ຮອງຫົວໜ້າພະແນກ ຍທຂ ແຂວງຄຳມ່ວນ ລົງຕິດຕາມ-ກວດກາ ການສ້ອມແປງເສັ້ນທາງຢູ່ເມືອງເຊບັ້ງໄຟ

ຮອງຫົວໜ້າພະແນກ ຍທຂ ແຂວງຄຳມ່ວນ ລົງຕິດຕາມ-ກວດກາ ການສ້ອມແປງເສັ້ນທາງຢູ່ເມືອງເຊບັ້ງໄຟ

ວັນທີ 21 ພະຈິກ 2022 ຜ່ານມາ, ທ່ານ ສີສຸວັນ ໂອລິຍະວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄຳມ່ວນ ພ້ອມດ້ວຍການນຳເມືອງເຊບັ້ງໄຟ ນຳໂດຍ ທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງເຊບັ້ງໄຟ, ທ່ານ ບຸນທັນ…

ປກສ ແຂວງຫຼວງນໍ້າທາ ຂຶ້ນບັນຊີເປົ້າໝາຍຜູ້ຄ້າຂາຍ ແລະ ເສບຢາເສບຢາເສບຕິດ 8.000 ກວ່າຄົນ

ປກສ ແຂວງຫຼວງນໍ້າທາ ຂຶ້ນບັນຊີເປົ້າໝາຍຜູ້ຄ້າຂາຍ ແລະ ເສບຢາເສບຢາເສບຕິດ 8.000 ກວ່າຄົນ

ພົຈວ ອິນສົມ ທໍາລະສິນ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໃຫ້ສໍາພາດໃນວັນທີ 10 ພະຈິກ 2022 ຜ່ານມານີ້ວ່າ: ເພື່ອຈັດຕັ້ງຜັນຂະຫຍາຍວຽກງານວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ພາຍໃນແຂວງຫຼວງນໍ້າທາ ໃຫ້ເປັນຂະບວນການຟົດຟື້ນ, ຕອບຕ້ານທຸກປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ ແລະ ເຮັດໃຫ້ການແກ້ໄຂບັນຫາຢາເສບຕິດບັນລຸຕາມເປົ້າໝາຍທີ່ວາງໄວ້ ດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຢ່າງຕັ້ງໜ້າ, ເຈົ້າໜ້າທີ່ຕໍາຫຼວດທຸກພາກສ່ວນຂອງແຂວງຫຼວງນໍ້າທາ ໄດ້ເອົາໃຈໃສ່ໃນການເຄື່ອນໄຫວເຜີຍແຜ່ລະບຽບກົດໝາຍ…

ປກສ ແຂວງຫົວພັນ ຈັບຄູ່ຮັກບ່າວສາວທີ່ຮ່ວມກັນຄ້າຂາຍນໍ້າໃບກະທ່ອມມາສຶກສາອົບຮົມ

ປກສ ແຂວງຫົວພັນ ຈັບຄູ່ຮັກບ່າວສາວທີ່ຮ່ວມກັນຄ້າຂາຍນໍ້າໃບກະທ່ອມມາສຶກສາອົບຮົມ

ປກສ ແຂວງຫົວພັນ ລາຍງານວ່າ: ວັນທີ 17 ພະຈິກ 2022 ຜ່ານມາ, ໃນຂະນະທີ່ເຈົ້າໜ້າທີ່ກຳລັງປະຕິບັດໜ້າທີ່ລ່າຕະເວນ ໄດ້ພົບເຫັນເປົ້າໝາຍທີ່ຕ້ອງສົງໄສຂັບຂີ່ລົດຈັກຍີ່ຫໍ້ ຮອນດ້າຄຣິກ ສີດຳແດງ ໝາຍເລກທະບຽນ ດຈ 4478 ກໍາແພງນະຄອນ ຊ້ອນກັນມາ ຢູ່ເສັ້ນທາງເຂດສວນສາທາລະນະຫົວພັນ-ກວາງນິງ ຈຶ່ງໄດ້ຂໍກວດຄົ້ນຕາມລະບຽບການ; ຜ່ານການກວດຄົ້ນ…

ເກີດເຫດຄາຕະກຳ ຢູ່ນະຄອນໄກສອນ ພົມວິຫານ ຜູ້ກໍ່ເຫດໄດ້ເອົາຕົວຫລົບໜີ ເຈົ້າໜ້າທີ່ເລັ່ງຈັບຕົວມາດຳເນີນຄະດີ

ເກີດເຫດຄາຕະກຳ ຢູ່ນະຄອນໄກສອນ ພົມວິຫານ ຜູ້ກໍ່ເຫດໄດ້ເອົາຕົວຫລົບໜີ ເຈົ້າໜ້າທີ່ເລັ່ງຈັບຕົວມາດຳເນີນຄະດີ

ວັນທີ 21 ພະຈິກ 2022 ນີ້ ມີເຫດຄາຕະກຳເກີດຂຶ້ນຢູ່ບ້ານ ສະໜາມໄຊ ນະຄອນໄກສອນ ພົມວິຫານ ມີຜູ້ເສຍຊີວິດຄາທີ່ 1 ຄົນ. ຕາມການລາຍງານເບື້ອງຕົ້ນຂອງເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານໃຫ້ຮູ້ວ່າ: ເວລາ 4 ໂມງເຊົ້າ ວັນທີ…

ແຂວງໄຊສົມບູນ ຈະຈັດພິທີສົມໂພດຫໍຫລັກເມືອງ, ຕັ້ງກອງບຸນຫາເຈົ້າອະນຸວົງ ຕິດພັນກັບວຽກງານສົ່ງເສີມການທ່ອງທ່ຽວ

ແຂວງໄຊສົມບູນ ຈະຈັດພິທີສົມໂພດຫໍຫລັກເມືອງ, ຕັ້ງກອງບຸນຫາເຈົ້າອະນຸວົງ ຕິດພັນກັບວຽກງານສົ່ງເສີມການທ່ອງທ່ຽວ

ໃນລະຫວ່າງວັນທີ 27 ພະຈິກ ຫາ 11  ທັນວາ 2022, ແຂວງໄຊສົມບູນຈະມີພິທີສົມໂພດຫໍຫລັກເມືອງ, ພິທີຕັ້ງກອງບຸນຫາເຈົ້າອະນຸວົງ ແລະ ກິດຈະກຳອື່ນໆ ທີ່ຕິດພັນກັບວຽກງານສົ່ງເສີມການທ່ອງທ່ຽວ. ເຊິ່ງກິດຈະກຳພາຍໃນງານປະກອບມີ: ວັນທີ 28-29 ພະຈິກ ຈັດງານແຂ່ງຂັນກິລາພື້ນເມືອງ, ຍິງໜ້າເກັກ, ຕີໝາກຂ່າງ, ປະກວດງົວຊົນງາມ,…

ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮຸ່ງ 1 ເມືອງໄຊຍະບູລີ ມີຄວາມຄືບໜ້າແລ້ວ 99,89%

ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮຸ່ງ 1 ເມືອງໄຊຍະບູລີ ມີຄວາມຄືບໜ້າແລ້ວ 99,89%

ແຫ່ລງຂ່າວຈາກແຂວງໄຊຍະບູລີໃຫ້ຮູ້ວ່າ: ກອງປະຊຸມຄະນະຊີ້ນໍາຮ່ວມໂຄງການເຂື່ອນໄຟຟ້ານໍ້າຮຸ່ງ 1 ເມືອງໄຊຍະບູລີ ໄດ້ຈັດຂຶ້ນໃນ ວັນທີ 17 ພະຈິກ 2022 ນີ້ ທີ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງພ້ອມດ້ວຍພະນັກງານວິຊາການ…

ເມືອງທ່າແຂກ ກໍ່ສ້າງ ແລະ ຂະຫຍາຍເສັ້ນທາງບ້ານນາເມືອງ ມູນຄ່າການກໍ່ສ້າງປະມານ 10 ຕື້ກວ່າກີບ

ເມືອງທ່າແຂກ ກໍ່ສ້າງ ແລະ ຂະຫຍາຍເສັ້ນທາງບ້ານນາເມືອງ ມູນຄ່າການກໍ່ສ້າງປະມານ 10 ຕື້ກວ່າກີບ

ຕາມການລາຍງານຈາກ ທ່ານ ຍຸກໄຊ ຈິດຕິລາດລັງສີ ຜູ້ຈັດການໂຄງການ ບໍລິສັດ PPST ກໍ່ສ້າງຄົບວົງຈອນ ໃນນາມຜູ້ຮັບເໝົາ ໄດ້ໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງ ແລະ ຂະຫຍາຍເສັ້ນທາງ ແຕ່ 3 ແຍກອ່າງນໍ້າປະປາ ບ້ານຈອມແກ້ວ ຫາ ບ້ານນາເມືອງ ເມືອງທ່າແຂກ…

ເຈົ້າໜ້າທີ່ການຄ້າແຂວງຈຳປາສັກ ແລະ ພະແນກຕໍາຫລວດເສດຖະກິດ​ ປກສ​ ແຂວງ ທຳລາຍສິນຄ້າປອມແປງ,​ ລອກລຽນແບບ ແລະ​ ລະເມີດເຄື່ອງໝາຍການຄ້າ

ເຈົ້າໜ້າທີ່ການຄ້າແຂວງຈຳປາສັກ ແລະ ພະແນກຕໍາຫລວດເສດຖະກິດ​ ປກສ​ ແຂວງ ທຳລາຍສິນຄ້າປອມແປງ,​ ລອກລຽນແບບ ແລະ​ ລະເມີດເຄື່ອງໝາຍການຄ້າ

ວັນທີ 16​ ພະຈິກ​ 2022 ນີ້,​ ເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າພາຍໃນ​ ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ​ ຮ່ວມກັບ​ ເຈົ້າໜ້າທີ່ພະແນກຕໍາຫລວດເສດຖະກິດ​ ປກສ​ ແຂວງ​ ພ້ອມໜ່ວຍງານກ່ຽວຂ້ອງ​ໄດ້ທໍາລາຍສິນຄ້າເສື່ອມຄຸນນະພາບ,​ ບໍ່ໄດ້​ມາດຕະຖານ,​ ປອມແປງ,​ ລອກລຽນແບບ ແລະ​ ລະເມີດເຄື່ອງໝາຍການຄ້າ​…

ປກສ ແຂວງຜົ້ງສາລີ ສຶກສາອົບຮົມກຸ່ມໄວໜຸ່ມ ທີ່ດັດແປງສະພາບເຕັກນິກລົດ

ປກສ ແຂວງຜົ້ງສາລີ ສຶກສາອົບຮົມກຸ່ມໄວໜຸ່ມ ທີ່ດັດແປງສະພາບເຕັກນິກລົດ

ວັນທີ 11 ພະຈິກ 2022, ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຜົ້ງສາລີ ໄດ້ນຳກຸ່ມໄວໜຸ່ມທີ່ດັດແປງສະພາບເຕັກນິກລົດມາສຶກສາອົບຮົມ, ໂດຍມີ ທ່ານ ຮທ ຈອມສີ ພົມມະລີ ຫົວໜ້າໝວດຕີພິເສດ ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຜົ້ງສາລີ ພ້ອມດ້ວຍວິຊາການ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ….

ຈັບຕົວຜູ້ຕ້ອງຫາຄ້າຂາຍຢາເສບຕິດ ພາຍຫລັງເອົາຕົວຫລົບໜີໄດ້ 5 ເດືອນ

ຈັບຕົວຜູ້ຕ້ອງຫາຄ້າຂາຍຢາເສບຕິດ ພາຍຫລັງເອົາຕົວຫລົບໜີໄດ້ 5 ເດືອນ

ເຈົ້າໜ້າທີ່ ປກສ ເມືອງວັງວຽງ ລາຍງານກ່ຽວກັບການຈັບກຸມຜູ້ຄ້າຢາເສບຕິດ ທີ່ເອົາຕົວຫລົບໜີໃນໄລຍະຜ່ານມາ ວ່າ: ໃນວັນທີ 5 ມິຖຸນາ 2022 ເວລາປະມານ 8:30 ໂມງ, ມີປະຊາຊົນພົບເຫັນຢາບ້າ ຢູ່ໃນກະເປົາສີເທົາ ຊຸກເຊື່ອງໄວ້ຢູ່ປ່າແຄມນໍ້າ ເຂດບ້ານທ່າເຮືອ ເມືອງວັງວຽງຢາບ້າ ຈຳ ນວນ…