຄະນະພັກ, ຄະນະນຳ ແລະ ພະນັກ ງານຫລັກແຫລ່ງຂອງແຂວງໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງແຂວງ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມຂອງແຂວງ 9 ເດືອນຜ່ານມາ ແລະ ໄດ້ເນັ້ນໃຫ້ເອົາໃຈໃສ່, ເພີ່ມທະວີສຶກສາອົບການເມືອງ -ແນວຄິດສະມາຊິກພັກ, ພະນັກງານຕະຫລອດເຖິງປະຊາຊົນບັນດາເຜົ່າໃຫ້ຮັບຮູ້ ແລະ ກໍາແໜ້ນ 2 ວາ ລະແຫ່ງຊາດ ເປັນຕົ້ນສະພາບຄວາມຫຍຸ້ງຍາດດ້ານເສດຖະກິດການເງິນທີ່ປະເທດເຮົາພວມຜະເຊີນໃນປັດ ຈຸບັນ ໂດຍສະເພາະບັນຫາເງິນເຟີ້, ການຂາດເງິນຕາ, ນໍ້າມັນເຊື້ອໄຟ ເຮັດໃຫ້ຄ່າຄອງຊີບແພງຂຶ້ນ ແລະ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງຜູ້ທີ່ມີລາຍຮັບຕໍ່າ.

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ

 ຮອງປະທານປະເທດ ເນັ້ນອີກວ່າ: ແນວໃດກໍດີໃຫ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 5 ສະໄໝທີ XI ກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດທີ່ສົ່ງຜົນກະທົບຕໍ່ປະເທດເຮົາ ແລະ ບັນຫາການຈອງທີ່ດິນ; ການພັດ ທະນາແຫລ່ງທ່ອງທ່ຽວທີ່ເປັນທ່າແຮງຂອງແຂວງ ພ້ອມທັງເອົາໃຈໃສ່ການສຶກສາຢູ່ເຂດຫ່າງໄກອອກຫລີກຊົນນະບົດ ເປັນຕົ້ນການຫລຸດໂຕນການຮຽນລະຫວ່າງເພດຍິງ-ຊາຍ, ສືບຕໍ່ແກ້ໄຂຄວາມທຸກຍາກຂອງປະ ຊາຊົນໂດຍສຸມໃສ່ບັນດາເມືອງທີ່ບໍ່ທັນພົ້ນທຸກ ແລະ ບ້ານທີ່ທຸກຍາກດ້ວຍມາດຕະການລະອຽດ ແລະ ຈະ ແຈ້ງ, ແບ່ງຄວາມຮັບຜິດຊອບໃຫ້ຄະນະປະຈຳພັກແຂວງຊີ້ນຳ ຕິດພັນກັບການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກ 3 ສ້າງໂດຍສ້າງໃຫ້ເປັນບ້ານພົ້ນທຸກ; ເອົາໃຈໃສ່ກໍ່ສ້າງພັກຕິດພັນກັບການສ້າງພະນັກງານໄປຕາມທິດ, ລະບຽບຂອງພັກໃຫ້ກະທັດຮັດ-ໂປ່ງໃສ, ເພິ່ມທະວີການນຳ ພາ, ເບິ່ງບັນຫາໃຫ້ເຫັນ, ແກ້ບັນຫາໃຫ້ຖືກຕ້ອງເຮັດແທ້ທຳຈິງເວລາປະຕິບັດໜ້າທີ່, ຍຶດໜັ້ນການສ້າງຄວາມເປັນແບບຢ່າງ, ເປັນເອກະພາບ, ສາມັກຄີເຄົາລົບຫລັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດເດັດຂາດ ເພື່ອເຮັດແນວໃດໃຫ້ແຂວງຄຳມ່ວນໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ.