ເມືອງນາກາຍ ແຂວງຄຳມ່ວນ ໃຫ້ການອົບຮົມຜູ້ຖືກເຄາະຮ້າຍຈາກຢາເສບຕິດ 45 ຄົນ

ໃນວັນທີ 9 ພະຈິກ 2022 ຜ່ານມາ, ຢູ່ສູນສຶກສາອົບຮົມຜູ້ຖືກເຄາະຮ້າຍຈາກຢາເສບຕິດ ເມືອງນາກາຍ ແຂວງຄຳມ່ວນ ໄດ້ມີພິທີສຶກສາອົບຮົມ ຊາວໜຸ່ມ-ໄວໜຸ່ມ ຜູ້ທີ່ຫລົງຜິດຕິດຢາເສບຕິດ ຈໍານວນ 45 ຄົນ ຍິງ 2 ຄົນ ໂດຍການ ເຂົ້າຮ່ວມຂອງ ທ່ານ ສາຍຄໍາ ພະໄຊສິດທິເດດ ເລຂາຄະນະບໍລິຫານການຊາວໜຸ່ມແຂວງ, ທ່ານ ມອນໃສ ໄຊຍະສິດ ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະນຳຂອງເມືອງ, ຄະນະພັກ-ຄະນະບັນຊາ ປກສ ເມືອງ, ຄະນະຊາວໜຸ່ມເມືອງ ແລະ ຜູ້ຖືກເຄາະຮ້າຍຈາກຢາເສບຕິດທົ່ວເທສະບານເມືອງ ເຂົ້າຮ່ວມ.

ເພື່ອສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ຊາວໜຸ່ມ-ໄວໜຸ່ມ ທີ່ຫລົງຜິດຕິດຢາເສບຕິດ ໄດ້ຮັບການປັບປຸງແນວຄິດ, ຈິດໃຈ ເພື່ອຫັນປ່ຽນວິທີຊີວິດການເປັນຢູ່ຄືນກັບສູ່ຄອບຄົວ, ສັງຄົມ ແລະ ປະເທດຊາດ, ທ່ານ ເຫລັງຄຳ ໄຊຄຳຜັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ເຜີຍແຜ່ເອກະສານ ຢ່າປ່ອຍປະໃຫ້ຊີວິດໄວໜຸ່ມຂອງຕົນ ຜ່ານໄປຢ່າງບໍ່ມີຄຸນປະໂຫຍດອັນໃດໃຫ້ແກ່ຄອບຄົວ, ສັງຄົມ ແລະ ປະເທດຊາດ ເພື່ອໃຫ້ຊາວໜຸ່ມ-ໄວໜຸ່ມ ໄດ້ຮັບຮູ້ ເຂົ້າໃຈຕໍ່ມູນເຊື້ອປະຈັນບານການຕໍ່ສູ້ຂອງຊາວໜຸ່ມ ໃນເມື່ອກ່ອນ ແລະ ໃຫ້ຮັບຮູ້ຜົນຮ້າຍຂອງຢາເສບຕິດ ທີ່ມີຜົນກະທົບຫລາຍດ້ານໃຫ້ແກ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ ເພື່ອຫັນປ່ຽນແບບເກົ່າໄປສູ່ແບບໃໝ່, ສິ່ງບໍ່ດີ ໄປສູ່ການພັດທະນາຕົນເອງ ໃນອະນາຄົດ.
ຈາກນັ້ນ, ທ່ານ ສາຍຄຳ ພະໄຊສິດທິເດດ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ສຶກສາອົບຮົມຊາວໜຸ່ມ-ໄວໜຸ່ມ ທີ່ຖືກເຄາະຮ້າຍຈາກຢາເສບຕິດ ຈົ່ງຮຽນຮູ້ເອົາມູນເຊື້ອການປະຕິວັດຊາດ ການຕໍ່ສູ້ຂອງຊາວໜຸ່ມຮຸ້ນກ່ອນນຳມາໜູນໃຊ້ເຂົ້າໃນຊີວິດ ແລະ ການເຄື່ອນໄຫວຕົວຈິງ, ຮຽນຮູ້ມູນເຊື້ອຄວາມສາມັກຄີ ໃຫ້ໜັກແໜ້ນ, ເຂັ້ມແຂງ, ຮຽນຮູ້ເອົາມູນ ເຊື້ອດຸໝັ່ນຂະຫຍັນພຽນ ເພື່ອສ້າງຄວາມເຂັ້ມແຂງໃຫ້ຕົນເອງ, ຄອບຄົວ, ສັງຄົມ ແລະ ຮຽນຮູ້ເອົາມູນເຊື້ອວັດທະນະທຳ ຮີດຄອງປະເພນີອັນດີງາມ ຂອງຊາດ, ຂອງເຜົ່າ ເພື່ອສ້າງຕົນເອງໃຫ້ກາຍເປັນຄົນທີ່ມີຄຸນປະໂຫຍດໃຫ້ແກ່ສັງຄົມ.

